Mon Sep 02 2019 22:13:08 GMT+0700 (SE Asia Standard Time)

This commit is contained in:
Touktah 2019-09-02 22:13:09 +07:00
commit 29545c4089
181 changed files with 237 additions and 0 deletions

1
01/01.txt Normal file
View File

@ -0,0 +1 @@
\v 1 \v 2 \v 3 1 ໂປໂລ, ຜູ້ທີ່ຖືກເອີ້ນໂດຍພຣະເຢຊູຄຣິດເຈົ້າໃຫ້ເປັນອັກຄະສາວົກໂດຍພຣະປະສົງຂອງພຣະເຈົ້າ, ແລະ ໂຊສະເຖນນ້ອງຊາຍຂອງພວກເຮົາ, 2ເຖິງຄຣິສຕຈັກຂອງພຣະເຈົ້າໃນເມືອງ ໂກລິນໂທ, ສຳລັບຄົນເຫລົ່ານັ້ນທີ່ໄດ້ອຸທິດຕົນໃນພຣະເຢຊູຄຣິດເຈົ້າ, ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນບໍລິສຸດ. ຂ້າພະເຈົ້າຂຽນເຖິງທຸກຄົນໃນທຸກບ່ອນທີ່ເອີ້ນນາມຊື່ຂອງອົງພຣະເຢຊູຄຣິດເຈົ້າ, ວ່າເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ. 3ຂໍພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ອົງພຣະເຢຊູຄຣິດເຈົ້າເປັນຂອງທ່ານ.

1
01/04.txt Normal file
View File

@ -0,0 +1 @@
\v 4 \v 5 \v 6 4 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ຂອງຂ້າພະເຈົ້າສະເຫມີສຳລັບທ່ານເພາະພຣະຄຸນຂອງພຣະເຈົ້າທີ່ ພຣະເຢຊູຄຣິດເຈົ້າໄດ້ປະທານໃຫ້ທ່ານ. 5ພຣະອົງໄດ້ເຮັດໃຫ້ທ່ານມີຄວາມຮັ່ງມີໃນທຸກທາງ, ໃນທຸກຖ້ອຍຄຳ ແລະ ດ້ວຍຄວາມຮູ້ທັງໝົດ, 6ເຊັ່ນດຽວກັບຄຳພະຍານກ່ຽວກັບພຣະຄຣິດທີ່ໄດ້ຮັບການຢືນຢັນວ່າເປັນຄວາມຈິງໃນບັນດາພວກທ່ານ.

1
01/07.txt Normal file
View File

@ -0,0 +1 @@
\v 7 \v 8 \v 9 7 ສະນັ້ນ ທ່ານບໍ່ຂາດເຂີນຂອງປະທານ ທາງວິນຍານທີ່ທ່ານໄດ້ລໍຄອຍຢ່າງກະຕືລືລົ້ນຕໍ່ການສຳແດງຂອງພຣະເຢຊູຄຣິດເຈົ້າ. 8ພຣະອົງຈະເສີມກຳລັງທ່ານຈົນເຖິງທີ່ສຸດ, ເພື່ອທີ່ທ່ານຈະໄດ້ບໍ່ມີທີ່ຕິໃນວັນຂອງອົງພຣະເຢຊູຄຣິດເຈົ້າ. 9ພຣະເຈົ້າຜູ້ຊົງສັດຊື່, ຜູ້ທີ່ຊົງເອີ້ນທ່ານເຂົ້າສູ່ການມີສາມັກຄີທຳກັບພຣະບຸດຂອງພຣະອົງຄືພຣະເຢຊູຄຣິດເຈົ້າ, ອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ.

1
01/10.txt Normal file
View File

@ -0,0 +1 @@
\v 10 \v 11 10 ພີ່ນ້ອງທັງຫລາຍບັດນີ້, ຂ້າພະເຈົ້າຂໍຮ້ອງທ່ານດ້ວຍນາມຂອງອົງພຣະເຢຊູຄຣິດເຈົ້າ, ໃຫ້ພວກທ່ານຢູ່ຮ່ວມກັນຢ່າງກົມກຽວ, ແລະ ຢ່າມີການແບ່ງແຍກໃນບັນດາພວກທ່ານ. ຂ້າພະເຈົ້າຂໍຮ້ອງໃຫ້ທ່ານຢູ່ຮ່ວມກັນເປັນຈິດຫນື່ງໃຈດຽວກັນ ແລະ ດ້ວຍຈຸດປະສົງດຽວກັນ. 11ເນື່ອງຈາກຄົນຂອງນາງ ຂະໂລເອ ໄດ້ເວົ້າຈະແຈ້ງກັບຂ້າພະເຈົ້າ, ວ່າມີການແຕກແຍກໃນບັນດາພວກທ່ານ.

1
01/12.txt Normal file
View File

@ -0,0 +1 @@
\v 12 \v 13 12 ຂ້າພະເຈົ້າຫມາຍຄວາມວ່າ: ຕ່າງຄົນຕ່າງເວົ້າ, "ຂ້າພະເຈົ້າຢູ່ຝ່າຍຂອງໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍ ອາໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍເປໂຕ," ຫລື "ຂ້າພະເຈົ້າຢູ່ຝ່າຍພຣະຄຣິດ." 13ພຣະຄຣິດໄດ້ຖືກແບ່ງແຍກແລ້ວບໍ? ໂປໂລຖືກຄຶງໄວ້ໄມ້ກາງແຂນເພື່ອທ່ານບໍ? ທ່ານໄດ້ຮັບບັບຕິສະມາໃນນາມຂອງໂປໂລບໍ?

1
01/14.txt Normal file
View File

@ -0,0 +1 @@
\v 14 \v 15 \v 16 14 ຂ້າພະເຈົ້າຂອບຄຸນພຣະເຈົ້າ ທີ່ຂ້າພະເຈົ້າບໍ່ໄດ້ໃຫ້ບັບຕິສະມາແກ່ທ່ານ, ນອກຈາກກີສະໂປ ແລະ ໄຄໂຢ. 15ຈຸດປະສົງນີ້ ເພື່ອບໍ່ມີໃຜສາມາດເວົ້າໄດ້ວ່າທ່ານໄດ້ຮັບບັບຕິສະມາໃນນາມຂອງຂ້າພະເຈົ້າ. 16(ຂ້າພະເຈົ້າໄດ້ໃຫ້ບັບຕິສະມາຄົນໃນຄອບຄົວຂອງ ສະເຕຟານາ. ນອກຈາກນັ້ນແລ້ວ, ຂ້າພະເຈົ້າບໍ່ຮູ້ວ່າຂ້າພະເຈົ້າໄດ້ໃຫ້ບັບຕິສະມາຜູ້ໃດອີກ.)

1
01/17.txt Normal file
View File

@ -0,0 +1 @@
\v 17 17 ເນື່ອງຈາກ ພຣະຄຣິດບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໃຫ້ບັບຕິສະມາ ແຕ່ເພື່ອໃຫ້ປະກາດ ຂ່າວປະເສີດ. ພຣະອົງບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໄປປະກາດດ້ວຍຖ້ອຍຄຳ ແຫ່ງປັນຍາຂອງມະນຸດ, ເພື່ອບໍ່ໃຫ້ໄມ້ກາງແຂນຂອງພຣະຄຣິດຖືກເຮັດໃຫ້ຫມົດລິດເດດ

1
01/18.txt Normal file
View File

@ -0,0 +1 @@
\v 18 \v 19 18 ເນື່ອງຈາກຂ່າວສານກ່ຽວກັບໄມ້ກາງແຂນນັ້ນ ເປັນເລື່ອງໂງ່ສຳລັບຜູ້ທີ່ກຳລັງຈະຕາຍ. ແຕ່ເປັນອຳນາດຂອງພຣະເຈົ້າ,ໃນບັນດາຄົນທີ່ກຳລັງຈະໄດ້ຮັບຄວາມພົ້ນ. 19ເພາະໄດ້ຖືກຂຽນໄວ້ວ່າ, “ຂ້າພະເຈົ້າຈະທຳລາຍປັນຍາຂອງຄົນມີປັນຍາ. ຂ້າພະເຈົ້າຈະເຮັດໃຫ້ຄວາມເຂົ້າໃຈຂອງຄົນສະຫລາດບໍ່ມີປະໂຫຍດ."

1
01/20.txt Normal file
View File

@ -0,0 +1 @@
\v 20 \v 21 20 ຄົນມີປັນຍາຢູ່ທີ່ໃດ? ຜູ້ທີ່ຮອບຮູ້ຢູ່ທີ່ໃດ? ນັກໂຕ້ຖຽງຂອງໂລກນີ້ຢູ່ທີ່ໃດ? ພະເຈົ້າຈະເຮັດໃຫ້ສະຕິປັນຍາທາງໂລກກາຍເປັນຄວາມໂງ່ບໍແມ່ນຫລື? 21ເນື່ອງຈາກໂລກໂດຍປັນຍາຂອງຕົນເອງບໍ່ສາມາດຮູ້ຈັກພຣະເຈົ້າໄດ້, ພຣະເຈົ້າພໍພຣະໄທທີ່ຈະຊ່ວຍຄົນເຫລົ່ານັ້ນທີ່ເຊື່ອໃຫ້ພົ້ນໄດ້ດ້ວຍການເທດສະຫນາໂງ່ໆ.

1
01/22.txt Normal file
View File

@ -0,0 +1 @@
\v 22 \v 23 22 ພວກຢິວຂໍຫມາຍສຳຄັນ ແລະ ພວກ ກະເຣັກຊອກຫາປັນຍາ. 23ແຕ່ພວກເຮົາປະກາດເລື່ອງ ພຣະຄຣິດຜູ້ທີ່ຖືກຄຶງທີ່ໄມ້ກາງແຂນ, ຊຶ່ງເປັນສິ່ງທີ່ເຮັດໃຫ້ຄົນຢິວສະດຸດ ແລະ ເປັນເລື່ອງໂງ່ ສຳລັບພວກກະເຣັກ.

1
01/24.txt Normal file
View File

@ -0,0 +1 @@
\v 24 \v 25 24 ແຕ່ສຳລັບຄົນເຫລົ່ານັ້ນ ທີ່ພຣະຜູ້ເປັນເຈົ້າເອີ້ນ, ທັງພວກຢິວ ແລະ ພວກກະເຣັກ, ພວກເຮົາປະກາດເລື່ອງພຣະຄຣິດຜູ້ທີ່ເປັນອຳນາດ ແລະ ພຣະປັນຍາຂອງພຣະເຈົ້າ. 25ເພາະຄວາມໂງ່ຂອງພຣະເຈົ້າກໍ່ຍັງມີປັນຍາກວ່າປັນຍາຂອງມະນຸດ, ແລະ ຄວາມອ່ອນຂອງພຣະເຈົ້າ ກໍ່ຍັງເຂັ້ມແຂງກວ່າກຳລັງຂອງມະນຸດ.

1
01/26.txt Normal file
View File

@ -0,0 +1 @@
\v 26 \v 27 26 ພີ່ນ້ອງທັຫລາຍ ຈົ່ງພິຈາລະນາທີ່ຊົງເອີ້ນທ່ານ, ມີຄົນຈຳນວນຫນ້ອຍ ທີ່ມີປັນຍາຕາມມາດຕະຖານຂອງມະນຸດ. ມີຫນ້ອຍຄົນທີ່ມີອຳນາດ. ມີຫນ້ອຍຄົນທີ່ເກີດໃນຄອບຄົວທີ່ສູງ. 27ແຕ່ພຣະເຈົ້າຊົງເລືອກພວກທີ່ໂລກນີ້ຖືວ່າໂງ່ເພື່ອເຮັດໃຫ້ຄົນທີ່ສະຫຼາດອັບອາຍ. ພຣະເຈົ້າຊົງເລືອກເອົາພວກທີ່ໂລກນີ້ຖືວ່າອ່ອນແອເພື່ອເຮັດໃຫ້ຄົນທີ່ແຂງແຮງອັບອາຍ.

