# ພຣະຄຣິດ,ພຣະເມສີອາ ## ນິຍາມ ຄຳວ່າ "ພຣະເມສີອາ"ແລະ "ພຣະຄຣິດ" ຫມາຍເຖີງ" ຜູ້ທີ່ໄດ້ຮັບການຊົງເຈີມ" ແລະກ່າວເຖີງພຣະເຢຊູ ພຣະບຸດຂອງພຣະເຈົ້າ. * ທັງຄຳວ່າ "ພຣະເມສີອາ"ແລະ"ພຣະຄຣິດ"ໃຊ້ໃນພັນທະສັນຍາໄຫມ່ທີ່ກ່າວເຖີງພຣະບຸດຂອງພຣະເຈົ້າຜູ້ທີ່ພຣະເຈົ້າພຣະບິດາຊົງແຕ່ງຕັ້ງເພື່ອໃຫ້ຄອບຄອງເປັນກະສັດ ເຫນືອປະຊາກອນຂອງພຣະອົງແລະຊວ່ຍພວກເຂົາໃຫ້ລອດຈາກຄວາມບາບແລະຄວາມຕາຍ. * ໃນພັນທະສັນຍາເດີມ ຜູ້ປະກາດພຣະທັມໄດ້ຂຽນຄຳປະກາດພຣະທັມກ່ຽວກັບພຣະເມສີອາໄວ້ຫລາຍຮອ້ຍປີກອ່ນທີ່ພຣະອົງຈະສະເດັດເຂົ້າມາໃນໂລກ.. * ຫລາຍຄັ້ງທີ່ຄຳຫມາຍຂອງຄຳວ່າ"(ຜູ້ທີ່) ໄດ້ຮັບການຊົງເຈີມ" ໄດ້ໃຊ້ໃນພັນທະສັນຍາເດີມໃນການກ່າວເຖີງພຣະເມສີອາຜູ້ທີ່ຈະສະເດັດມາ. * ພຣະເຢຊູຊົງເຮັດໃຫ້ຄຳປະກາດພຣະທັມເຫລົ່ານີ້ສຳເຣັດເປັນຈິງແລະເຮັດການອັດສະຈັນຫລາຍຢ່າງທີ່ເປັນການພິສູດ ວ່າພຣະອົງຊົງເປັນພຣະເມສີອາຄຳກ່າວພະທັມເຫລົ່ານີ້ສຳເຣັດເມື່ອພຣະອົງສະເດັດກັບມາ. * ຄຳວ່າ "ພຣະຄຣິດ" ມັກໃຊ້ເອີ້ນພຣະນາມ ຢ່າງເຊັ່ນ "ພຣະຄຣິດ"ແລ "ພຣະເຢຊູຄຣິດ" . * "ພຣະຄຣິດ"ຖືກນຳມາໃຊ້ເປັນສ່ວນຫນຶ່ງຂອງພຣະນາມ ຢ່າງເຊັ່ນ "ພຣະເຢຊູຄຣິດ". ## ຄຳແນະນຳໃນການແປ * ຄຳນີ້ສາມາດແປໄດ້ໂດຍການໃຊ້ຄວາມຫມາຍຂອງ "ຜູ້ຊົງຮັບການເຈີມ" ຫລື "ພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ຮັບການຊົງເຈີມຂອງພຣະເຈົ້າ" * ຫລາຍພາສາທີ່ໃຊ້ຄຳແປທີ່ເບີ່ງເຫມືອນ ຫລື ຫນ້າຈະເຫມືອນ "ພຣະຄຣິດ" ຫລື ພຣະເມສີອາ.