lo_tw/bible/kt/cornerstone.md

2.6 KiB

ສີລາເສົາເອກ

ນິຍາມ

ຄຳວ່າ "ສີລາເສົາເອກ" ກ່າວເຖິງຫີນຂະໜາດໃຫຍ່ ທີ່ຖືກຕັດເປັນພິເສດແລະວາງໄວ້ຊື່ເສົາຂອງຮາກຖານຂອງອາຄານ.

  • ຫີນອື່ນໆທັງໝົດຂອງອາຄານຈະຖືກແທກແລະປູໄວ້ໃຫ້ຕິດກັບສີລາເສົາເອກນີ້.
  • ເປັນສິ່ງສຳຄັນຫຼາຍສຳລັບຄວາມແຂງແຮງແລະຄວາມໝັ້ນຄົງຂອງໂຄງສ້າງທັງໝົດ.
  • ໃນພຣະຄໍາພີໃໝ່, ການຊຸມນຸມຂອງຜູ້ເຊື່ອປຽບກັບອາຄານທີ່ມີພຣະເຢຊູເປັນ "ສີລາເສົາເອກ."
  • ໃນລັກສະນະດຽວກັນທີ່ສີລາເສົາເອກຂອງອາຄານຈະຄ້ຳແລະກຳນົດຕຳແໜ່ງຂອງອາຄານໝົດທັງຫຼັງ, ດັ່ງນັ້ນພຣະເຢຊູຈິ່ງເປັນສີລາເສົາເອກທີ່ສຳຄັນສຳລັບການກໍ່ຕັ້ງ ແລະສະໜັບສະໜຸນການຊຸມນຸມຂອງຜູ້ເຊື່ອ.

ຄຳແນະນໍາໃນການແປ

  • ຄຳວ່າ "ສີລາເສົາເອກ" ອາດແປວ່າ "ສີລາຫຼັກຂອງອາຄານ"

ຫຼື " ສີລາຮາກຖານ."

  • ພິຈາລະນາວ່າພາສາເປົ້າໝາຍໃນການແປມີຄຳສໍາລັບ

ສ່ວນທີ່ເປັນຮາກຖານຂອງອາຄານທີ່ເປັນສ່ວນຄ້ຳຫຼັກຫຼືບບໍ່. ຖ້າມີ, ໃຫ້ໃຊ້ຄຳນີ້ໄດ້.

  • ອີກວິທີໜຶ່ງໃນການແປຄຳນີ້ຄື, "ສີລາຮາກຖານ" ທີ່ໃຊ້ສຳລັບເສົາຂອງອາຄານ."
  • ສິ່ງທີ່ສຳຄັນຄືຕ້ອງຮັກສາຄວາມຈິງທີ່ວ່ານີ້ເປັນຫີນຂະ

ໜາດໃຫຍ່, ທີ່ໃຊ້ເປັນວັດຖຸກໍ່ສ້າງທີ່ແຂງແຮງແລະໝັ້ນຄົງ. ຖ້າຫີນບໍ່ໄດ້ໃຊ້ສຳລັບສ້າງອາຄານ, ມີຄຳອື່ນທີ່ສາມາດນຳມາໃຊ້ຊຶ່ງໝາຍຄວາມວ່າ "ຫີນຂະໜາດໃຫ່ຍ"