1
01/28.txt Normal file
View File

@ -0,0 +1 @@
\v 28 \v 29 28 ພຣະເຈົ້າຊົງເລືອກພວກທີ່ຕໍ່າຕ້ອຍ ແລະ ຫນ້າກຽດຊັງໃນໂລກ ພຣະອົງຊົງເລືອກສິ່ງທີ່ເບິ່ງຄືວ່າບໍ່ມີຄ່າ, ເພື່ອເຮັດໃຫ້ສິ່ງທີ່ຖືວ່າມີຄ່ານັ້ນບໍ່ມີປະໂຫຍດ. 29ພຣະອົງໄດ້ເຮັດສິ່ງນີ້ ເພື່ອວ່າຈະບໍ່ມີໃຜມີເຫດຜົນທີ່ຈະອວດອ້າງຕໍ່ພຮະອົງໄດ້.

1
01/30.txt Normal file
View File

@ -0,0 +1 @@
\v 30 \v 31 30 ເພາະສິ່ງທີ່ພຣະເຈົ້າຊົງເຮັດ, ດຽວນີ້ທ່ານໄດ້ຢູ່ໃນພຣະເຢຊູຄຣິດເຈົ້າ, ຜູ້ທີ່ມາເປັນພຣະປັນຍາຂອງພຣະເຈົ້າເພື່ອພວກເຮົາພຣະອົງຊົງເປັນຄວາມຊອບທຳ, ຄວາມບໍລິສຸດ ແລະ ການໄຖ່ໂທດຂອງເຮົາທັງຫລາຍ. 31ເພື່ອເປັນໄປຕາມທີ່ພຣະຄຳພີໄດ້ກ່າວໄວ້ວ່າ, "ໃຫ້ຜູ້ທີ່ສະແດງອອກ ອວດອ້າງພຣະຜູ້ເປັນເຈົ້າ.”

1
02/01.txt Normal file
View File

@ -0,0 +1 @@
\v 1 \v 2 1 ພີ່ນ້ອງທັງຫລາຍ ເມື່ອຂ້າພະເຈົ້າມາຫາທ່ານ, ເພື່ອປະກາດຄວາມເລິກລັບຂອງພຣະເຈົ້າແກ່ພວກທ່ານນັ້ນ ຂ້າພະເຈົ້າບໍ່ໄດ້ມາດ້ວຍຖ້ອຍຄຳຫວ່ນລ້ອມ ຫລື ດ້ວຍສະຕິປັນຍາ. 2ເພາະຂ້າພຣະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເລື່ອງໃດໆ ໃນບັນດາພວກທ່ານເລີຍ ຍົກເວັ້ນເລື່ອງພຣະເຢຊູຄຣິດເຈົ້າ, ແລະ ການທີ່ພຣະອົງຊົງຖືກຄຶງທີ່ໄມ້ກາງແຂນ.

1
02/03.txt Normal file
View File

@ -0,0 +1 @@
\v 3 \v 4 \v 5 3 ແລະ ເມື່ອຂ້າພະເຈົ້າຢູ່ກັບພວກທ່ານທັງຫລາຍ ຂ້າພະເຈົ້າກໍ່ອ່ອນກຳລັງ, ມີຄວາມຢ້ານກົວ, ແລະ ໂຕສັ່ນສະເທືອນຫລາຍ. 4ຄຳເວົ້າ ແລະ ຄຳເທດສະຫນາຂອງຂ້າພະເຈົ້ານັ້ນບໍ່ແມ່ນ ຄຳ ເວົ້າທີ່ຊັກຊວນດ້ວຍສະຕິປັນຍາ. ແຕ່ສິ່ງເຫລົ່ານັ້ນແມ່ນການສຳແດງອອກຂອງພຣະວິນຍານ ແລະ ຣິດອຳນາດ, 5ເພື່ອຄວາມສັດທາຂອງພວກທ່ານຈະບໍ່ຂື້ນກັບປັນຍາຂອງມະນຸດ, ແຕ່ຂື້ນກັບ ຣີດອຳນາດຂອງພຣະເຈົ້າ.

1
02/06.txt Normal file
View File

@ -0,0 +1 @@
\v 6 \v 7 ບັດນີ້ ຂ້າພະເຈົ້າກຳລັງກ່າວເຖິງປັນຍາໃນບັນດາຜູ້ໃຫຍ່, ບໍ່ແມ່ນປັນຍາຂອງໂລກນີ້, ຫລືຂອງຜູ້ປົກຄອງຕ່າງໆ, ຂອງສະໄຫມນີ້ທີ່ກຳລັງຈະເສື່ອມສູນໄປ. 7ແຕ່ຂ້າພະເຈົ້າກ່າວເຖິງພຣະປັນຍາຂອງພຣະເຈົ້າໃນຄວາມຈິງທີ່ເຊື່ອງໄວ້, ພຣະປັນຍາທີ່ຊົງເຊືື່ອງໄວ້ນັ້ນ ພຣະເຈົ້າໄດ້ຊົງກຳນົດໄວ້ກ່ອນປະຖົມມະການ ເພື່ອສະຫງ່າລາສີຂອງພວກເຮົາ.

1
02/08.txt Normal file
View File

@ -0,0 +1 @@
\v 8 \v 9 8 ບໍ່ມີຜູ້ປົກຄອງ ໃນສະໄຫມນີ້ທີ່ຮູ້ຈັກພຣະປັນຍານີ້, ເພາະວ່າພວກເຂົາເຂົ້າໃຈໃນເວລານັ້ນ, ພວກເຂົາກໍ່ຈະບໍ່ເອົາອົງງພຣະຜູ້ເປັນເຈົ້າແຫ່ງກຽດຕິຍົດໄປຄືງທີ່ໄມ້ກາງແຂນ. 9 ຕາມທີ່ມີຂຽນໄວ້ວ່າ, “ສິ່ງທີ່ຕາເບິ່ງບໍ່ເຫັນ, ຫູບໍ່ໄດ້ຍິນ, ແລະ ຈິດໃຈທີ່ຄິດບໍ່ເຖິງ, ສິ່ງເຫລົ່ານັ້ນແມ່ນສິ່ງທີ່ພະເຈົ້າໄດ້ຊົງກຽມໄວ້ ສຳລັບຄົນທັງຫລາຍທີ່ຮັກພຣະອົງ. "

1
02/10.txt Normal file
View File

@ -0,0 +1 @@
\v 10 \v 11 10 ສິ່ງເຫລົ່ານີ້ຄື ສີ່ງທີ່ພຣະເຈົ້າໄດ້ເປີດເຜີຍຕໍ່ພວກເຮົາໂດຍທາງພຣະວິນຍານບໍຣິສຸດເຈົ້າ. ເພາະວ່າພຣະວິນຍານບໍຣິສຸດເຈົ້າຊົງຮູ້ທຸກຢ່າງ ແມ່ນແຕ່ສີ່ງເລິກລັບຕ່າງໆຂອງພຣະເຈົ້າ. 11ໃຜຈະສາມາດຮູ້ຄວາມຄິດຕ່າງໆ ຂອງຜູ້ອື່ນໄດ້ ຍົກເວັ້ນແຕ່ຈິດວິນຍານຂອງຕົນເອງ? ສະນັ້ນ, ຄວາມເລິກລັບຕ່າງໆຂອງພຣະເຈົ້າ ກໍ່ບໍ່ມີໃຜສາມາດຮູ້ໄດ້ ແມ່ນແຕ່ພຣະວິນຍານບໍຣິສຸດເຈົ້າຂອງພຣະເຈົ້າເອງຄືກັນ.

1
02/12.txt Normal file
View File

@ -0,0 +1 @@
\v 12 \v 13 12 ແຕ່ຂ້າພະເຈົ້າບໍ່ຮັບເອົາວິນຍານຂອງໂລກ, ແຕ່ໄດ້ຮັບພຣະວິນຍານທີ່ມາຈາກພຣະເຈົ້າ, ເພື່ອຂ້າພະເຈົ້າຈະສາມາດຮູ້ສິ່ງຕ່າງໆທີ່ພຣະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າຢ່າງບໍ່ຈຳກັດ. 13ພວກເຮົາກ່າວເຖິງສິ່ງເຫລົ່ານີ້ດ້ວຍຖ້ອຍຄຳທີ່ປັນຍາຂອງມະນຸດບໍ່ສາມາດສອນໄດ້, ແຕ່ດ້ວຍພຣະວິນຍານບໍຣິສຸດເຈົ້າຊົງສອນພວກເຮົາ, ພຣະວິນຍານບໍຣິສຸດເຈົ້າໄດ້ແປຖ້ອຍຄຳ ຝ່າຍວິນຍານຕ່າງໆ ດ້ວຍປັນຍາຝ່າຍວິນຍານ.

1
02/14.txt Normal file
View File

@ -0,0 +1 @@
\v 14 \v 15 \v 16 14 ຜູ້ທີ່ບໍ່ໄດ້ຢູ່ຝ່າຍວິນຍານ ບໍ່ສາມາດຮັບເອົາສິ່ງຕ່າງໆທີ່ເປັນຂອງພຣະວິນຍານຂອງພຣະເຈົ້າ, ເພາະວ່າສິ່ງເຫລົ່ານັ້ນເປັນເລື່ອງໂງ່ສຳລັບລາວ. ລາວບໍ່ສາມາດເຂົ້າໃຈສິ່ງຕ່າງໆເຫລົ່ານັ້ນໄດ້ ເພາະເປັນສີ່ງທີ່ຕ້ອງສັງເກດຝ່າຍວິນຍານ. 15ຄົນທີ່ຢູ່ຝ່າຍວິນຍານສາມາດວິນິດໄສທຸກສີ່ງ, ແຕ່ລາວບໍ່ໄດ້ຂື້ນກັບການຕັດສິນຂອງຄົນອື່ນໆ. 16“ເພາະວ່າຜູ້ໃດຮູ້ຈັກຈິດໃຈຂອງອົງພຣະຜູ້ເປັນເຈົ້າ, ທີ່ລາວສາມາດສອນພຣະອົງໄດ້? ”ແຕ່ພວກເຮົາມີຫົວໃຈຂອງພຣະຄຣິດ.

1
03/01.txt Normal file
View File

@ -0,0 +1 @@
\v 1 \v 2 1ພີ່ນ້ອງທັງຫລາຍ, ຂ້າພະເຈົ້າ, ບໍ່ສາມາດເວົ້າກັບທ່ານຄືກັບພວກທີ່ຢູ່ຝ່າຍຈິດວິນຍານ, ແຕ່ຄືເວົ້າກັບພວກທີ່ຢູ່ຝ່າຍເນື້ອຫນັງ, ຄືກັບເວົ້າກັບເດັກນ້ອຍໃນພຣະຄຣິດ. 2ຂ້າພະເຈົ້າລ້ຽງພວກທ່ານດ້ວຍນົມບໍ່ແມ່ນອາຫານແຂງ, ເພາະໃນອະດີດທ່ານທັງຫລາຍບໍ່ພ້ອມສຳ ລັບອາຫານແຂງ; ແລະ ແມ່ນແຕ່ດຽວນີ້ທ່ານກໍ່ຍັງບໍ່ພ້ອມ.

1
03/03.txt Normal file
View File

@ -0,0 +1 @@
\v 3 \v 4 \v 5 3 ເພາະວ່າທ່ານທັງຫລາຍຍັງຢູ່ຝ່າຍເນື້ອຫນັງ. ເພາະວ່າຍັງມີຄວາມອິດສາແລະການຜິດຖຽງກັນຢູ່ໃນບັນດາພວກທ່ານ, ພວກທ່ານກໍ່ໄດ້ດຳລົງຊີວິດຕາມເນື້ອຫນັງ ແລະ ປະພຶດໂຕຄືກັບຄົນທົ່ວໄປແມ່ນຫລືບໍ? 4ເພາະເມື່ອຄົນຫນື່ງກ່າວວ່າ, "ຂ້າພະເຈົ້າຕິດຕາມໂປໂລ," ແລະ ອີກຄົນກ່າວວ່າ, "ຂ້ອຍຕິດຕາມ ອາໂປໂລ," ພວກທ່ານກໍ່ແມ່ນຄົນທົ່ວໄປບໍ່ແມ່ນບໍ? 5ອາໂປໂລແມ່ນໃຜ? ໂປໂລແມ່ນໃຜ? ແມ່ນຜູ້ຮັບໃຊ້ທີ່ໄດ້ສອນພວກທ່ານໃຫ້ເຊື່ອ, ຕາມວຽກງານທີ່ອົງພຣະຜູ້ເປັນເຈົ້າໄດ້ມອບຫມາຍໄວ້ໃຫ້ແຕ່ລະຄົນ.

