lo_tw/bible/kt/fulfill.md

2.3 KiB

ເຮັດໃຫ້ສຳເລັດ

ນິຍາມ

ຄຳວ່າ "ເຮັດໃຫ້ສຳເລັດ" ໝາຍເຖິງເຮັດໃຫ້ບາງສິ່ງສົມບູນ ຫລືເຮັດໃຫ້ບາງສິ່ງສຳເລັດຕາມທີ່ຄາດຫວັງໄວ້.

  • ເມື່ອການປະກາດພຣະທັມໄດ້ຮັບການເຮັດໃຫ້ສຳເລັດ, ນັ້ນໝາຍເຖິງວ່າ ພຣະເຈົ້າໄດ້ເຮັດໃຫ້ສິ່ງນັ້ນເກີດຂຶ້ນຕາມທີ່ໄດ້ທໍາ ນວາຍໄວ້ໃນຄໍາທໍານວາຍ.
  • ຖ້າຄົນຜູ້ໃດ ເຮັດໃຫ້ຄຳສັນຍາຫລືຄຳປະຕິຍານສຳເລັດ, ນັ້ນໝາຍຄວາມວ່າເຂົາເຮັດໃນສິ່ງທີ່ເຂົາໄດ້ໃຫ້ສັນຍາໄວ້.
  • ເພື່ອຄວາມຮັບຜິດຊອບສຳເລັດ, ໝາຍເຖິງການທຳງານທີ່ໄດ້ຮັບມອບໝາຍ ຫລືຮ້ອງຂໍ.

ຄຳແນະນຳການແປ

  • ຄຳວ່າ, "ເຮັດໃຫ້ສຳເລັດ" ສາມາດແປໄດ້ອີກວ່າ "ແລ້ວໆ" ຫລື "ສົມບູນ" ຫລື "ທຳໃຫ້ເກີດຂຶ້ນ" ຫລື "ເຊື່ອຟັງ" ຫລື "ປະຕິບັດການ." ທັງນີ້ຂຶ້ນຢູ່ກັບບໍຣິບົດ
  • ປະໂຫຍກທີ່ວ່າ "ໄດ້ຮັບການທຳໃຫ້ສຳເລັດແລ້ວ" ສາມາດແປໄດ້ອີກວ່າ, "ເປັນຈິງ" ຫລື "ໄດ້ເກີດຂຶ້ນແລ້ວ" ຫລື "ເກີດຂຶ້ນແລ້ວ."
  • ແນວທາງການແປ "ເຮັດໃຫ້ສຳເລັດ" ເໝືອນໃນ "ການຮັບໃຊ້ຂອງທ່ານສຳເລັດ" ສາມາດລວມທັງ" ສົມບູນ" ຫລື "ປະຕິບັດການ" ຫລື "ຝຶກ" ຫລື "ຮັບໃຊ້ຜູ້ອື່ນຢ່າງທີ່ພຣະເຈົ້າໄດ້ເອີ້ນມາໃຫ້ທ່ານເຮັດ."