lo_tw/bible/kt/evil.md

2.5 KiB

ຊົ່ວ, ຊົ່ວຮ້າຍ, ຄວາມຊົ່ວຮ້າຍ

ນິຍາມ

ຄໍາວ່າ "ຊົ່ວ" ແລະ "ຊົ່ວຮ້າຍ" ທັງສອງຄໍານີ້ ໄດ້ອ້າງເຖິງສິ່ງໃດສິ່ງໜຶ່ງທີ່ກົງກັນຂ້າມກັບພຣະລັກສະນະທີ່ບໍຣິສຸດແລະນໍ້າພຣະໄທຂອງພຣະເຈົ້າ.

  • ໃນເມື່ອຄໍາທີ່ວ່າ "ຊົ່ວ" ອາດຈະເວົ້າເຖິງລັກສະນະຂອງຄົນໃດຄົນໜຶ່ງ, ຄໍາວ່າ "ຊົ່ວຮ້າຍ" ອາດຈະເວົ້າເຖິງໃນເລື່ອງພຶດຕິກໍາຂອງຄົນຫລາຍກວ່າ. ແຕ່ຢ່າງໃດກໍຕາມ, ທັງສອງຄໍານີ້ກໍມີຄວາມໝາຍທີ່ຄ້າຍຄືກັນ.
  • ຄໍາວ່າ "ຄວາມຊົ່ວຮ້າຍ" ເວົ້າເຖິງຊີວິດການເປັນຢູ່ ເມື່ອມະນຸດເຮັດສິ່ງຊົ່ວຮ້າຍ.
  • ຜົນຂອງຄວາມຊົ່ວນັ້ນສະແດງໃຫ້ເຫັນຢ່າງແຈ່ມແຈ້ງ ເມື່ອມະນຸດເຮັດກັບຄົນອື່ນແບບຜິດໆ ດ້ວຍການເຂັ່ນຂ້າ, ລັກຂະໂມຍ, ເວົ້າໃສ່ຮ້າຍ ຫລືເປັນຄົນທີ່ໂຫດຮ້າຍແລະໃຈຮ້າຍ.

ຄໍາແນະນໍາໃນການແປ

  • ຄໍາວ່າ "ຊົ່ວ" ແລະ "ຊົ່ວຮ້າຍ" ສາມາດແປໄດ້ວ່າ "ຊົ່ວຊ້າ" ຫລື "ມີບາບ" ຫລື "ຜິດສິນທໍາ" ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີນັ້ນໆ.
  • ຄວາມໝາຍອື່ນໃນການແປຄໍາເຫລົ່ານີ້ອາດຈະລວມເຖິງຄໍາວ່າ, "ບໍ່ດີ" ຫລື "ບໍ່ ຊອບທໍາ" ຫລື "ບໍ່ມີສິນທໍາ."
  • ຕ້ອງໃຫ້ແນ່ໃຈວ່າຄໍາເຫລົ່ານີ້ຫລ່ືຖ້ອຍຄໍາທີ່ເຄີຍແປຄໍາເຫລົ່ານີ້ ເໝາະສົມກັບກໍລະນີນັ້ນໆແລະມີຄວາມເປັນທໍາມະຊາດໃນພາສາທີ່ແປ.