1
03/06.txt Normal file
View File

@ -0,0 +1 @@
\v 6 \v 7 6 ຂ້າພະເຈົ້າປູກ, ອາໂປໂລຫົດນຳ້, ແຕ່ພຣະເຈົ້າຊົງເຮັດໃຫ້ມັນເຕີບໃຫຍ່. 7 ສະນັ້ນ, ຄົນທີ່ປູກ ແລະ ຄົນທີ່ຫົດນຳ້ບໍ່ສຳຄັນຫຍັງ. ແຕ່ພຣະເຈົ້າຜູ້ທີ່ເຮັດໃຫ້ການເຕີບໃຫຍ່ນັ້ນທີ່ສຳຄັນ.

1
03/08.txt Normal file
View File

@ -0,0 +1 @@
\v 8 \v 9 8 ບັດນີ້ຄົນທີ່ປູກ ແລະ ຄົນທີ່ຫົດນຳ້ກໍ່ເປັນຫນື່ງດຽວກັນ, ແລະ ແຕ່ລະຄົນກໍ່ຈະໄດ້ຮັບຄ່າແຮງງານຕາມທີ່ໄດ້ອອກແຮງງານໄປ. 9ເພາະຂ້າພະເຈົ້າເປັນເພື່ອນຮ່ວມງານຂອງພຣະເຈົ້າ, ທ່ານທັງຫລາຍກໍ່ແມ່ນຕຶກຂອງພຣະເຈົ້າ, ແມ່ນສີ່ງປູກສ້າງຂອງພຣະເຈົ້າ.

1
03/10.txt Normal file
View File

@ -0,0 +1 @@
\v 10 \v 11 10 ໂດຍພຣະຄຸນຂອງພຣະເຈົ້າທີ່ໄດ້ຖືກມອບໃຫ້ແກ່ຂ້າພະເຈົ້າ ຂ້າພະເຈົ້າໄດ້ວາງພື້ນຖານລົງແລ້ວຄ້າຍຄືນາຍຊ່າງທີ່ຊຳນານ, ແລະ ອີກຄົນໜຶ່ງກໍ່ມາສ້າງຂື້ນຈາກພື້ນຖານນັ້ນ. ແຕ່ວ່າແຕ່ລະຄົນຈົ່ງລະວັງໃຫ້ດີວ່າ ວິທີສ້າງຈາກພື່້ນຖານນັ້ນແນວໃດ. 11ເພາະບໍ່ມີຜູ້ໃດຈະວາງພື້ນຖານອື່ນໄດ້ອີກ ນອກຈາກທີ່ໄດ້ຖືກວາງລົງໄປແລ້ວຄື, ພຣະເຢຊູຄຣິດເຈົ້າ.

1
03/12.txt Normal file
View File

@ -0,0 +1 @@
\v 12 \v 13 12 ບັດນີ້ເທີງພື້ນຖານນັ້ນ ຖ້າຜູ້ໃດສ້າງຂື້ນດ້ວຍທອງ, ເງິນ, ເພັດພອຍ, ໄມ້, ຫຍ້າແຫ້ງ, ຫລື ເຟືອງ, 13ວຽກງານຂອງແຕ່ລະຄົນຈະປາກົດໃຫ້ເຫັນ, ເພາະແສງສະຫວ່າງຈະເປີດເຜີຍໃຫ້ເຫັນ. ເຊິ່ງຈະຖືກເປີດເຜີຍໃຫ້ເຫັນດ້ວຍໄຟ. ໄຟນັ້ນຈະພິສູດວຽກງານທີ່ແຕ່ລະຄົນໄດ້ເຮັດ.

1
03/14.txt Normal file
View File

@ -0,0 +1 @@
\v 14 \v 15 14 ຖ້າວຽກງານຂອງຜູ້ໃດທີ່ສາມາດອົດທົນໄດ້, ເຂາກໍ່ຈະໄດ້ຮັບລາງວັນ; 15ຖ້າວຽກງາານຂອງໃຜຖືກເຜົາໄຫມ້ໄປ, ເຂົາກໍ່ຈະທົນທຸກກັບການສູນເສຍ, ສ່ວນໂຕເຂົາເອງຈະພົ້ນ, ແຕ່ຄືກັບວ່າພົ້ນອອກຈາກໄຟ.

1
03/16.txt Normal file
View File

@ -0,0 +1 @@
\v 16 \v 17 16 ທ່ານບໍ່ຮູ້ບໍວ່າພວກທ່ານເປັນວິຫານຂອງພຣະເຈົ້າ ແລະ ວ່າພຣະວິນຍານຂອງພຣະເຈົ້າສະຖິດໃນພວກທ່ານ? 17ຖ້າຜູ້ໃດທຳ ລາຍວິຫານຂອງພຣະເຈົ້າ, ພຣະເຈົ້າຈະທຳລາຍຜູ້ນັ້ນ. ເພາະວ່າວິຫານຂອງພຣະເຈົ້ານັ້ນບໍລິສຸດ, ແລະ ພວກທ່ານກໍ່ຄືກັນ.

1
03/18.txt Normal file
View File

@ -0,0 +1 @@
\v 18 \v 19 \v 20 18 ຢ່າໃຫ້ຜູ້ໃດຫລອກລວງໂຕເອງ. ຖ້າຜູ້ໃດໃນພວກທ່ານຄິດວ່າໂຕເອງມີປັນຍາຕາມຫຼັກຂອງສະໄຫມນີ້, ຈົ່ງໃຫ້ຄົນນັ້ນຍອມເປັນຄົນ“ ໂງ່” ເພື່ອທີ່ຈະໄດ້ເປັນຄົນມີປັນຍາ. 19ເພາະວ່າປັນຍາຂອງໂລກນີ້ເປັນຄວາມໂງ່ຈ້າສຳລັບພຣະເຈົ້າ. ດັ່ງທີ່ຂຽນໄວ້ວ່າ, "ພຣະອົງຈັບຄົນມີປັນຍາດ້ວຍອຸບາຍຂອງເຂົາເອງ." 20ແລະ ມີຂຽນໄວ້ອີກວ່າ, "ອົງພຣະຜູ້ເປັນເຈົ້າຊົງຮູ້ວ່າຄວາມຄິດຂອງພວກມີປັນຍານັ້ນແມ່ນບໍ່ມີປະໂຫຍດ."

1
03/21.txt Normal file
View File

@ -0,0 +1 @@
\v 21 \v 22 \v 23 21 ສະນັ້ນ ຢ່າເວົ້າໂອ້ອວດເລື່ອງມະນຸດເລີຍ! ເພາະວ່າທຸກຢ່າງເປັນຂອງທ່ານທັງຫລາຍ, 22ບໍ່ວ່າໂປໂລ, ຫລື ອາໂປໂລ, ຫລື ເປໂຕ, ຫລື ໂລກ, ຫລື ຊີວິດ, ຫລື ຄວາມຕາຍ, ຫລືສິ່ງຂອງຕ່າງໆໃນປະຈຸບັນ, ຫລືສິ່ງຕ່າງໆໃນອະນາຄົດ, ທຸກຢ່າງແມ່ນຂອງທ່ານ, 23ແລະ ທ່ານທັງຫລາຍເປັນຂອງພຣະຄຣິດ, ແລະ ພຣະຄຣິດຊົງເປັນຂອງພຣະເຈົ້າ.

1
04/01.txt Normal file
View File

@ -0,0 +1 @@
\v 1 \v 2 1 ນີ້ແມ່ນສີ່ງທີ່ຜູ້ຄົນຄວນຈະເຄົາລົບຂ້າພະເຈົ້າ, ຄືແບບຜູ້ຮັບໃຊ້ຂອງພຣະຄຣິດ ແລະ ຜູ້ດູແລຮັກສາຄວາມຈິງອັນເລິກຊຶ້ງຂອງພຣະເຈົ້າ. 2ໃນສາຍພົວພັນນີ້, ຜູ້ດູແລຮັກສາຕ້ອງເປັນຜູ້ທີ່ໄວ້ວາງໃຈໄດ້.

1
04/03.txt Normal file
View File

@ -0,0 +1 @@
\v 3 \v 4 3 ແຕ່ສຳລັບຂ້າພະເຈົ້າ ຂ້າພະເຈົ້າຖືວ່າເປັນເລື່ອງທີ່ບໍ່ສຳຄັນຫາກຂ້າພະເຈົ້າຕ້ອງໄດ້ຮັບການຕັດສິນໂດຍພວກທ່ານ ຫລືໂດຍມະນຸດຄົນໃດຄົນຫນື່ງ. ເພາະວ່າຂ້້າພະເຈົ້າບໍ່ໄດ້ຕັດສິນໂຕເອງ. 4ຂ້າພະເຈົ້າບໍ່ຮູ້ວ່າຂ້າພະເຈົ້າເຮັດຜິດອັນໃດ. ແຕ່ນັ້ນບໍ່ໄດ້ຫມາຍ ຄວາມວ່າຂ້າພະເຈົ້າບໍ່ມີຄວາມຜິດ, ມີແຕ່ອົງພຣະຜູ້ເປັນເຈົ້າເທົ່ານັ້ນທີ່ພິພາກສາຂ້າພະເຈົ້າໄດ້.

1
04/05.txt Normal file
View File

@ -0,0 +1 @@
\v 5 5 ສະນັ້ນ ຢ່າປະກາດການພິພາາກສາ ກ່ຽວກັບສີ່ງໃດກ່ອນຮອດເວລາ, ກ່ອນທີ່ອົງພຣະຜູ້ເປັນເຈົ້າຈະສະເດັດກັບມາ. ພຣະອົງຈະຊົງຈະເປີດເຜີຍສິ່ງຕ່າງໆຂອງຄວາມມືດທີ່ເຊື່ອງໄວ້ ແລະ ຈະຊົງເປີດເຜີຍຈຸດປະສົງຕ່າງໆໃນໃຈ. ຫຼັງຈາກນັ້ນແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ.

1
04/06.txt Normal file
View File

@ -0,0 +1 @@
\v 6 \v 7 6 ພີ່ນ້ອງທັງຫລາຍ, ບັດນີ້, ຂ້າພະເຈົ້າໄດ້ນຳຫລັກການຕ່າງໆມາໃຊ້ໃນຕົວຂ້າພະເຈົ້າເອງ ແລະ ອາໂປໂລ, ເພື່ອປະໂຫຍດຂອງພວກທ່ານ ເພື່ອທ່ານຈະໄດ້ຮຽນຮູ້ຈາກຂ້າພະເຈົ້າເຖິງຄວາມຫມາຍທີ່ໄດ້ກ່າວໄວ້ວ່າ, "ຢ່າອອກນອກເຂດແດນທີ່ໄດ້ຂຽນໄວ້." ເພື່ອວ່າຈະບໍ່ມີໃຜໃນພວກທ່ານອວດອ້າງໂດຍການຍົກໂຕເອງສູງກວ່າຄົນອື່ນ. 7ເພາະມີຄົນທີ່ເຫັນວ່າທ່ານແຕກຕ່າງຈາກຄົນອື່ນບໍ? ມີສິ່ງໃດແດ່ທີ່ທ່ານມີ ແລະ ບໍ່ໄດ້ຮັບໂດຍບໍ່ມີປະໂຫຍດແດ່? ຖ້າທ່ານໄດ້ຮັບມາໂດຍບໍ່ມີປະໂຫຍດ, ເປັນຫຍັງທ່ານຈຶ່ງເວົ້າໂອ້ອວດ ຄືກັບວ່າທ່ານບໍ່ໄດ້ຮັບມາແບບນັ້ນ?

