lo_tw/bible/kt/abomination.md

3.7 KiB

​​ຫນ້າລັງກຽດ, ຫນ້າກຽດຫນ້າຊັງ

ນິຍາມ

​ຄຳ​ວ່າ "​​ຫນ້າລັງກຽດ" ໃຊ້​ກ່າວ​ເຖິງ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ໜ້າ​ກຽດ ຫລືບໍ່​ເ​ຫັນຊອບ​ທີ່​ສຸດ.

  • ຄົນ​ອີຢິບຖື​ວ່າ​ຄົນ​ເຮັບ​ເຣີ "ຫນ້າລັງກຽດ" ນີ້​ຄື​ໝາຍ​ຄວາມ​ວ່າ​ຄົນ​ອີ​ຢິບບໍ່​ມັກ​ຄົນ​ເຮັບ​ເຣີ ແລະ​ບໍ່​ຕ້ອງ​ການ​ຄົບ​ຄ້າ​ສາມ​ະຄົມຫລື​ຢູ່​ໃກ້ໆ​ພວກ​ເຂົາ.
  • ບາງ​ສິ່ງ​ທີ່​ພ​ຣະ​ຄັມ​ພີ​ເວົ້າ​ວ່າ "ສິ່ງ​ທີ່ຫນ້າລັງກຽດ​ຕໍ່​ພ​ຣະ​ເຈົ້າ" ລວມ​ເຖິງ ການ​ຕົ​ວະ, ການອວດ​ຕົວ,ການ​ຖວາຍ​ມະ​ນຸດ​ເປັນ​ເຄື່ອງ​ບູ​ຊາ, ການ​ລ່ວງ​ປະ​ເວ​ນີ​ແລະ​ການ​ຮັກຄົນ​ເພດດຽວ​ກັນ.
  • ໃ​ນ​ການ​ສອນ​ເລຶ້ອງ​ຍຸກ​ສຸດ​ທ້າຍ, ບັນ​ດາ​ສາ​ວົກ​ຂອງ​ພ​ຣະ​ເຢ​ຊູ​ໄ​ດ້​ອ້າງ​ເຖິງ​ຄຳ​ພະ​ຍາ​ກອນ​ຂອງ​ຜູ້​ປະ​ກາດ​ພ​ຣະຄັມ ດາ​ນິ​ເອນ​ກ່ຽວ​ກັບສິ່ງ "​ຫນ້າລັງກຽດອັນໜ້າ​ຢ້ານ" ທີ່​ຈະ​ຖືກກໍ່​ຕັ້ງ​ຂຶ້ນ ຊຶ່ງ​ເປັນ​​ເໝືອນ​ການ​ກະ​ບົດ​ຕໍ່ ​ພ​ຣະ​ເຈົ້າ, ທັງເຮັດໃຫ້​ບ່ອນ​ນະ​ມັດ​ສະການ​ຂອງ​ພ​ຣະ​ອົງ​ເປັນ​ມົ​ນທິນ.

ຄຳ​ແນະ​ນຳ​ໃນ​ການ​ແປ

ຄຳ​ວ່າ "ຫນ້າລັງກຽດ" ສາ​ມາດ​ແປ​ໄດ້​ອີກວ່າ "ບາງ​ສິ່ງ​ທີ່​ພ​ຣະ​ເຈົ້າ​ກຽດ​ຊັງ" ຫລື "ບາງ​ສິ່ງ​ທີ່​ໜ້າ​ລັງ​ກຽດ" ຫລື "​ການ​ກະ​ທຳ​ທີ່​ໜ້າ​ລັງ​ກຽດ" ຫລື​"ຊົ່ວຮ້າຍ​ທີ່​ສຸດ."

  • ອີງ​ຕາມ​ເນື້ອ​ຫາ​ນີ້​ອາ​ດຈະ​ແປ​ວ່າ "ຫນ້າລັງກຽດ​ຕໍ່" ອາດ​ຈະ​ລວມ​ເຖິງ "ໜ້າ​ກຽດ​ທີ່​ສຸດ" ຫລື "ໜ້າ​ກຽດ​ຕໍ່" ຫລື "ເປັນ​ສິ່ງ​ທີ່​ຮັບ​ບໍ່​ໄດ້​" ຫລື "ເຮັດ​ໃຫ້​ໜ້າ​​ກຽດ​ຊັງ​ທີ່​ສຸດ."
  • ຈາກ​ເນື້ອ​ຫານີ້ "ຫນັາລັງກຽດ​ອັນ​ໜ້າ​ຢ້ານ" ອາດ​ຈະ​ແປ​ໄດ້​ອີກວ່າ "ສິ່ງ​ທີ່​ເປັນ​ມົນ​ທິນ​ທີ່​ຈະເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ອັນ​ຕະ​ລາຍ​ຢ່າງ​ຮ້າຍ ແຮງ" ຫລື "ສິ່ງ​ທີ່​ໜ້າ​ກຽດ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ໂສກ​ເສົ້າ​ຢ່າງ​ຫລວງຫລາຍ."