# ສີລາເສົາເອກ ## ນິຍາມ ຄຳວ່າ "ສີລາເສົາເອກ" ກ່າວເຖິງຫີນຂະໜາດໃຫຍ່ ທີ່ຖືກຕັດເປັນພິເສດແລະວາງໄວ້ຊື່ເສົາຂອງຮາກຖານຂອງອາຄານ. * ຫີນອື່ນໆທັງໝົດຂອງອາຄານຈະຖືກແທກແລະປູໄວ້ໃຫ້ຕິດກັບສີລາເສົາເອກນີ້. * ເປັນສິ່ງສຳຄັນຫຼາຍສຳລັບຄວາມແຂງແຮງແລະຄວາມໝັ້ນຄົງຂອງໂຄງສ້າງທັງໝົດ. * ໃນພຣະຄໍາພີໃໝ່, ການຊຸມນຸມຂອງຜູ້ເຊື່ອປຽບກັບອາຄານທີ່ມີພຣະເຢຊູເປັນ "ສີລາເສົາເອກ." * ໃນລັກສະນະດຽວກັນທີ່ສີລາເສົາເອກຂອງອາຄານຈະຄ້ຳແລະກຳນົດຕຳແໜ່ງຂອງອາຄານໝົດທັງຫຼັງ, ດັ່ງນັ້ນພຣະເຢຊູຈິ່ງເປັນສີລາເສົາເອກທີ່ສຳຄັນສຳລັບການກໍ່ຕັ້ງ ແລະສະໜັບສະໜຸນການຊຸມນຸມຂອງຜູ້ເຊື່ອ. ## ຄຳແນະນໍາໃນການແປ * ຄຳວ່າ "ສີລາເສົາເອກ" ອາດແປວ່າ "ສີລາຫຼັກຂອງອາຄານ" ຫຼື " ສີລາຮາກຖານ." * ພິຈາລະນາວ່າພາສາເປົ້າໝາຍໃນການແປມີຄຳສໍາລັບ ສ່ວນທີ່ເປັນຮາກຖານຂອງອາຄານທີ່ເປັນສ່ວນຄ້ຳຫຼັກຫຼືບບໍ່. ຖ້າມີ, ໃຫ້ໃຊ້ຄຳນີ້ໄດ້. * ອີກວິທີໜຶ່ງໃນການແປຄຳນີ້ຄື, "ສີລາຮາກຖານ" ທີ່ໃຊ້ສຳລັບເສົາຂອງອາຄານ." * ສິ່ງທີ່ສຳຄັນຄືຕ້ອງຮັກສາຄວາມຈິງທີ່ວ່ານີ້ເປັນຫີນຂະ ໜາດໃຫຍ່, ທີ່ໃຊ້ເປັນວັດຖຸກໍ່ສ້າງທີ່ແຂງແຮງແລະໝັ້ນຄົງ. ຖ້າຫີນບໍ່ໄດ້ໃຊ້ສຳລັບສ້າງອາຄານ, ມີຄຳອື່ນທີ່ສາມາດນຳມາໃຊ້ຊຶ່ງໝາຍຄວາມວ່າ "ຫີນຂະໜາດໃຫ່ຍ"