1
04/08.txt Normal file
View File

@ -0,0 +1 @@
\v 8 \v 9 8 ທ່ານມີທຸກຢ່າງທີ່ທ່ານຕ້ອງການ! ທ່ານກາຍເປັນຄົນຮັ່ງມີ! ທ່ານໄດ້ເລີ່ມຕົ້ນຄອບຄອງ - ໂດຍບໍ່ມີເຮົາເຂົ້າຮ່ວມນຳແທ້ໆແລ້ວ! ຂ້າພະເຈົ້າຢາກໃຫ້ທ່ານໄດ້ຄອບຄອງ, ເພື່ອທີ່ຂ້າພະເຈົ້າຈະໄດ້ຄອບຄອງຮ່ວມກັນກັບທ່ານນຳ. 9ເພາະຂ້າພະເຈົ້າຄິດວ່າພຣະເຈົ້າໄດ້ຊົງແຕ່ງຕັ້ງພວກເຮົາເຊິ່ງເປັນອັກຄະສາວົກໃຫ້ປະກົດຕົວຕາມລຳດັບສຸດທ້າຍ ແລະ ຖືກລົງໂທດປະຫານ. ຂ້າພະເຈົ້າໄດ້ກາຍມາເປັນພາບທີ່ປະກົດຕໍ່ໂລກ - ຕໍ່ບັນດາທູດສະຫວັນ, ແລະ ຕໍ່ມະນຸດທັງປວງ.

1
04/10.txt Normal file
View File

@ -0,0 +1 @@
\v 10 \v 11 10 ຂ້າພະເຈົ້າເປັນຄົນໂງ່ເພື່ອເຫັນແກ່ພຣະຄຣິດ, ແຕ່ທ່ານທັງຫລາຍຄົນມີປັນຍາໃນພຣະຄຣິດ. ຂ້າພະເຈົາອ່ອນກຳລັງ, ແຕ່ທ່ານແຂງແຮງ. ທ່ານໄດ້ຮັບກຽດ, ແຕ່ຂ້າພະເຈົ້າບໍ່ໄດ້ຮັບກຽດ. 11ຈົນຮອດເວລານີ້ຂ້າພະເຈົ້າຍັງອຶດເຂົ້າ ແລະ ຢາກນຳ້, ຂ້າພະເຈົ້າບໍ່ມີເຄື່ອງນຸ່ງຫົ່ມ, ຖືກທຸບຕີດ້ວຍຄວາມໂຫດຮ້າຍ ແລະ ຂ້າພະເຈົ້າບໍ່ມີບ່ອນຢູ່ອາໄສເປັນຫລັກແຫລ່ງ.

1
04/12.txt Normal file
View File

@ -0,0 +1 @@
\v 12 \v 13 12 ພວກເຮົາເຮັດວຽກດ້ວຍມື. ຂອງພວກເຮົາເອງ, ເມື່ອຖືກສາບແຊ່ງ, ພວກເຮົາກໍ່ໃຫ້ພອນ. ເມື່ອຖືກຂົ່ມເຫັງ, ພວກເຮົາກໍ່ອົດທົນ. 13ເມື່ອຖືກກ່າວຫາ, ພວກເຮົາກໍ່ວົ້າດ້ວຍຄວາມສຸພາບ. ພວກເຮົາໄດ້ກາຍເປັນ, ຄືຂີ້ເຫຍື້ອຂອງໂລກ ແລະ ຄ້າຍຄືສີ່ງໂສໂຄກທີ່ສຸດຂອງທຸກສິ່ງ ແລະ ຍັງເປັນຢູ່ຈົນເຖິງດຽວນີ້.

1
04/14.txt Normal file
View File

@ -0,0 +1 @@
\v 14 \v 15 \v 16 14 ຂ້າພະເຈົ້າບໍ່ໄດ້ຂຽນສີ່ງເຫລົ່ານີ້ເພື່ອເຮັດໃຫ້ທ່ານອັບອາຍ, ແຕ່ເພື່ອເຕືອນສະຕິທ່ານໃໃນຖານະທີ່ທ່ານເປັນລູກທີ່ຮັກຂອງຂ້າພະເຈົ້າ. 15ເພາະໃນພຣະຄຣິດ ເຖິງແມ່ນວ່າທທ່ານມີຜູ້ປົກຄອງເປັນສິບພັນຄົນ, ແຕ່ທ່ານຈະມີບິດາຫລາຍຄົນກໍ່ບໍ່ໄດ້. ເພາະໃນພຣະເຢຊູຄຣິດເຈົ້າ ຂ້າພະເຈົ້າໄດ້ກາຍເປັນບິດາຂອງທ່ານຜ່ານທາງຂ່າວປະເສີດ. 16ສະນັ້ນ ຂ້າພະເຈົ້າຂໍໃຫ້ທ່ານເຮັດຕາມແບບຢ່າງຂ້າພະເຈົ້າ.

1
04/17.txt Normal file
View File

@ -0,0 +1 @@
\v 17 \v 18 17 ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງສົ່ງຕີໂມທຽວ, ລູກທີ່ຮັກ ແລະ ສັດຊື່ໃນອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ. ລາວຈະເຕືອນທ່ານກ່ຽວກັບການດຳເນີນຊີວິດຕ່າງໆຂອງຂ້າພະເຈົ້້າໃນພຣະຄຣິດ, ດັ່ງທີ່ຂ້າພະເຈົ້າສອນພວກເຂົາໃນທຸກບ່ອນ ແລະ ທຸກຄຣິສຕຈັກ. 18ບັດນີ້ ບາງຄົນໃນພວກທ່ານໄດ້ອວດດີ, ປະຕິບັດໂຕຄືກັບວ່າຂ້າພະເຈົ້າຈະບໍ່ມາຫາພວກທ່ານ.

1
04/19.txt Normal file
View File

@ -0,0 +1 @@
\v 19 \v 20 \v 21 19 ຖ້າເປັນພຣະປະສົງຂອງອົງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າຈະມາຫາທ່ານໃນໄວໆນີ້. ຕອນນັ້ນຂ້າພະເຈົ້າກໍ່ຈະໄດ້ຮູ້ ບໍ່ພຽງແຕ່ຄຳເວົ້າຂອງຄົນຫລົ່ານີ້ທີ່ອວດດີ, ແຕ່ທີ່ຂ້າພະເຈົ້າຈະເຫັນອຳນາດຂອງພວກເຂົາຄືກັນ. 20ເພາະວ່າຣາຊອານາຈັກຂອງພຣະເຈົ້ານັ້ນບໍ່ໄດ້ປະກອບດ້ວຍຄຳເວົ້າ ແຕ່ດ້ວຍຣິດອຳນາດ. 21ພວກທ່ານຕ້ອງການອັນ? ຈະໃຫ້ຂ້າພະເຈົ້າມາຫາທ່ານດ້ວຍໄມ້ແສ້ ຫລື ດ້ວຍຄວາມຮັກ ແລະ ດ້ວຍໃຈທີ່ອ່ອນໂຍນ?

1
05/01.txt Normal file
View File

@ -0,0 +1 @@
\v 1 \v 2 1 ພວກຂ້້າພະເຈົ້າໄດ້ຍິນຂ່າວເລົ່າລືກັນວ່າ ມີການປະພຶດທີ່ບໍ່ຖືກຕ້ອງທາງເພດໃນບັນດາພວກທທ່ານ, ເປັນການປະພຶດທີ່ບໍ່ດີປະເພດທີ່ບໍ່ໃຫ້ເກີດຂື້ນແມ້ແຕ່ບັນດາຄົນຕ່າງຊາດ. ມີລາຍງານວ່າ ມີຄົນໜຶ່ງໃນພວກທ່ານຫລັບນອນກັບເມຍຂອງພໍ່ຂອງລາວ. 2ແລະ ທ່ານຍັງອວດໂຕຂື້ນ! ແທນທີ່ທ່ານຄວນຈະໂສກເສົ້າແມ່ນຫລືບໍ່? ຜູ້ທີ່ເຮັດສິ່ງນີ້ຈະຕ້ອງຖືກໄລ່ອອກຈາກພວກທ່ານ.

1
05/03.txt Normal file
View File

@ -0,0 +1 @@
\v 3 \v 4 \v 5 3 ເຖິງແມ່ນວ່າໂຕຂ້າພະເຈົ້າບໍ່ໄດ້ຢູ່ນຳ ແຕ່ຂ້າພະເຈົ້າຍັງຄົງຢູ່ທີ່ນັ້ນໃນຝ່າຍວິນຍານ, ຂ້າພະເຈົ້າຈື່ງຕັດສິນຜູ້ກະທຳຜິດນັ້ນ, ຄືກັບວ່າຂ້າພະເຈົ້າຢູ່ທີ່ນັ້ນນຳ. 4ເມື່ອພວກທ່ານເຕົ້າໂຮມກັນໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ແລະ ວິນຍານຂອງຂ້າພະເຈົ້າກໍຢູ່ທີ່ນັ້ນເຊັ່ນກັນ. ຂ້າພະເຈົ້າໄດ້ລົງໂທດຄົນນີ້ໃນຣິດທານຸພາບຂອງອົງພຣະເຢຊູຄຣິດເຈົ້າ. 5 ຂ້າພະເຈົ້າໄດ້ເຮັດສິ່ງນີ້ເພື່ອເຂົາໃຫ້ມມານຊາຕານເພື່ອການທຳລາຍເນື້ອຫນັງ, ເພື່ອວິນຍານຂອງລາວຈະໄດ້ພົ້ນໄດ້ໃນວັນແຫ່ງອົງພຣະຜູ້ເປັນເຈົ້າ.

1
05/06.txt Normal file
View File

@ -0,0 +1 @@
\v 6 \v 7 \v 8 6 ຄວາມອວດອ້າງຂອງທ່ານນັ້ນບໍ່ດີຫຍັງເລີຍ. ທ່ານບໍ່ຮູ້ບໍວ່າມີຄວາມເຊື່ອພຽງແຕ່ເລັກນ້ອຍກໍ່ເຮັດໃຫ້ເແປ້ງດິບທັງກອ້ນຟູຂື້ນໄດ້? 7ພວກທ່ານຕ້ອງຊຳລະບາບກຳໂຕເອງຈາກເຊື້ອເກົ່າເພື່ອທ່ານຈະກາຍເປັນແປ້ງດິບໃໝ່, ປ່ຽນເປັນເຂົ້າຈີ່ບໍ່ມີເຊື້ອ. ເນື່ອງຈາກວ່າພຣະຄຣິດ, ລູກແກະປັດສະຄາຂອງພວກເຮົານັ້ນໄດ້ຖືກຖວາຍໃຫ້ເປັນເຄື່ອງບູຊາແລ້ວ. 8ສະນັ້ນ ຈົ່ງມາສະຫລອງເທດສະການ, ບໍ່ແມ່ນດ້ວຍເຊື້ອເກົ່າທີ່ເປັນເຊື້ອຂອງຄວາມປະພຶດຊົ່ວ ແລະ ຄວາມຊົ່ວຮ້າຍ. ແຕ່ໃນທາງກົງກັນຂ້າມ, ໃຫ້ພວກເຮົາສະເຫຼີມສະຫຼອງດ້ວຍເຂົ້າຈີ່ບໍ່ມີເຊື້ອ ຄືດ້ວຍຄວາມຈິງໃຈ ແລະ ຄວາມຈິງ.

1
05/09.txt Normal file
View File

@ -0,0 +1 @@
\v 9 \v 10 9 ຂ້າພະເຈົ້າໄດ້ຂຽນຫາທ່ານວ່າ ຢ່າຄົບຫາກັບຜູ້ຄົນທີ່ປະພຶດຜິດທາງເພດ. 10 ຂ້າພະເຈົ້າບໍ່ໄດ້ກ່າວເຖິງຄົນບາບຂອງໂລກນີ້, ຫລື ຄົນໂລບມາກ, ຫລື ຄົນໂກງ,ຫລື ຄົນທີ່ກາບໄຫວ້ບູຊາຮູບປັ້ນ, ເພາະກາານຈະຢູ່ຫ່າງຈາກພວກເຂົານັ້ນ ທ່ານຕ້ອງອອກໄປຈາກໂລກ.

