lo_tw/bible/kt/adoption.md

2.7 KiB

ການ​ຮັບ​ເປັນ​ລູກ

ນິຍາມ

​ຄຳ​ວ່າ "ການ​ຮັບ​ເປັນ​ລູກ" ເວົ້າ​ເຖິງ​ການ​ທີ່​ບາງ​ຄົນ​ໄດ້​ກາຍ​ເປັນ​ລູກ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ບຸກ​ຄົນ​ອື່ນ ​ທີ່ບໍ່​ແມ່ນ​ພໍ່​ແມ່​ຄີງ.

  • ພ​ຣະ​ຄັມ​ພີ​ໃຊ້​ຄຳ​ວ່າ "ການ​ຮັບ​ເປັນ​ລູກ" ຫລື "ຮັບ​ເປັນ​ລູກ" ເປັນ​​ພາບ​ປຽບ​ທຽບ​ເພື່ອ​ອະ​ທິ​ບາຍ​ວ່າ​ພ​ຣະ​ເຈົ້າ​ເຮັດ​ໃຫ້​ຄົນ​ໄດ້​ມີ​ສ່ວນ​ໃນ​ຄອບ​ຄົວ​ຂອງ​ພ​ຣະ​ອົງ, ແລະ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ລູກ​ຊາຍ​ແລະ​ລູກ​ຍິງ​ຝ່າຍ​ວິນ​ຍານ​ຂອງ​ພ​ຣະ​ອົງ​ໄດ້​ຢ່າງ​ໃດ.
  • ໃນ​ຖາ​ນະ​ລູກ​ລ້ຽງ ພວກ​ຜູ້​ເຊື່ອ​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ​ຮ່ວມ​ກັນ​ກັບ​ພ​ຣະ​ເຢ​ຊູ​ຄ​ຣິດ, ພວກ​ເຂົາ​ເຈົ້າ​ມີ​ສິດ​ພິ​ເສດ​ຂອງ​ລູກ​ຊາຍ​ລູກ​ຍິງ​ຂອງ​ພ​ຣະ​ເຈົ້າ.

ຄຳ​ແນະ​ນຳ​ໃນ​ການ​ແປ

  • ຄຳ​ນີ້​ອາດ​ແປ​ໂດຍ​ໃຊ້​ຄຳ​ຂອງ​ພາ​ສານັ້ນໆ ທີ່​ເຮົາ​ຈະ​ແປ​ເພື່ອ​ອະ​ທິ​ບາຍ​ເຖິງ​ຄວາມ​ສຳ​ພັນ​ພິ​ເສດ​ຂອງ​ພໍ່​ແມ່​ແລະ​ລູກ. ແຕ່​ໃຫ້​ແນ່​ໃຈ​ວ່າ​ຄຳ​ນີ້​ມີ​ຄວາມ​ໝາຍ​ທີ່​ເປັນ​ພາບ​ປຽບ​ທຽບ​ຫລື​ຄວາມ​ໝາຍ​ຝ່າຍ​ວິນ​ຍານ.
  • ຄຳ​ທີ່​ວ່າ "ການ​ຖືກ​ຮັບ​ເປັນ​ລູກ" ກໍ​ອາດ​ແປ​ໄດ້​ວ່າ "ພ​ຣະ​ເຈົ້າ​ໄດ້​ຊົງຮັບ​ໃຫ້​ເປັນ​ລູກ​ຂອງ​ພຣະ​ອົງ" ຫລື "ເປັນລູກ​ຂອງ​ພ​ຣະ​ເຈົ້າ​ຝ່າຍ​ວິນ​ຍານ."

(​ເບີ່ງເພີ້ມເຕີມ: heir, inherit, spirit)