lo_tw/bible/kt/favor.md

2.4 KiB

ຊື່ນຊອບ, ຊຶ່ງເປັນທີ່ຊື່ນຊອບ, ຄວາມລຳອຽງ

ນິຍາມ

ຄຳວ່າ "ຊື່ນຊອບ" ກ່າວເຖິງການທຳບາງສິ່ງທີ່ເປັນປະໂຫຍດກັບບາງຄົນໃນທາງບວກ. ບາງຢ່າງ "ຊຶ່ງເປັນທີ່ຊື່ນຊອບ" ທີ່ເປັນການຍອມຮັບ, ໃນທາງບວກ, ຫລືໃຫ້ປະໂຫຍດ.

  • ຄຳວ່າ "ຄວາມລຳອຽງ" ໝາຍເຖິງການກະທຳຢ່າງຊື່ນຊອບຕໍ່ບາງຄົນແຕ່ບໍ່ແມ່ນທຸກຄົນ. ຫລາຍຄັ້ງຄວາມລຳອຽງຄືຄຳວ່າ "ລຳອຽງ" ໝາຍຄວາມເຖິງການກະທຳຢ່າງຊື່ນຊອບຕໍ່ບາງຄົນ, ແຕ່ບໍ່ແມ່ນຄົນອື່ນໆ. ເຊັ່ນການສະແດງຕໍ່ຄົນລວຍຫລືຄົນທີ່ພິຈາລະນາກຳນົດໄວ້.
  • ພຣະເຢຊູຊົງໄດ້ເຕີບໂຕ "ດ້ວຍຄວາມຊື່ນຊອບຂອງ" ພຣະເຈົ້າແລະມະນຸດ. ນີ້ໝາຍຄວາມວ່າພວກເຂົາໄດ້ຍອມຮັບພຣະລັກສະນະແລະຄວາມປະພຶດຂອງພຣະອົງ.
  • ສຳນວນຄຳວ່າ "ຫາຄວາມຊື່ນຊອບ" ໝາຍເຖິງບຸກຄົນທີ່ໄດ້ເປັນທີ່ຍອມຮັບໂດຍບາງຄົນ.
  • ເມື່ອກະສັດຊົງສະແດງຄວາມຊື່ນຊອບແກ່ບາງຄົນ, ຫລາຍຄັ້ງມີຄວາມໝາຍວ່າພຣະອົງຊົງຍອມຮັບຄຳຮ້ອງຂໍຂອງຄົນນັ້ນແລະມອບໃຫ້.

ຄຳແນະນຳການແປ

  • ອີກແນວທາງໜຶ່ງໃນຄຳແປຄຳວ່າ "ຊື່ນຊອບ" ສາມາດລວມທັງ "ຄຳອວຍພອນ" ຫລື "ຜົນປະໂຫຍດໄດ້ດ້ວຍ."
  • ຄຳວ່າ "ປີແຫ່ງຄວາມຊື່ນຊອບຂອງພຣະຢາເວ" ສາມາດແປໄດ້ອີກວ່າ, "ປີນັ້ນ."