lo_tw/bible/kt/discipline.md

2.2 KiB

ວິໄນ, ຄວບຄຸມຕົນເອງ

ນິຍາມ

ຄຳວ່າ "ວິໄນ" ກ່າວເຖິງການຝຶກໃຫ້ທີ່ຈະເຊື່ອຕາມຫຼັກເກນພຶດຕິກຳທາງສິນລະທັມ.

  • ບິດາມານດາຝຶກວິໄນບັນດາບຸດຂອງພວກເຂົາ ໂດຍການຈັດແນວທາງສິນລະທັມສຳລັບພວກເຂົາ ແລະສອນໃຫ້ພວກເຂົາເຊື່ອຟັງ.
  • ໃນທຳນອງດຽວກັນ ພຣະເຈົ້າຊົງຝຶກວິໄນລູກໆ ຂອງພຣະອົງເພື່ອຊ່ວຍພວກເຂົາເກີດຜົນດີໃນທາງດຳລົງຊີວິດຝ່າຍວິນຍານ ເຊັ່ນ ຄວາມຍິນດີ, ຄວາມຮັກ,ແລະຄວາມອົດທົນ.
  • ການມີວິໄນກ່ຽວຂ້ອງກັບຄຳແນະນຳກ່ຽວກັບວິທີທີ່ຈະມີຊີວິດຢູ່ເພື່ອເປັນທີ່ໂປດປານຂອງພຣະເຈົ້າ ແລະເໝືອນການລົງໂທດສຳລັບພຶດຕິກຳທີ່ຂັດຕໍ່ພຣະປະສົງຂອງພຣະເຈົ້າ.
  • ຄວບຄຸມຕົນເອງຄືຂະບວນການຂອງການໃຊ້ຫຼັກການທາງສິນລະທັມແລະຝ່າຍວິນຍານແກ່ຊີວິດຂອງແຕ່ລະຄົນ.

ຄຳແນະນຳການແປ

  • ຂຶ້ນຢູ່ກັບບໍລິບົດ "ວິໄນ" ອາດແປວ່າ "ອົບຮົມແລະສັ່ງສອນ" ຫຼື "ແນວທາງສິນລະທັມ" ຫຼື "ລົງໂທດສຳລັບການກະທຳຜິດ".
  • ຄຳນາມວ່າ "ວິໄນ" ອາດແປວ່າ "ການຝຶກຝົນທາງສິນລະທັມ" ຫຼື "ການລົງໂທດ" ຫຼື "ການແກ້ໄຂທາງສິນລະທັມ" ຫຼື "ຄຳແນະນຳທາງສິນລະທັມແລະການສັ່ງສອນ".