lo_tw/bible/kt/filled.md

2.9 KiB

ປະກອບດ້ວຍພຣະວິນຍານ

ນິຍາມ

ຄຳວ່າ "ປະກອບດ້ວຍພຣະວິນຍານ" ເປັນຮູບແບບການສະແດງອອກໃນທາງປຽບທຽບທີ່ໝາຍຄວາມວ່າພຣະວິນຍານບໍຣິສຸດກຳລັງເພີ້ມອຳນາດໃຫ້ບຸກຄົນທີ່ຈະທຳຕາມນ້ຳພຣະທັຍຂອງພຣະເຈົ້າ.

  • ປະໂຫຍດ "ປະກອບດ້ວຍ" ເປັນສຳນວນທີ່ຫຼາຍໆຄັ້ງໝາຍເຖິງ"ຄວບຄຸມໂດຍ".
  • ຜູ້ຄົນ "ປະກອບໄປດ້ວຍພຣະວິນຍານ" ເມື່ອພວກເຂົາຕິດຕາມການຊົງນຳຂອງພຣະວິນຍານບໍຣິສຸດ ແລະເພິ່ງພາພຣະອົງຢ່າງເຕັມທີ ໃຫ້ຊ່ວຍພວກເຂົາສາມາດທຳຕາມທີ່ພຣະເຈົ້າຊົງຕ້ອງການໄດ້.

ຄຳແນະນຳການແປ

  • ຄຳນີ້ສາມາດແປໄດ້ວ່າ "ເພີ່ມອຳນາດໂດຍພຣະວິນຍານບໍຣິສຸດ" ຫຼື "ຄວບຄຸມໂດຍພຣະວິນຍານບໍຣິສຸດ." ແຕ່ບໍ່ຄວນຈະແປໃຫ້ຟັງເໝືອນກັບວ່າພຣະວິນຍານບໍຣິສຸດກຳລັງບັງຄັບບຸກຄົນໃຫ້ທຳບາງສິ່ງ.
  • ຕົວຢ່າງປະໂຫຍດເຊັ່ນນີ້ "ເຂົາໄດ້ປະກອບໄປດ້ວຍພຣະວິນຍານ" ສາມາດແປໄດ້ອີກວ່າ, "ເຂົາມີຊີວິດທີ່ເຕັມລົ້ນໄດ້ດ້ວຍພະລັງຂອງພຣະວິນຍານ" ຫຼື "ເຂົາໄດ້ຮັບການຊົງນຳຢ່າງສົມບູນໂດຍພຣະວິນຍານບໍຣິສຸດ" ຫຼື "ພຣະວິນຍານບໍຣິສຸດໄດ້ຊົງນຳເຂົາຢ່າງສົມບູນ."
  • ຄຳນີ້ມີຄວາມໝາຍທີ່ຄ້າຍຄືກັບສຳນວນທີ່ວ່າ "ມີຊີວິດຢູ່ໂດຍພຣະວິນຍານ" ແຕ່ "ປະກອບດ້ວຍພຣະວິນຍານ" ເນັ້ນໄດ້ຢ່າງສົມບູນແບບທີ່ວ່າຄົນນັ້ນໄດ້ອະນຸຍາດໃຫ້ພຣະວິນຍານບໍຣິສຸດໃນການຄວບຄຸມ ຫຼືມີອິດທິພົນເໜືອຊີວິດຂອງເຂົາ. ດັ່ງນັ້ນຖ້າເປັນໄປໄດ້ ສຳນວນທັງສອງຄວນມີການແປທີ່ແຕກຕ່າງກັນ.