lo_tw/bible/kt/christ.md

3.0 KiB

ພຣະຄຣິດ,ພຣະເມສີອາ

ນິຍາມ

ຄຳວ່າ "ພຣະເມສີອາ"ແລະ "ພຣະຄຣິດ" ຫມາຍເຖີງ" ຜູ້ທີ່ໄດ້ຮັບການຊົງເຈີມ" ແລະກ່າວເຖີງພຣະເຢຊູ ພຣະບຸດຂອງພຣະເຈົ້າ.

  • ທັງຄຳວ່າ "ພຣະເມສີອາ"ແລະ"ພຣະຄຣິດ"ໃຊ້ໃນພັນທະສັນຍາໄຫມ່ທີ່ກ່າວເຖີງພຣະບຸດຂອງພຣະເຈົ້າຜູ້ທີ່ພຣະເຈົ້າພຣະບິດາຊົງແຕ່ງຕັ້ງເພື່ອໃຫ້ຄອບຄອງເປັນກະສັດ ເຫນືອປະຊາກອນຂອງພຣະອົງແລະຊວ່ຍພວກເຂົາໃຫ້ລອດຈາກຄວາມບາບແລະຄວາມຕາຍ.
  • ໃນພັນທະສັນຍາເດີມ ຜູ້ປະກາດພຣະທັມໄດ້ຂຽນຄຳປະກາດພຣະທັມກ່ຽວກັບພຣະເມສີອາໄວ້ຫລາຍຮອ້ຍປີກອ່ນທີ່ພຣະອົງຈະສະເດັດເຂົ້າມາໃນໂລກ..
  • ຫລາຍຄັ້ງທີ່ຄຳຫມາຍຂອງຄຳວ່າ"(ຜູ້ທີ່) ໄດ້ຮັບການຊົງເຈີມ"

ໄດ້ໃຊ້ໃນພັນທະສັນຍາເດີມໃນການກ່າວເຖີງພຣະເມສີອາຜູ້ທີ່ຈະສະເດັດມາ.

  • ພຣະເຢຊູຊົງເຮັດໃຫ້ຄຳປະກາດພຣະທັມເຫລົ່ານີ້ສຳເຣັດເປັນຈິງແລະເຮັດການອັດສະຈັນຫລາຍຢ່າງທີ່ເປັນການພິສູດ

ວ່າພຣະອົງຊົງເປັນພຣະເມສີອາຄຳກ່າວພະທັມເຫລົ່ານີ້ສຳເຣັດເມື່ອພຣະອົງສະເດັດກັບມາ.

  • ຄຳວ່າ "ພຣະຄຣິດ" ມັກໃຊ້ເອີ້ນພຣະນາມ ຢ່າງເຊັ່ນ "ພຣະຄຣິດ"ແລ "ພຣະເຢຊູຄຣິດ" .
  • "ພຣະຄຣິດ"ຖືກນຳມາໃຊ້ເປັນສ່ວນຫນຶ່ງຂອງພຣະນາມ ຢ່າງເຊັ່ນ "ພຣະເຢຊູຄຣິດ".

ຄຳແນະນຳໃນການແປ

  • ຄຳນີ້ສາມາດແປໄດ້ໂດຍການໃຊ້ຄວາມຫມາຍຂອງ "ຜູ້ຊົງຮັບການເຈີມ" ຫລື "ພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ຮັບການຊົງເຈີມຂອງພຣະເຈົ້າ"
  • ຫລາຍພາສາທີ່ໃຊ້ຄຳແປທີ່ເບີ່ງເຫມືອນ ຫລື ຫນ້າຈະເຫມືອນ

"ພຣະຄຣິດ" ຫລື ພຣະເມສີອາ.