lo_tw/bible/kt/godthefather.md

2.8 KiB

ພຣະເຈົ້າພຣະບິດາ,ພຣະບິດາໃນສະຫວັນ,ພຣະບິດາ

ນິຍາມ

ຄຳວ່າ "ພຣະເຈົ້າພຣະບິດາ" ແລະ "ພຣະບິດາໃນສະຫວັນ" ອ້າງເຖິງພຣະເຈົ້າຢາເວ,ພຣະເຈົ້າຜູ້ທ່ຽງແທ້ແຕ່ອົງດຽວ. ຄຳນີ້ບາງຄັ້ງ ກໍເກີດຂຶ້ນດວ້ຍຄຳວ່າ "ພຣະບິດາ" ໂດຍສະເພາະເວລາທີ່ພຣະເຢຊູກຳລັງອ້າງເຖິງພຣະອົງ.

  • ພຣະເຈົ້າທັງເປັນຢູ່ໃນຖານະພຣະເຈົ້າພຣະບິດາ ພຣະເຈົ້າພຣະບຸດແລະພຣະເຈົ້າພຣະວິນຍານບໍຣິສຸດ ແຕ່ລະພຣະອົງກໍຄືພຣະເຈົ້າຢ່າງສົມບູນແລະເປັນພຣະເຈົ້າອົງດຽວກັນ ນີ້ເປັນເລື້ອງລຶກລັບທີ່ມະນຸດບໍ່ສາມາດເຂົ້າໃຈໄດ້.
  • ພຣະເຈົ້າພຣະບິດາໄດ້ສົ່ງພຣະເຈົ້າພຣະບຸດ (ພຣະເຢຊູ) ມາໃນໂລກນີ້ແລະພຣະອົງໄດ້ສົ່ງພຣະວິນຍານບໍລິສຸດມາຍັງຄົນຂອງພຣະອົງ.
  • ຜູ້ໃດທີ່ເຊື່ອໃນພຣະເຈົ້າພຣະບຸດຈະໄດ້ເປັນບຸດຂອງພຣະເຈົ້າ

ພຣະບິດາ,ແລະພຣະເຈົ້າພຣະວິນຍານບໍຣິສຸດຈະມາຢູ່ໃນຄົນນັ້ນ ນີ້ອີກເປັນເລື້ອງລຶກລັບທີ່ມະນຸດບໍ່ສາມາດເຂົ້າໃຈໄດ້ທັງໝົດ.

ຄຳແນະນຳການແປ

  • ໃນຄຳເວົ້າທີ່ວ່າ "ພຣະເຈົ້າພຣະບິດາ" ຈະດີທີ່ສຸດຖ້າແປເປັນ"ພຣະບິດາ" ດ້ວຍຄຳດຽວກັນກັບພາສາທີ່ເປັນທັມະຊາດທີ່ໃຊ້ເພື່ອອ້າງເຖິງພໍ່ໃນແບບມະນູດ.
  • ຄຳວ່າ "ພຣະບິດາໃນສະຫວັນ ສາມາດແປໄດ້ອີກວ່າ "ພຣະບິດາຜູ້ຊົງສະຖິດໃນສະຫວັນ"
  • ປົກກະຕິແລ້ວ "ພຣະບິດາ" ຈະໃຊ້ຕົວອັກສອນໃຫຍ່ເພື່ອສະແດງໃຫ້ເຫັນວ່າອ້າງເຖິງພຣະເຈົ້າ.