lo_tw/bible/kt/covenant.md

4.0 KiB

ພັນທະສັນຍາ

ນິຍາມ

ພັນທະສັນຍາເປັນຂໍ້ຕົກລົງ, ຢ່າງເປັນທາງການແລະມີຜົນຜູກພັນລະຫວ່າງສອງຝ່າຍ ທີ່ຄູ່ສັນຍາຝ່າຍໜຶ່ງ ຫຼືທັງສອງຝ່າຍຕ້ອງປະຕິບັດຕາມ.

  • ຂໍ້ຕົກລົງນີ້ສາມາດທຳລະຫວ່າງບຸກຄົນ, ລະຫວ່າງກຸ່ມຄົນ, ຫຼື ລະຫວ່າງພຣະເຈົ້າກັບປະຊາຊົນ.
  • ເມື່ອຄົນທຳສັນຍາຕໍ່ກັນແລະກັນ, ພວກເຂົາສັນຍາວ່າພວກເຂົາຈະທຳສິ່ງໃດໆ, ແລ້ວພວກເຂົາຕ້ອງທຳສິ່ງນັ້ນ.
  • ຕົວຢ່າງພັນທະສັນຍາຂອງມະນຸດ ລວມເຖິງພັນທະສັນຍາການແຕ່ງງານ, ຂໍ້ຕົກລົງທາງທຸລະກິດ, ແລະສົນທິສັນຍາລະຫວ່າງປະເທດ.
  • ຕະຫຼອດພຣະຄໍາພີ, ພຣະເຈົ້າຊົງທຳພັນທະສັນຍາກັບປະຊາຊົນຂອງພຣະອົງຫຼາຍພັນທະສັນຍາທີ່ແຕກຕ່າງກັນ.
  • ໃນບາງພັນທະສັນຍາ, ພຣະເຈົ້າໄດ້ຊົງສັນຍາວ່າ ຈະປະຕິບັດຕາມເງື່ອນໄຂຂອງພຣະອົງໂດຍບໍ່ມີເງື່ອນໄຂ. ຕົວຢ່າງເຊັ່ນ

ເມື່ອພຣະເຈົ້າຊົງກຳນົດພັນທະສັນຍາກັບມະນຸດຊາດ, ໂດຍສັນຍາວ່າຈະບໍ່ທຳລາຍໂລກອີກ ດ້ວຍນ້ຳຖ້ວມທົ່ວໂລກ, ສັນຍາ ນີ້ບໍ່ມີເງື່ອນໄຂສຳລັບຄົນທີ່ຈະທຳຕາມ.

  • ໃນພັນທະສັນຍາອື່ນພຣະເຈົ້າໄດ້ຊົງສັນຍາວ່າ ຈະປະຕິບັດຕາມສ່ວນຂອງພຣະອົງ ສະເພາະເມື່ອບັນດາປະຊາຊົນເຊື່ອຟັງພຣະອົງແລະປະຕິບັດຕາມພັນທະສັນຍາ ໃນສ່ວນຂອງພວກເຂົາ ທີ່ໄດ້ສັນຍາໄວ້ກັບພຣະອົງເທົ່ານັ້ນ.

ຄຳແນະນຳໃນການແປ

  • ວິທີການ, ແປຄຳນີ້ອາດລວມເຖິງ, " ຂໍ້ຕົກລົງທີ່ມີຜົນຜູກພັນ"

ຫຼື "ຄວາມມຸ່ງໝັ້ນຢ່າງເປັນທາງການ" ຫຼື" ຄຳໝັ້ນສັນຍາ" ຫຼື "ສັນຍາ." ທັງນີ້ຂຶ້ນຢູ່ກັບກໍລະນີນັ້ນໆ

  • ບາງພາສາອາດມີຄຳທີ່ແຕກຕ່າງກັນສຳລັບຂໍ້ຕົກລົງ ຂຶ້ນຢູ່ກັບວ່າຝ່າຍໃດຝ່າຍໜຶ່ງ ຫຼື ທັງສອງຝ່າຍໄດ້ທຳສັນຍາວ່າຈະຕ້ອງປະຕິບັດ. ຖ້າພັນທະສັນຍາເປັນແບບດ້ານດຽວ, ກໍສາມາດແປເປັນ "ສັນຍາ" ຫຼື"ຄຳໝັ້ນສັນຍາ."
  • ກວດສອບໃຫ້ແນ່ໃຈວ່າຄຳແປຂອງຄຳນີ້ ບໍ່ໄດ້ເປັນການທີ່

ປະຊາຊົນສະເໜີຂໍ້ຕົກລົງ. ໃນທຸກກໍລະນີຂອງພັນທະສັນຍາ ລະຫວ່າງພຣະເຈົ້າກັບມະນຸດ, ພຣະເຈົ້າເປັນຜູ້ລິເລີ່ມພັນທະສັນຍານັ້ນ.