lo_tw/bible/kt/adultery.md

3.1 KiB

ການ​ເປັນ​ຊູ້, ເປັນ​ຊູ້, ຊາຍ​ຊູ້, ຍິງ​ຊູ້

ນິຍາມ

​ຄຳ​ວ່າ "ການ​ເປັນ​ຊູ້" ເວົ້າ​ເຖິງ​ຄວາມ​ບາບ​ທີ່​ກ່ຽວ​ຂ້ອງ​ກັບ​ຄົນ​ທີ່​ແຕ່ງ​ງານ​ແລ້ວ​ໄປ​ມີ​ເພດ​ສຳ​ພັນ​ກັບ​ຄົນ​ອື່ນ​ທີ່ບໍ່​ແມ່ນ​ຄູ່​ຄອງ​ຂອງ​ຕົນ​ເອງ. ຄຳ​ວ່າ "ເປັນ​ຊູ້" ອະ​ທິ​ບາຍ​ເຖິງ​ການ​ເຮັດ​ແບບນີ້​ຫລື​ບຸກ​ຄົນ​ທີ່​ເຮັດ​ຄວາມ​ບາບ​ແບບນີ້.

  • ຄຳ​ວ່າ "ຊາຍ​ຊູ້" ໂດຍ​ທົ່ວ​ໄປ​ເວົ້າ​ເຖິງ​ໃຜ​ກໍ​ໄດ້​ທີ່​ເປັນ​ຊູ້.
  • ບາງ​ຄັ້ງ​ຄຳ​​ວ່າ "ຍິງ​ຊູ້" ຖືກ​ໃຊ້​ສະ​ເພາະ​ກັບ​ຜູ້​ຍິງ​ທີ່​ເປັນ​ຊູ້.
  • ການ​ເປັນ​ຊູ້​ທຳ​ລາຍ​ຄຳ​ສັນ​ຍາ​ທີ່​ຜົວ​ເມຍ​ໄດ້​ໃຫ້​ຕໍ່​ກັນ​ໃນ​ຄຳ​ສັນ​ຍາ​ຂອງ​ການ​ແຕ່ງດອງ​ຂອງ​ພວກ​ເຂົາ.
  • ພ​ຣະ​ເຈົ້າ​ຊົງ​ໄດ້​ບັນ​ຊາ​ຫ້າມ​ຄົນ​ອິ​ສະ​ຣາ​ເອນ​ຫລິ້ນ​ຊູ້.
  • ຄຳ​ວ່າ "ເປັນ​ຊູ້" ມັກ​ໃຊ້​ເປັນ​ຮູບ​ປຽບ​ທຽບ​ເພື່ອ​ອະ​ທິ​ບາຍ​ເຖິງ​ປະ​ຊາ​ຊົນ​ອິສະ​ຣາ​ເອນ​ທີ່ບໍ່​ຊື່​ສັດ​ຕໍ່​ພ​ຣະ​ເຈົ້າ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ເມື່ອ​ພວກ​ເຂົາ​ໄດ້​ໄປ​ນະ​ມັ​ສ​ການ​ພຣ​ະ​ອື່ນ.

ຄຳ​ແນະ​ນຳ​ໃນ​ການ​ແປ

  • ຖ້າ​ພາ​ສາ​ທີ່​ຈະ​ແປນັ້ນ​ບໍ່​ມີ​ຄຳ​ທີ່​ໝາຍ​ຄວາມ​ວ່າ "ການ​ເປັນ​ຊູ້" ຄຳ​ນີ້​ກໍ​ອາດ​ຈະ​ແປ​ວິ​ທີ​ອື່ນ​ເຊັ່ນ "ການ​​ໄປ​ນອນກັບ​ຜົວ​ຫລື​ເມຍ​ຂອງ​ຄົນ​ອື່ນ" ຫລື "ການ​ຫລິ້ນ​ຊູ້."
  • ​ບາງ​ພາ​ສາ​ອາດ​ຈະ​ເວົ້າ​ເລື້ອງ​ການ​ເປັນ​ຊູ້​ແບບ​ທາງ​ອ້ອມ​ເຊັ່ນ "ການນອກ​ໃຈ​ກັນ" ຫລື "ການບໍ່​ສັດ​ຊື່​ຕໍ່​ຄອບ​ຄົວ."

(​ເບີ່ງເພີ້ມເຕີມ: commit, covenant, sexual immorality, sleep with, faithful)