1
05/11.txt Normal file
View File

@ -0,0 +1 @@
\v 11 \v 12 \v 13 11 ແຕ່ບັດນີ້ ຂ້າພະເຈົ້າຂຽນຫາທ່ານບໍ່ໃຫ້ຄົບຫາກັບຜູ້ໃດກໍ່ຕາມທີ່ໄດ້ຊື່ວ່າເປັນພີ່ນ້ອງແຕ່ຍັງເປັນຄົນທທີ່ໃຊ້ຊີວິດຢູ່ໃນການປະພຶດຜິດທາງເພດ, ຫລືຍັງເປັນຄົນໂລບ, ຫລືຍັງເປັນຄົນທີ່ກາບໄຫວ້ຮູບເຄົາລົບ, ຫຼືຍັງເປັນຄົນຫຍາບຊ້າ, ຫຼືຍັງເປັນຄົນຂີ້ເຫລົ້າເມົາຢາຢູ່, ຫຼືຍັງເປັນຄົນຂີ້ຕົວະ. ຢ່າກິນອາຫານຮ່ວມກັບບຸກຄົນແບບນີ້. 12ເພາະຂ້າພະເຈົ້າຈະມີສ່ວນຮ່ວມກັບການຕັດສິນລົງໂທດຄົນເຫລົ່ານັ້ນທີ່ຢູ່ພາຍນອກຄຣິດສຈັກໄດ້ແນວໃດ? ແຕ່ກົງກັນຂ້າມ, ທ່ານຕ້ອງຕັດສິນລົງໂທດຄົນເຫລົ່ານັ້ນຢູ່ພາຍໃນຄຣິດສຈັກບໍ່ແມ່ນນບໍ? 13ແຕ່ພຣະເຈົ້າຈະເປັນຜູ້ທີ່ພິພາກສາຄົນເຫລົ່ານັ້ນທີ່ຢູ່ພາຍນອກເອງ. "ຈົ່ງຂັບໄລ່ຄົນຊົ່ວອອກຈາກບັນດາພວກທ່ານ."

1
06/01.txt Normal file
View File

@ -0,0 +1 @@
\v 1 \v 2 \v 3 1 ເມື່ອຜູ້ໃດໃນພວກທ່ານຄົນ ຂັດແຍ້ງກັບກັນອີກຄົນ, ສົມຄວນບໍທີ່ລາວຈະໄປເວົ້າຄວາມກັນທີ່ສານຕໍ່ຫນ້າຜູ້ພິພາກສາທີ່ບໍ່ໄດ້ເປັນຜູ້ທີ່ເຊື່ອຖືແທນທີ່ຈະໄປຢູ່ຕໍ່ຫນ້າຜູ້ທີ່ເຊື່ອທັງຫລາຍ? 2ທ່ານບໍ່ຮູ້ບໍວ່າຜູ້ທີ່ເຊື່ອນັ້ນຈະພິພາກສາໂລກ? ແລະ ຖ້າທ່ານຈະພິພາກສາໂລກ, ທ່ານບໍ່ສາມາດຈັດການກັບສິ່ງຕ່າງໆທີເປັນເລື່ອງເລັກນ້ອຍເຫລົ່ານີ້ໄດ້ເລີຍບໍ? 3ທ່ານບໍ່ຮູ້ບໍວ່າພວກເຮົາຈະພິພາກສາເຫລົ່າສະຫວັນ? ແລ້ວຍິ່ງໄປກວ່ານັ້ນ ຂ້າພະເຈົ້າຈະຕັດສິນເລື່ອງຂອງຊີວິດນີ້ບໍ່ໄດ້ເລີຍບໍ?

1
06/04.txt Normal file
View File

@ -0,0 +1 @@
\v 4 \v 5 \v 6 4 ເພາະສະນັ້ນ ຖ້າທ່ານຕ້ອງການຕັດສິນຄະດີຕ່າງໆ ທີ່ກ່ຽວກັບຊີວິດປະຈຳວັນ, ເປັນຫຍັງທ່ານຈຶ່ງວາງຄະດີຄວາມຕ່າງໆນີ້ໄວ້ກັບຜູ້ທີ່ບໍ່ໄດ້ຢູ່ໃນຄຣິດສຈັກ? 5ຂ້າພະເຈົ້າໄດ້ເວົ້າເລື່ອງນີ້ເພື່ອຈະເຮັດໃຫ້ທ່ານອັບອາຍ. ບໍ່ມີໃຜໃນບັນດາພວກທ່ານມີປັນຍາພໍທີ່ຈະຈັດການກັບຄວາມຂັດແຍ້ງລະຫວ່າງພີ່ນ້ອງທັງຫລາຍບໍ? 6ແຕ່ກາຍເປັນວ່າຜູ້ທີ່ເຊື່ອຄົນຫນື່ງ, ໄປຟ້ອງຮ້ອງຜູ້ທີ່ເຊື່ອອີກຄົນກັບສານສານ, ແລະ ຄະດີຄວາມນັ້ນກໍ່ຖືກຍື່ນຕໍ່ຜູ້ພິພາກສາຜູ້ທີ່ບໍ່ແມ່ນຜູ້ທີ່ເຊື່ອ!

1
06/07.txt Normal file
View File

@ -0,0 +1 @@
\v 7 \v 8 ຄວາມຈິງຄືເມື່ອມີການຂັດແຍ້ງກັນຕ່າງໆທັງຫມົດ ໃນລະຫວ່າງຄຣິສຕຽນ ນັ້ນແມ່ນຄວາມລົ້ມເຫຼວສຳລັບທ່ານ. ເປັນຫຍັງທ່ານບໍ່ຍອມທົນທຸກຍ້ອນຄວາມຮູ້ສຶກຜິດ? ເປັນຫຍັງທ່ານຈຶ່ງບໍ່ຍອມຖືກຫຼອກລວງ? 8ແຕ່ທ່ານພັດເຮັດຜິດ ແລະ ຫຼອກລວງຄົນອື່ນ, ແລະ ຄົນເຫລົ່ານີ້ກໍ່ແມ່ນພວກພີ່ນ້ອງຂອງທ່ານເອງ!

1
06/09.txt Normal file
View File

@ -0,0 +1 @@
\v 9 \v 10 \v 11 9 ທ່ານບໍ່ຮູ້ບໍວ່າຄົນຊົ່ວຈະບໍ່ໄດ້ຮັບມູນມໍລະດົກໃນຣາຊອານາຈັກຂອງພຣະເຈົ້າ? ຢ່າເຊື່ອຄຳຫຼອກລວງ, ຄົນທີ່ປະພຶດຜິດປະເວນີທາງເພດ, ພວກກາບໄຫວ້ຮູບເຄົາລົບ, ພວກລ່ວງປະເວນີ, ພວກຜູ້ຊາຍຂາຍໂຕ, ຄົນເຫລົ່ານັ້ນທີ່ມີພຶດຕິກຳຮັກຮ່ວມເພດ, 10ພວກຂີ້ລັກ, ພວກໂລບ, ພວກຂີ້ເຫລົ້າເມົາຢາ, ພວກເວົ້າຕົວະ, ພວກຄົນໂກງ - ບໍ່ມີຄົນໃດໃນພວກເຂົາຈະໄດ້ຮັບມໍລະດົກໃນຣາຊອານາຈັກຂອງພຣະເຈົ້າ. 11ແລະ ບາງຄົນໃນພວກທ່ານເຄີຍເປັນແບບນັ້ນ. ແຕ່ທ່ານທັງຫລາຍໄດ້ຮັບການຊຳລະແລ້ວ, ແຕ່ທ່ານທັງຫລາຍໄດ້ຖືກມອບໄວ້ຕໍ່ພຣະເຈົ້າແລ້ວ ແຕ່ທ່ານທັງຫລາຍໄດ້ຖືກເຮັດໃຫ້ຊອບທຳຕໍ່ພຣະເຈົ້າແລ້ວ ໃນນາມຂອງອົງພຣະເຢຊູຄຣິດເຈົ້າ ແລະ ໂດຍພຣະວິນຍານຂອງພຣະຜູ້ເປັນເຈົ້າຂອງພວກເຮົາ.

1
06/12.txt Normal file
View File

@ -0,0 +1 @@
\v 12 \v 13 12 "ຂ້າພະເຈົ້າເຮັດທຸກຢ່າງໄດ້," ແຕ່ບໍແມ່ນທຸກຢ່າງຈະມີປະໂຫຍດ. "ຂ້າພະເຈົ້າເຮັດທຸກຢ່າງໄດ້," ແຕ່ຂ້າພະເຈົ້າຈະບໍ່ຍອມຢູ່ໃຕ້ອຳນາດໂດຍສີ່ງໃດໆເຫລົ່ານັ້ນ. 13 "ອາຫານນັ້ນມີໄວ້ສຳລັບກະເພາະ, ແລະ ກະເພາະກໍ່ມີໄວ້ສຳລັບອາຫານ," ແຕ່ພຣະເຈົ້າຈະເປັນຜູ້ທຳລາຍທັງສອງຢ່າງ. ຮ່າງກາຍບໍ່ໄດ້ໄວ້ເພື່ອການກະທຳທີ່ຜິດທາງເພດ. ແຕ່ໃນທາງກົງກັນຂ້າມ, ຮ່າງກາຍມມີໄວ້ສຳລັບອົງພຣະຜູ້ເປັນເຈົ້າ, ແລະ ອົງພຣະຜູ້ເປັນເຈົ້າຈະຈັດຕຽມສຳລັບຮ່າງກາຍ.

1
06/14.txt Normal file
View File

@ -0,0 +1 @@
\v 14 \v 15 14 ພຣະເຈົ້າຊົງເຮັດໃຫ້ອົງພຣະຜູ້ເປັນເຈົ້າຂຶ້ນມາ ແລະ ຈະຊົງເຮັດໃຫ້ພວກເຮົາເປັນຂື້ນມາໂດຍຣິດອຳນາດຂອງພຣະອົງນຳ. 15ທ່ານຮູ້ບໍ່ວ່າຮ່າງກາຍຂອງພວກທ່ານເປັນອະໄວຍະວະຂອງພຣະຄຣິດ? ສົມຄວນຫລືທີ່ຂ້າພະເຈົ້າຈະເອົາອະໄວຍະວະຂອງພຣະຄຣິດໄປເຂົ້າສ່ວນກັບຄົນຂາຍໂຕ? ຢ່າປ່ອຍໃຫ້ເປັນແບບນັ້ນ!

1
06/16.txt Normal file
View File

@ -0,0 +1 @@
\v 16 \v 17 16 ທ່ານບໍ່ຮູ້ບໍວ່າຄົນທີ່ເຂົ້າສ່ວນກັບຍິງໂສເພນີກາຍເປັນຮ່າງກາຍດຽວກັບນາງ? ດັ່ງທີ່ ພຣະຄຳພີກ່າວໄວ້ວ່າ, "ທັງສອງຈະກາຍເປັນຮ່າງກາຍດຽວກັນ." 17ແຕ່ຜູ້ທີ່ເຂົ້າສ່ວນກັບອົງພຣະຜູ້ເປັນເຈົ້າກໍ່ກາຍເປັນວິນຍານດຽວກັນກັບພຣະອົງ.

1
06/18.txt Normal file
View File

@ -0,0 +1 @@
\v 18 18 ຈົ່ງແລ່ນຫນີຈາກການປະພຶດທີ່ຜິດທາງເພດ! ບາບອື່ນໆນອກຈາກນີ້ທັງຫມົດທີ່ມະນຸດເຮັດນັ້ນຢູ່ນອກຮ່າງກາຍ, ແຕ່ຜູ້ທີ່ປະພຶດຜິດທາງເພດນັ້ນໄດ້ເຮັດຜິດບາບຕໍ່ຮ່າງກາຍຕົນເອງ.

1
06/19.txt Normal file
View File

@ -0,0 +1 @@
\v 19 \v 20 19 ທ່ານຮູ້ບໍ່ວ່າຮ່າງກາຍຂອງທ່ານເປັນພຣະວິຫານຂອງພຣະວິນຍານບໍລິສຸດເຈົ້າ, ຜູ້ສຖິດຢູ່ພາຍໃນທ່ານ, ເປັນຜູ້ທີ່ທ່ານໄດ້ຮັບມາຈາກພຣະເຈົ້າ? ທ່ານບໍ່ຮູ້ວ່າທ່ານບໍ່ໄດ້ເປັນເຈົ້າຂອງໂຕທ່ານເອງ? 20 ເພາະພຣະເຈົ້າຊົງຈ່າຍຄ່າສູງເພື່ອຊື້ທ່ານ. ດ້ວຍເຫດນີ້ ຈົ່ງຖວາຍພຣະກຽດແດ່ພຣະເຈົ້າດ້ວຍຮ່າງກາຍຂອງທ່ານເຖີດ.

