# ພັນທະສັນຍາ ## ນິຍາມ ພັນທະສັນຍາເປັນຂໍ້ຕົກລົງ, ຢ່າງເປັນທາງການແລະມີຜົນຜູກພັນລະຫວ່າງສອງຝ່າຍ ທີ່ຄູ່ສັນຍາຝ່າຍໜຶ່ງ ຫຼືທັງສອງຝ່າຍຕ້ອງປະຕິບັດຕາມ. * ຂໍ້ຕົກລົງນີ້ສາມາດທຳລະຫວ່າງບຸກຄົນ, ລະຫວ່າງກຸ່ມຄົນ, ຫຼື ລະຫວ່າງພຣະເຈົ້າກັບປະຊາຊົນ. * ເມື່ອຄົນທຳສັນຍາຕໍ່ກັນແລະກັນ, ພວກເຂົາສັນຍາວ່າພວກເຂົາຈະທຳສິ່ງໃດໆ, ແລ້ວພວກເຂົາຕ້ອງທຳສິ່ງນັ້ນ. * ຕົວຢ່າງພັນທະສັນຍາຂອງມະນຸດ ລວມເຖິງພັນທະສັນຍາການແຕ່ງງານ, ຂໍ້ຕົກລົງທາງທຸລະກິດ, ແລະສົນທິສັນຍາລະຫວ່າງປະເທດ. * ຕະຫຼອດພຣະຄໍາພີ, ພຣະເຈົ້າຊົງທຳພັນທະສັນຍາກັບປະຊາຊົນຂອງພຣະອົງຫຼາຍພັນທະສັນຍາທີ່ແຕກຕ່າງກັນ. * ໃນບາງພັນທະສັນຍາ, ພຣະເຈົ້າໄດ້ຊົງສັນຍາວ່າ ຈະປະຕິບັດຕາມເງື່ອນໄຂຂອງພຣະອົງໂດຍບໍ່ມີເງື່ອນໄຂ. ຕົວຢ່າງເຊັ່ນ ເມື່ອພຣະເຈົ້າຊົງກຳນົດພັນທະສັນຍາກັບມະນຸດຊາດ, ໂດຍສັນຍາວ່າຈະບໍ່ທຳລາຍໂລກອີກ ດ້ວຍນ້ຳຖ້ວມທົ່ວໂລກ, ສັນຍາ ນີ້ບໍ່ມີເງື່ອນໄຂສຳລັບຄົນທີ່ຈະທຳຕາມ. * ໃນພັນທະສັນຍາອື່ນພຣະເຈົ້າໄດ້ຊົງສັນຍາວ່າ ຈະປະຕິບັດຕາມສ່ວນຂອງພຣະອົງ ສະເພາະເມື່ອບັນດາປະຊາຊົນເຊື່ອຟັງພຣະອົງແລະປະຕິບັດຕາມພັນທະສັນຍາ ໃນສ່ວນຂອງພວກເຂົາ ທີ່ໄດ້ສັນຍາໄວ້ກັບພຣະອົງເທົ່ານັ້ນ. ## ຄຳແນະນຳໃນການແປ * ວິທີການ, ແປຄຳນີ້ອາດລວມເຖິງ, " ຂໍ້ຕົກລົງທີ່ມີຜົນຜູກພັນ" ຫຼື "ຄວາມມຸ່ງໝັ້ນຢ່າງເປັນທາງການ" ຫຼື" ຄຳໝັ້ນສັນຍາ" ຫຼື "ສັນຍາ." ທັງນີ້ຂຶ້ນຢູ່ກັບກໍລະນີນັ້ນໆ * ບາງພາສາອາດມີຄຳທີ່ແຕກຕ່າງກັນສຳລັບຂໍ້ຕົກລົງ ຂຶ້ນຢູ່ກັບວ່າຝ່າຍໃດຝ່າຍໜຶ່ງ ຫຼື ທັງສອງຝ່າຍໄດ້ທຳສັນຍາວ່າຈະຕ້ອງປະຕິບັດ. ຖ້າພັນທະສັນຍາເປັນແບບດ້ານດຽວ, ກໍສາມາດແປເປັນ "ສັນຍາ" ຫຼື"ຄຳໝັ້ນສັນຍາ." * ກວດສອບໃຫ້ແນ່ໃຈວ່າຄຳແປຂອງຄຳນີ້ ບໍ່ໄດ້ເປັນການທີ່ ປະຊາຊົນສະເໜີຂໍ້ຕົກລົງ. ໃນທຸກກໍລະນີຂອງພັນທະສັນຍາ ລະຫວ່າງພຣະເຈົ້າກັບມະນຸດ, ພຣະເຈົ້າເປັນຜູ້ລິເລີ່ມພັນທະສັນຍານັ້ນ.