lo_tw/bible/kt/anoint.md

4.1 KiB

ເຈີມ, ໄດ້ເຈີມ

ນິຍາມ

ຄຳວ່າ "ເຈີມ" ໝາຍເຖິງການເອົານ້ຳມັນທາຫຼືເທເທິງບຸກຄົນຫຼືວັດຖຸ. ບາງຄັ້ງນ້ຳມັນນັ້ນຖືກປະສົມກັບເຄື່ອງເທດ, ມີກິ່ນດີມີກິ່ນນ້ຳຫອມ, ຄຳນີ້ໃຊ້ປຽບທຽບໝາຍເຖິງການເລືອກຂອງພຣະວິນຍານບໍຣິສຸດແລະໃຫ້ອຳນາດກັບບາງຄົນດ້ວຍ.

  • ໃນພັນທະສັນຍາເດີມພວກປະໂລຫິດແລະກະສັດ ແລະຜູ້ປະກາດພຣະທັມໄດ້ເຈີມດ້ວຍນ້ຳມັນເພື່ອແຕ່ງຕັ້ງພວກເຂົາແຍກໄວ້ຕ່າງຫາກເພື່ອຮັບໃຊ້ພຣະເຈົ້າ.
  • ວັດຖຸຢ່າງເຊັ່ນແທນບູຊາແລະພັບພາ ກໍ່ໄດ້ເຈີມດ້ວຍນ້ຳມັນເພື່ອສະແດງວ່າສິ່ງເຫລົ່ານີ້ຖືກໃຊ້ເພື່ອນະມັດສະການແລະຖວາຍກຽດແດ່ພຣະເຈົ້າ.
  • ໃນພັນທະສັນຍາໃໝ່ ຄົນປ່ວຍກໍ່ຖືກເຈີມດ້ວຍນ້ຳມັນເພື່ອການຮັກສາໃຫ້ຫາຍປ່ວຍ.
  • ໃນພັນທະສັນຍາໃໝ່ບັນທືກໄວ້ສອງຄັ້ງ ພຣະເຢຊູເຈົ້າຖືກເຈີມດ້ວຍນ້ຳຫອມໂດຍຜູ້ຍິງຄົນໜຶ່ງ ເພື່ອເປັນການນະມັດສະການພຣະອົງ. ມີຄັ້ງໜຶ່ງພຣະເຢຊູເຈົ້າຊົງກ່າວວ່ານາງໄດ້ທຳເພື່ອເປັນການຕຽມຝັງພຣະສົບຂອງພຣະອົງໃນອານາຄົດ.
  • ຫລັງຈາກທີ່ພຣະເຢຊູເຈົ້າຊົງສີ້ນພຣະຊົນ, ບັນດາມິດສະຫາຍຂອງພຣະອົງໄດ້ຈັດຕຽມພຣະກາຍຂອງພຣະອົງໂດຍການຊາໂລມດ້ວນນ້ຳມັນແລະເຄື່ອງເທດ.
  • ຊື່ເອີ້ນວ່າ "ເມຊິຢາ" (ພາສາເຮັບເຣີ) ແລະ "ພຣະຄຣິດ" (ພາສາກຣີກ) ໝາຍຄວາມວ່າ "(ຜູ້ທີ່) ຖືກເຈີມ"
  • ພຣະເຢຊູເຈົ້າ ພຣະເມຊິຢາ ຄືຜູ້ທີ່ຖືກເລືອກຫຼືເຈີມເໝືອນຜູ້ປະກາດພຣະທັມ ມະຫາປະໂລຫິດ ແລະກະສັດ.

ຂໍ້ແນະນຳການແປ

  • ຄຳວ່າ "ເຈີມ" ອາດແປໄດ້ອີກວ່າ "ເທນ້ຳມັນເທິງ" ຫຼື "ທານ້ຳມັນເທິງ" ຫຼື "ຖວາຍໃຫ້ໂດຍການເທນ້ຳມັນຫອມລົງເທິງນັ້ນ" ທັງນີ້ຢູ່ກັບບໍຣິບົດນັ້ນໆ.
  • ການ "ຖືກເຈີມ" ອາດແປໄດ້ອີກວ່າ "ຖືກຖວາຍໃຫ້ດ້ວຍນ້ຳມັນ" ຫຼື "ຖືກແຕ່ງຕັ້ງ" ຫຼື "ຖືກມອບຖວາຍໄວ້"
  • ໃນບາງບໍຣິບົດຄຳວ່າ "ເຈີມ" ອາດແປໄດ້ອີກວ່າ "ແຕ່ງຕັ້ງ"
  • ຄຳທີ່ວ່າ "ປະໂລຫິດທີ່ຖືກເຈີມ" ອາດແປໄດ້ອີກວ່າ "ປະໂລຫິດຜູ້ຖືກຖວາຍໄວ້ດ້ວຍນ້ຳມັນ" ຫຼື "ປະໂລຫິດຜູ້ຖືກແຕ່ງຕັ້ງແຍກໄວ້ຕ່າງຫາກໂດຍຖືກມອບໄວ້ໂດຍການເທນ້ຳມັນເທິງເຂົາ."