1
07/01.txt Normal file
View File

@ -0,0 +1 @@
\v 1 \v 2 1 ກ່ຽວກັບປະເດັນທີ່ພວກທ່ານຂຽນມານັ້ນ: "ການທີ່ຜູ້ຊາຍບໍ່ແຕະຕ້ອງຜູ້ຍິງເລີຍເປັນເລື່ອງທີ່ດີແລ້ວ." 2ແຕ່ເນື່ອງຈາກມີສີ່ງລໍ້ລວງໃຈຕ່າງໆ ທີ່ຈະນຳໄປສູ່ການປະພຶດທີ່ບໍ່ຖືກຕ້ອງທາງເພດ, ຜູ້ຊາຍແຕ່ລະຄົນຄວນມີເມຍເປັນຂອງຕົນເອງ, ແລະ ແມ່ຍິງແຕ່ລະຄົນຄວນມີຜົວເປັນຂອງຕົນເອງ.

1
07/03.txt Normal file
View File

@ -0,0 +1 @@
\v 3 \v 4 3 ຜົວຄວນໃຫ້ສິດທິຄູ່ສົມລົດຈະມີຄວາມສຳພັນກັນກັບເມຍ, ແລະ ເມຍກໍ່ຄວນໃຫ້ກັບຜົວເຊັ່ນດຽວກັນ. 4ເມຍບໍ່ມີສິດເຫນືອຮ່າງກາຍຕົນເອງ, ແຕ່ສິດນັ້ນເປັນຂອງຜົວ. ໃນທາງດຽວກັນ, ຜົວກໍ່ບໍ່ມີສິດເຫນືອຮ່າງກາຍຂອງຕົນ, ແຕ່ວ່າສິດທິນັ້ນເປັນຂອງເມຍ.

1
07/05.txt Normal file
View File

@ -0,0 +1 @@
\v 5 \v 6 \v 7 5 ຢ່າປະຕິເສດການມີຄວາມສຳພັນຕໍ່ກັນລະຫວ່າງຜົວເມຍ, ນອກຈາກທີ່ໄດ້ຕົກລົງເຫັນດີກັນເປັນໄລຍະເວລາຫນື່ງຕາມທີ່ກຳນົດ. ຈົ່ງເຮັດສີ່ງນີ້ເພື່ອທີ່ທ່ານຈະໄດ້ອຸທິດໂຕໃນການອະທິຖານ. ຈາກນັ້ນກໍ່ຄວນກັບມາມີຄວາມສຳພັນຕໍ່ກັນອີກຄັ້ງ, ເພື່ອທີ່ມານຊາຕານຈະບໍ່ໄດ້ລໍ້ລວງທ່ານເພາະວ່າທ່ານຂາດການຄວບຄຸມ-ຕົນເອງ. 6ແຕ່ຂ້າພະເຈົ້າກ່າວສີ່ງເຫລົ່ານີ້ກັບທ່ານເພື່ອເປັນການອະນຸຍາດ ແລະ ບໍ່ແມ່ນການສັ່ງ. 7ຂ້າພະເຈົ້າປາຖະຫນາໃຫ້ທຸກຄົນຈະເປັນຄືຂ້າພະເຈົ້າ. ແຕ່ວ່າແຕ່ລະຄົນກໍ່ມີຂອງປະທານຂອງຕົນເອງຈາກພຣະເຈົ້າ. ຄົນຫນື່ງມີຂອງປະທານປະເພດນີ້, ແລະ ອີກຄົນມີຂອງປະເພດນັ້ນ.

1
07/08.txt Normal file
View File

@ -0,0 +1 @@
\v 8 \v 9 8 ຂ້າພະເຈົ້າສາມາດເວົ້າກັບຄົນທີ່ບໍ່ໄດ້ແຕ່ງງານ ແລະ ຄົນທີ່ເປັນຫມ້າຍວ່າ ເປັນການດີຖ້າພວກເຂົາຈະສືບຕໍ່ເປັນໂສດ, ຄືກັນກັບຂ້າພະເຈົ້າ. 9ແຕ່ຖ້າພວກເຂົາບໍ່ສາມາດຄວບຄຸມ-ໂຕເອງໄດ້, ພວກເຂົາກໍ່ຄວນຈະແຕ່ງງານ. ເພາະໃຫ້ພວກເຂົາແຕ່ງງານກໍ່ດີກ່ວາມີໃຈຮ້ອນຮົນດ້ວຍຕັນຫາຄວາມຢາກ.

1
07/10.txt Normal file
View File

@ -0,0 +1 @@
\v 10 \v 11 10 ສ່ວນຄົນທີ່ແຕ່ງງານແລ້ວ ຂ້າພະເຈົ້າຂໍສັ່ງ-ບໍ່ແມ່ນຕົວຂ້າພະເຈົ້າເອງ, ແຕ່ມາຈາກອົງພຣະຜູ້ເປັນເຈົ້າວ່າ-ເມຍບໍ່ຄວນຢູ່ຫ່າງຈາກຜົວ, 11(ແຕ່ຖ້ານາງແຍກຈາກຜົວຂອງນາງແລ້ວ ນາງກໍ່ບໍ່ຄວນຈະແຕ່ງງານໃຫມ່ ຫລື ບໍ່ກໍ່ກັບໄປຄືນດີກັບຜົວ)-ແລະ ຜົວບໍ່ຄວນຈະປະຮ້າງເມຍ.

1
07/12.txt Normal file
View File

@ -0,0 +1 @@
\v 12 \v 13 \v 14 12 ຂ້າພະເຈົ້າຂໍກ່າວກັບພວກທີ່ເຫຼືອ - ຂ້າພະເຈົ້າເວົ້າເອງ,- ບໍ່ແມ່ນອົງພຣະຜູ້ເປັນເຈົ້າກ່າວ - ວ່າຖ້າພີ່ນ້ອງຄົນໃດມີເມຍທີ່ບໍ່ໄດ້ເປັນຜູ້ທີ່ເຊື່ອ, ແລະ ຖ້ານາງພໍໃຈທີ່ຈະຢູ່ກັບລາວ, ລາວກໍ່ບໍ່ຄວນຢ່າຮ້າງນາງ. 13ຖ້າຜູ້ຍິງຄົນໃດມີຜົວທີ່ບໍ່ໄດ້ເປັນຜູ້ທີ່ເຊື່ອ, ແລະ ຖ້າລາວພໍໃຈທີ່ຈະຢູ່ກັບນາງ, ນາງກໍ່ບໍ່ຄວນຢ່າຮ້າງຈາກລາວ. 14ດ້ວຍວ່າຜົວທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳລະໃຫ້ບໍລິສຸດຜ່ານທາງເມຍ, ແລະ ເມຍທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳລະໃຫ້ບໍລິສຸດຜ່ານທາງຜັວ ຖ້າບໍ່ດັ່ງນັ້ນລູກໆຂອງພວກທ່ານກໍ່ເປັນມົນທິນ. ແຕ່ໃນຄວາມເປັນຈິງຄືພວກເຂົາໄດ້ຮັບການຊຳລະແລ້ວ

1
07/15.txt Normal file
View File

@ -0,0 +1 @@
\v 15 \v 16 15 ແຕ່ຖ້າຄູ່ຄອງທີ່ບໍ່ເປັນຄຣິສຕຽນຈະຈາກໄປ, ກໍ່ໃຫ້ລາວໄປ. ໃນກໍລະນີແບບນີ້, ພີ່ນ້ອງຊາຍ ຫລື ຍິງບໍ່ໄດ້ຖືກຜູກມັດໄວ້ກັບຄຳສາບານຂອງພວກເຂົາ. ພຣະເຈົ້າຊົງເອີ້ນພວກເຮົາໃຫ້ຢ່າງສະຫງົບສຸກ. 16ທ່ານຜູ້ເປັນພັັນລະຍາ, ທ່ານຈະຮູ້ໄດ້ແນວໃດ, ວ່າທ່ານຈະຊ່ວຍສາມີຂອງທ່ານໃຫ້ພົ້ນໄດ້? ຫລື ທ່ານຜູ້ເປັນສາມີ, ທ່ານຈະຮູ້ໄດ້ແນວໃດ, ວ່າທ່ານຈະຊ່ວຍພັນລະຍາຂອງທ່ານໃຫ້ພົ້ນໄດ?

1
07/17.txt Normal file
View File

@ -0,0 +1 @@
\v 17 \v 18 \v 19 17 ພຽງແຕ່ໃຫ້ແຕ່ລະຄົນດຳລົງຊີວິດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກຳນົດໃຫ້ລາວ, ແລະ ຕາມທີ່ພຣະເຈົ້າໄດ້ຊົງເອີ້ນພວກເຂົາແຕ່ລະຄົນ. ນີ້ແມ່ນຄຳສັ່ງຂອງຂ້າພະເຈົ້າຕໍ່ຄຣິດສຈັກທັງ ໝົດ. 18ມີຜູ້ໃດທີ່ໄດ້ເຂົ້າພິທີຕັດແລ້ວ ເມື່ອລາວໄດ້ຮັບການຊົງເອີ້ນໃຫ້ມາເຊື່ອ? ລາວກໍ່ບໍ່ຄວນພະຍາຍາມເຮັດໂຕຄືກັບຄົນທີ່ຍັງບໍ່ເຂົ້າໃຈພິທີຕັດ ມີຜູ້ໃດທີ່ຍັງບໍ່ໄດ້ຮັບເຂົ້າການຕັດເມື່ອລາວໄດ້ຮັບການຊົງເອີ້ນໃຫ້ມາເຊື່ອ? ລາວກໍ່ບໍ່ຄວນຕ້ອງເຂົ້າພິທີຕັດ. 19ເພາະວ່າພິທີການຕັດ ຫລື ການບໍ່ເຂົ້າພິທີຕັດນັ້ນບໍ່ສຳຄັນຫຍັງ. ແຕ່ການເຊື່ອຟັງພຣະບັນຍັດຕ່າງໆຂອງພຣະເຈົ້າແມ່ນສີ່ງທີ່ສຳຄັນ.

1
07/20.txt Normal file
View File

@ -0,0 +1 @@
\v 20 \v 21 \v 22 \v 23 \v 24 20 ແຕ່ລະຄົນຄວນຈະຢູ່ໃນສະຖານະທີ່ລາວເຄີຍຢູ່ ເມື່ອເວລາທີ່ພຣະເຈົ້າຊົງເອີ້ນລາວໃຫ້ມາເຊື່ອ. 21ພະເຈົ້າຊົງເອີ້ນທ່ານເມື່ອເປັນຂ້າໃຊ້ຢູ່ບໍ? ຢ່າກັງວົນເລີຍ ແຕ່ຖ້າທ່ານສາມາດເປັນອິດສະຫຼະໄດ້, ຈົ່ງໃຊ້ສິດນັ້ນ. 22ເພາະຜູ້ໃດທີ່ອົງພຣະຜູ້ເປັນເຈົ້າຊົງເອີ້ນເມື່ອເປັນຂ້າໃຊ້ ຜູ້ນັ້ນກໍ່ເປັນອິດສະລະພາບຂອງອົງພຣະຜູ້ເປັນເຈົ້າ. ໃນລັກສະນະດຽວກັນ ຜູ້ທີ່ໄດ້ຮັບການຊົງເອີ້ນໃຫ້ມາເຊື່ອເມື່ອເປັນອິດສະລະ ລາວເປັນຂ້າໃຊ້ຂອງພຣະຄຣິດ. 23ພຣະເຈົ້າຊົງຈ່າຍຄ່າສູງເພື່ອຊື້ທ່າ, ສະນັ້ນຈົ່ງຢ່າເປັນຂ້າໃຊ້ຂອງມະນຸດ. 24ພີ່ນ້ອງທັງຫລາຍ, ພວກເຮົາແຕ່ລະຄົນເຄີຍຢູ່ໃນຖານະໃດເມື່ອເຮົາຖືກເອີ້ນໃຫ້ມາເຊື່ອ, ກໍ່ໃໃຫ້ເຮົາຢູ່ໃນຖານະນັ້ນຕໍ່ໄປ.

1
07/25.txt Normal file
View File

@ -0,0 +1 @@
\v 25 \v 26 25 ເລື່ອງຄົນເຫລົ່າານັ້ນທີ່ບໍ່ເຄີຍແຕ່ງງານ, ຂ້າາພະເຈົ້າບໍ່ໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າ. ແຕ່ຂ້າພະເຈົ້າຂໍສະແດງຄວາມເຫັນໃນຖານະທີ່ເປັນຜູ້ໄດ້ຮັບພຣະເມດຕາ, ຈາກອົງພຣະຜູ້ເປັນເຈົ້າ, ໃຫ້ເປັນຜູ້ທີ່ໄວໃຈໄດ້. 26ດັ່ງນັ້ນ, ຍ້ອນວ່າວິກິດການທີ່ກຳລັງໃກ້ເຂົ້າມາ, ຂ້າພະເຈົ້າຄິດວ່າເປັນເລື່ອງທີ່ດີທີ່ທຸກຄົນຈະຢູ່ຢ່າງທີ່ເຂົາເປັນຢູ່.

1
07/27.txt Normal file
View File

@ -0,0 +1 @@
\v 27 \v 28 27 ທ່ານຜູກພັນກັບພັນລະຍາແລ້ວບໍ? ຢ່າຫາທາງທີ່ຈະເປັນອິດສະລະຈາກນາງ. ທ່ານບໍ່ມີພັນລະຍາບໍ? ຢ່າຊອກຫາພັນລະຍາເລີຍ. 28ແຕ່ຖ້າທ່ານແຕ່ງງານ, ທ່ານກໍ່່ບໍ່ໄດ້ເຮັດບາບ. ແລະ ຖ້າຜູ້ຍິງທີ່ຍັງບໍ່ແຕ່ງງານໄດ້ແຕ່ງງານ, ນາງກໍ່ບໍ່ໄດ້ເຮັດບາບ. ແຕ່ຄົນເຫລົ່ານັ້້ນທີ່ແຕ່ງງານຈະມີຄວາມຫຍຸ້ງຍາກຫຼາຍຢ່າງໃນຊີວິດ, ແລະ ຂ້າພະເຈົ້າປາຖະຫນາທີ່ຈະຮັກສາທ່ານໄວ້ຈາກສິ່ງເຫລົ່ານັ້ນ.

1
07/29.txt Normal file
View File

@ -0,0 +1 @@
\v 29 \v 30 \v 31 29 ພີ່ນ້ອງທັງຫລາຍ: ຂ້າພະເຈົ້າຫມາຍຄວາມວ່າ, ເວລາເຫລືອຫນ້ອຍແລ້ວ. ຈາກນີ້ໄປ, ໃຫ້ພວກທີ່ມີພັນລະຍາມີຊີວິດຄືກັນກັບວ່າບໍ່ມີພັນລະຍາ. 30ພວກທີ່ໂສກເສົ້າຄວນປະພຶດຕົວຄືກັບວ່າພວກເຂົາບໍ່ໂສກເສົ້າ, ແລະ ພວກທີ່ປິຕິຍິນດີຄືກັບວ່າພວກເຂົາບໍ່ມີປິຕິຍິນດີ, ແລະ ພວກທີ່ຊື້ເຄື່ອງຄືກັບວ່າພວກເຂົາບໍ່ໄດ້ເປັນເຈົ້າຂອງຫຍັງເລີຍ; 31ແລະ ຄົນເຫລົ່ານັ້ນທີ່ກ່ຽວຂ້ອງກັບສິ່ງຂອງທາງໂລກກໍ່ບໍ່ຄວນສະແດງອອກຄືກັບວ່າພວກເຂົາມີສ່ວນຮ່ວມຢ່າງເຕັມທີ່ກັບສິ່ງເຫລົ່ານັ້ນ. ເພາະລະບົບຂອງໂລກນີ້ກຳລັງຈະສິ້ນສຸດ.

1
07/32.txt Normal file
View File

@ -0,0 +1 @@
\v 32 \v 33 \v 34 32 ຂ້້າພະເຈົ້າຢາກໃຫ້ທ່ານເປັນອິດສະລະຈາກຄວາມກັງວົນຕ່າງໆ. ຜູ້ຊາຍທີ່ບໍ່ໄດ້ແຕ່ງງານກໍ່ເອົາໃຈໃສ່ໃນວຽກງານຂອງອົງພຣະຜູ້ເປັນເຈົ້າ, ວ່າຈະເຮັດແນວໃດໃຫ້ພະອົງພໍພຣະໄທ. 33ແຕ່ຜູ້ຊາຍທີ່ແຕ່ງງານແລ້ວກໍ່ເອົາໃຈໃສ່ວຽກງານຂອງໂລກ, ວ່າຈະເຮັດແນວໃດໃຫ້ພັນລະຍາພໍໃຈ - 34ລາວຖືກແຍກອອກເປັນສອງສ່ວນ. ຝ່າຍຜູ້ຍິງທີ່ບໍ່ແຕ່ງງານ ຫລື ຍິງສາວບໍລິສຸດກໍ່ເອົາໃຈໃສ່ໃນວຽກງານຂອງອົງພຣະຜູ້ເປັນເຈົ້າ, ວ່າຈະເຮັດແນວໃດຈື່ງຈະໄດ້ເປັນຄົນບໍລິສຸດໃນຝ່າຍຮ່າງກາຍ ແລະ ໃນຝ່າຍວິນຍານ. ແຕ່ຜູ້ຍິງທີ່ແຕ່ງງານແລ້ວກໍ່ເອົາໃຈໃສ່ໃນວຽກງານຂອງໂລກ, ວ່າຈະເຮັດແນວໃດໃຫ້ສາມີຂອງນາງພໍໃຈ.

1
07/35.txt Normal file
View File

@ -0,0 +1 @@
\v 35 35 ຂ້າພະເຈົ້າກ່າວເລື່ອງນີ້ເພື່ອປະໂຫຍດຂອງທ່ານເອງ, ແລະ ບໍ່ໄດ້ໃຊ້ຫຍັງມາບີບບັງຄັບທ່ານ. ຂ້າພະເຈົ້າກ່າວສິ່ງນີ້ເພື່ອໃຫ້ທ່ານເຮັດໃນສິ່ງທີ່ຖືກຕ້ອງ, ເພື່ອທີ່ທ່ານຈະອຸທິດຕົນຕໍ່ອົງພຣະຜູ້ເປັນເຈົ້າໂດຍບໍ່ມີສິ່ງໃດມາາເຮັດໃຫ້ທ່ານຫວັ່ນໄຫວ.

1
07/36.txt Normal file
View File

@ -0,0 +1 @@
\v 36 \v 37 \v 38 36 ແຕ່ຖ້າຊາຍໃດຄິດວ່າລາວບໍ່ສາມາດປະຕິບັດຕໍ່ຄູ່ຫມັ້ນຂອງລາວດ້ວຍການໃຫ້ກຽດໄດ້ - ແລະ ຖ້ານາງມີອາຍຸເກີນໄວແຕ່ງງານແລ້ວ ແລະມັນເຖິງເວລາທີ່ຈະແຕ່ງງານ - ຊາຍຄົນນັ້ນກໍ່ຄວນເຮັດໃນສິ່ງທີ່ລາວຕ້ອງການ ລາວບໍ່ໄດ້ເຮັດບາບ. ພວກເຂົາຄວນແຕ່ງງານກັນ. 37ແຕ່ຊາຍໃດທີ່ຕັ້ງໃຈຫມັ້ນຄົງ, ຖ້າລາວບໍ່ຮູ້ສຶກກົດດັນ ແຕ່ສາມາດຄວບຄຸມຄວາມຕ້ອງການຂອງຕົນເອງໄດ້, ແລະ ຖ້າລາວຕັດສິນໃຈວ່າຈະເຮັດສິ່ງນີ້, ທີ່ຈະຮັກສາຄູ່ໝັ້ນຂອງລາວໃຫ້ບໍລິສຸດ, ລາວກໍ່ເຮັດໄດ້ດີ. 38ສະນັ້ນ ຄົນທີ່ແຕ່ງງານກັບຄູ່ຫມັ້ນຂອງເຂົາກໍ່ເຮັດໄດ້ດີແລ້ວ, ແລະ ຄົນທີ່ເລືອກທີ່ຈະບໍ່ແຕ່ງງານກໍ່ເຮັດໄດ້ດີກວ່າ.

1
07/39.txt Normal file
View File

@ -0,0 +1 @@
\v 39 \v 40 39 ພັນລະຍາຕ້ອງຜູກພັນກັບສາມີຂອງນາງຕາບໃດທີ່ລາວຍັງມີຊີວິດຢູ່. ແຕ່ຖ້າສາມີຂອງນາງຕາຍ, ນາງກໍ່ເປັນອິດສະຫລະທີ່ຈະແຕ່ງງານກັບຜູ້ໃດກໍ່ຕາມຄົນທີ່ນາງປາດຖະຫນາທີ່ຈະແຕ່ງງານນຳ, ແຕ່ຕາມຄວາມເຫັນຂອງອົງພຣະຜູ້ເປັນເຈົ້າເທົ່ານັ້ນ. 40ແຕ່ຕາມຄວາມຄິດເຫັນຂອງຂ້າພະເຈົ້ານັ້ນ ນາງຈະມີຄວາມສຸກກວ່າຖ້າວ່ານາງມີຊີວິດຄືກັບທີ່ເປັນຢູ່. ແລະ ຂ້າພະເຈົ້າຄິດວ່າຂ້າພະເຈົ້າມີພຣະວິນຍານຂອງພຣະເຈົ້າຄືກັນ.

1
08/01.txt Normal file
View File

@ -0,0 +1 @@
\v 1 \v 2 \v 3 1 ສ່ວນເລື່ອງອາຫານທີ່ໃຊ້ບູຊາຮູບປັ້ນເຄົາລົບນັ້ນ- ພວກເຮົາຮູ້ວ່າ "ພວກເຮົາທຸກຄົນຕ່າງກໍ່ມີຄວາມຮູ້" ຄວາມຮູ້ນັ້ນເຮັດໃຫ້ອວດຕົວ, ແຕ່ຄວາມຮັກກໍ່ສ້າງຂື້ນ. 2ຖ້າຜູ້ໃດຄິດວ່າເຂົາຮູ້ສສີ່ງໃດແລ້ວ, ຜູ້ນ້ນກໍ່ຍັງບໍ່ຮູ້ຢ່າງທີ່ເຂົາຄວນຮູ້ເລີຍ. 3ແຕ່ຖ້າຜູ້ໃດຮັກພະເຈົ້າ, ພຣະະອົງກໍ່ຊົງຮູ້ຈັກຜູ້ນັ້ນ.

1
08/04.txt Normal file
View File

@ -0,0 +1 @@
\v 4 \v 5 \v 6 4 ສະນັ້ນ ເລື່ອງການກິນອາຫານທີ່ບູຊາຮູບເຄົາລົບຕ່າງໆນັ້ນ-ພວກເຮົາຮູ້ແລ້ວວ່າ "ຮູບເຄົາຣົບໃນໂລກນີ້ນັ້ນ ບໍ່ໄດ້ມີຄວາມຫມາຍຫຍັງເລີຍ" ແລະ "ມີພຣະເຈົ້າພຽງອົງດຽວ ບໍ່ມີພຣະເຈົ້າອົງອື່ນ.” 5ເຖິງແມ່ນວ່າສິ່ງທີ່ເຂົາ-ເອີ້ນກັນວ່າເປັນພຣະນັ້ນ, ອາດຈະມີຢູ່ຈີງທັງໃນສະຫວັນ ແລະ ແຜ່ນດິນໂລກ, ມີ "ພຣະ" ແລະ "ເຈົ້າ" ຫລວງຫຼາຍ. 6ແຕ່ສຳລັບພວກເຮົານັ້ນ, "ມີພຣະເຈົ້າພຣະບິດາພຽງອົງດຽວ, ທຸກຢ່າງມາຈາກພຣະອົງ, ແລະ ເຮົາມີຊີວິດຢູ່ເພື່ອພຣະອົງ, ແລະ ເຮົາມີອົງພຣະເຢຊູຄຣິດເຈົ້າພຽງອົງດຽວ, ທຸກໆສິ່ງມີຢູ່ໂດຍທາງພຣະອົງ, ແລະ ເຮົາມີຊີວິດຕາມທາງພຣະອົງ."

1
08/07.txt Normal file
View File

@ -0,0 +1 @@
\v 7 7. ຢ່າງໃດກໍ່ຕາມ, ບໍ່ແມ່ນທຸກຄົນມີຄວາມຮູ້ແບບນີ້. ເພາະບາງຄົນທີ່ເຄີຍບູຊາຮູບປັ້ນເຄົາລົບມາກ່ອນ, ເມື່ອພວກເຂົາກິນອາຫານນີ້ກໍ່ ຖືວ່າເປັນຂອງບູຊາແກ່ຮູບປັ້ນເຄົາລົບແທ້ໆ. ຈິດສຳນຶກຮູ້ສຶກຜິດແລະ ຊອບຂອງພວກເຂົາຍັງອ່ອນແອຢູ່ຈື່ງເປັນມົນທິນ.

1
08/08.txt Normal file
View File

@ -0,0 +1 @@
\v 8 \v 9 \v 10 8 ແຕ່ອາຫານບໍ່ແມ່ນສິ່ງທີ່ສະເຫນີຕົວຕໍ່ພຣະເຈົ້າ. ພວກເຮົາບໍ່ໄດ້ຊົ່ວຊ້າລົງຖ້າພວກເຮົາບໍ່ກິນ, ແລະ ກໍ່ບໍ່ໄດ້ດີຂື້ນຖ້າພວກເຮົາກິນ. 9ແຕ່ຈົ່ງລະມັດລະວັງ ຢ່າປ່ອຍໃຫ້ອິດສະລະພາບຂອງທ່ານນັ້ນເປັນເຫດໃຫ້ຜູ້ທີ່ອ່ອນແອໃນຄວາມເຊື່ອຕ້ອງສະດຸດ. 10ເພາະຖ້າວ່າມີໃຜເຫັນທ່ານຜູ້ມີຄວາມຮູ້, ຮັບປະທານອາຫານໃນວິຫານຂອງຮູບປັ້ນເຄົາລົບ. ຈິດສຳນຶກຮູ້ສຶກຜິດ ແລະ ຊອບທີ່ອ່ອນແອຂອງເຂົາກໍ່ຈະຊຸກຢູ້ຂື້ນຈົນກິນຂອງທີ່ບູຊາແກ່ຮູບປັ້ນເຄົາລົບແມ່ນຫລືບໍ?

1
08/11.txt Normal file
View File

@ -0,0 +1 @@
\v 11 \v 12 \v 13 11 ສະນັ້ນ ຄວາມຮູ້ຂອງທ່ານໃນເລື່ອງທຳມະຊາດແທ້ຂອງຮູບປັ້ນເຄົາລົບ, ໄດ້ທຳລາຍ. ຄົນທີ່ອ່ອນແອກວ່າ, ເຊິ່ງເປັນພີ່ນ້ອງທີ່ພຣະຄຣິິດໄດ້ຊົງສີ້ນພຣະຊົນແທນເຂົາ, 12ສະນັ້ນ, ເມື່ອທ່າໄດ້ເຮັດບາບຕໍ່ພວກພີ່ນ້ອງ ແລະ ທຳຮ້າຍຈິດສຳນຶກຮູ້ສຶກຜິດ ແລະ ຊອບທີ່ອ່ອນແອຂອງພວກເຂົາ, ທ່ານກໍ່ໄດ້ເຮັດບາບຕໍ່ພຣະຄຣິດ. 13ສະນັ້ນ, ຖ້າອາຫານເຮັດໃຫ້ພີ່ນ້ອງຂອງຂ້າພະເຈົ້າສະດຸດ, ຂ້າພະເຈົ້າກໍ່ຈະບໍ່ກິນຊີ້ນສັດອີກຕໍ່ໄປ, ເພື່ອທີ່ຂ້າພະເຈົ້າຈະບໍ່ເຮັດໃຫ້ພີ່ນ້ອງຂອງຂ້າພະເຈົ້າລົ້ມລົງ.

1
09/01.txt Normal file
View File

@ -0,0 +1 @@
\v 1 \v 2 1 ຂ້າພະເຈົ້າບໍ່ມີອິດສະຫຼະບໍ? ຂ້າພະເຈົ້າບໍ່ໄດ້ເປັນອັກຄະສາວົກບໍ? ຂ້າພະເຈົ້າບໍ່ໄດ້ເຫັນພຣະເຢຊູຄຣິດເຈົ້າພຣະຜູ້ເປັນເຈົ້າຂອງພວກເຮົາບໍ? ທ່ານທັງຫລາຍບໍ່ໄດ້ເປັນຄົນງານຂອງຂ້າພະເຈົ້າໃນອົງພຣະຜູ້ເປັນເຈົ້າບໍ? 2ຖ້າຂ້າພະເຈົ້າບໍ່ໄດ້ເປັນອັກຄະສາວົກຕໍ່ຄົນອື່ນ, ຢ່າງຫນ້ອຍໆຂ້າພະເຈົ້າກໍ່ເປັນອັກຄະສາວົກຕໍ່ພວກທ່ານ. ເພາະພວກທ່ານຄືຫຼັກຖານສະແດງວ່າການເປັນອັກຄະສາວົກໃນອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ.

1
09/03.txt Normal file
View File

@ -0,0 +1 @@
\v 3 \v 4 \v 5 \v 6 ນີ້ຄືຄຳປະຈັກພະຍານຂອງຂ້າພະເຈົ້າຕໍ່ຄົນເຫລົ່ານີ້ທີ່ໄດ້ສອບຖາມຂ້າພະເຈົ້າ: 4ພວກເຮົາບໍ່ມີສິດທີ່ຈະກິນ ແລະ ດື່ມບໍ? 5ພວກເຮົາບໍ່ມີສິດທີ່ຈະພາພັນລະຍາທີ່ເປັນຜູ້ທີ່ເຊື່ອໄປກັບເຮົາ, ຄືກັບພວກອັກຄະສາວົກທີ່ເຫລືອ, ຫລື ແບບທີ່ພວກພີ່ນ້ອງໃນອົງພຣະຜູ້ເປັນເຈົ້າ, ແລະ ເປໂຕນັ້ນບໍ? 6ມີສະເພາະບາຣະນາບາ ແລະ ຂ້າພະເຈົ້າເທົ່ານັ້ນທີ່ຈະຕ້ອງເຮັດວຽກບໍ?

1
09/07.txt Normal file
View File

@ -0,0 +1 @@
\v 7 \v 8 7 ແມ່ນໃຜແດ່ທີ່ເປັນທະຫານແລ້ວວອອກຄ່າໃຊ້ຈ່າຍເອງ? ມີໃຜແດ່ທີີ່ເຮັດສວນອະງຸ່ນແລ້ວບໍ່ໄດ້ກິນຫມາກຂອງມັນ? ຫລື ໃຜແດ່ລ້ຽງຝູງສັດແລ້ວບໍ່ດື່ມນົມຈາກຝູງສັດນັ້ນ? 8ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ດ້ວຍອຳນາດມະນຸດບໍ? ກົດບັນຍັດໄດ້ກ່າວໄວ້ບໍ່ແມ່ນບໍໍ?

1
09/09.txt Normal file
View File

@ -0,0 +1 @@
\v 9 \v 10 \v 11 9 ເພາະມີຂຽນໄວ້ໃນກົດບັນຍັດຂອງໂມເຊວ່າ, "ຢ່າປິດປາກຂອງງົວໃນເວລາທີ່ມັນກຳລັງນວດເຂົ້າ." ພຣະເຈົ້າຊົງມີຄວາມກັງວົນກ່ຽວກັບງົວແທ້ໆບໍ? 10ເພາະພຣະອົງກຳລັງກ່າວເຖິງກັບພວກເຮົາບໍ່ແມ່ນບໍ? ສີ່ງນີ້ໄດ້ຂຽນໄວ້ເພື່ອພວກເຮົາ, ເພາະຄົນທີ່ໄຖນາກໍ່ຄວນໄຖດ້ວຍຄວາມຫວັງ, ຜູ້ທີ່ນວດເຂົ້າກໍ່ຄວນນວດດ້ວຍຄວາມຄາດຫວັງວ່າຈະໄດ້ສ່ວນແບ່ງເມື່ອເກັບກ່ຽວ. 11ຖ້າພວກເຮົາຫວ່ານສິ່ງຕ່າງໆຝ່າຍວິນຍານໃນບັນດາທ່ານ, ແລ້ວຫລາຍເກີນໄປບໍທີ່ພວກເຮົາຈະເກັບກ່ຽວສິ່ງຕ່າງໆຝ່າຍມີວັດຖຸຈາກທ່ານ?

1
09/12.txt Normal file
View File

@ -0,0 +1 @@
\v 12 \v 13 \v 14 12 ຖ້າຄົນອື່ນໄດ້ຮັບສິດທິພິເສດນີ້ຈາກທ່ານ, ພວກເຮົາບໍ່ຄວນທີ່ຈະໄດ້ຮັບຫຼາຍກ່ວານັ້ນບໍ? ເຖິງຢ່າງໃດກໍ່ຕາມ, ພວກເຮົາບໍ່ໄດ້ອ້າງສິດທິນີ້, ໃນທາງກົງກັນຂ້າມ, ພວກເຮົາອົດທົນທຸກຢ່າງເພື່ອຈະບໍ່ມີສີ່ງກີດຂວາງຂ່າວປະເສີດຂອງພຣະຄຣິດ. 13 ທ່ານບໍ່ຮູ້ບໍວ່າຄົນເຫລົ່ານັ້ນທີ່ຮັບໃຊ້ຢູ່ໃນພຣະວິຫານ, ກໍ່ໄດ້ຮັບອາຫານຈາກພຣະວິຫານນັ້ນ? ທ່ານບໍ່ຮູ້ບໍວ່າຄົນເຫລົ່ານັ້ນທີ່ຮັບໃຊ້ຢູ່ແທ່ນບູຊາ ກໍ່ໄດ້ຮັບສ່ວນແບ່ງຈາກເຄື່ອງຖວາຍທີ່ແທ່ນບູຊານັ້ນ? 14 ຄ້າຍຄືກັນ, ອົງພຣະຜູ້ເປັນເຈົ້າຊົງບັນຊາວ່າຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດ ຄວນຈະໄດ້ຮັບກາານລ້ຽງຊີບຈາກຂ່າວປະເສີດນັ້ນ.

1
09/15.txt Normal file
View File

@ -0,0 +1 @@
\v 15 \v 16 15 ແຕ່ຂ້າພະເຈົ້າບໍ່ໄດ້ອ້າງສິດທິໃດໆເຫລົ່າານີ້. ແລະ ຂ້າພະເຈົ້າບໍ່ໄດ້ຂຽນສີ່ງເຫລົ່ານີ້ເພື່ອຈະໃຫ້ໃຜເຮັດຫຍັງໃຫ້ກັບຂ້າພະເຈົ້າ. ຂ້າພະເຈົ້າເສຍຊີວິດຍັງດີກ່ວາທີ່ຈະໃຫ້ໃຜຖອດຖອນຂ້າພະເຈົ້າຈາກການອວດອ້າງນີ້. 16ເຖິງແມ່ນວ່າຂ້າພະເຈົ້າປະກາດຂ່າວປະເສີດ, ຂ້າພະເຈົ້າບໍ່ມີເຫດຜົນທີ່ຈະອວດອ້າງ, ເພາະນີ້ຄືສິ່ງທີ່ຂ້າພະເຈົ້າຕ້ອງເຮັດ. ແລະ ວິບັດແກ່ຂ້າພະເຈົ້າຖ້າຂ້າພະເຈົ້າບໍ່ໄດ້ປະກາດຂ່າວປະເສີດ!

1
09/17.txt Normal file
View File

@ -0,0 +1 @@
\v 17 \v 18 17 ເພາະຖ້າຂ້າພະເຈົ້າເຮັດສິ່ງນີ້ຢ່າງເຕັມໃຈ, ຂ້າພະເຈົ້າກໍ່ຍັງມີລາງວັນ. ແຕ່ຖ້າບໍ່ເຕັມໃຈ, ຂ້າພະເຈົ້າກໍ່ຍັງມີຄວາມຮັບຜິດຊອບທີ່ໄດ້ຮັບມອບໄວ້ກັບຂ້າພະເຈົ້າ. 18ສະນັ້ນລາງວັນຂອງຂ້າພະເຈົ້າແມ່ນຫຍັງ? ນັ້ນຄືເມື່ອຂ້າພະເຈົ້າປະກາດ, ຂ້າພະເຈົ້າໃຫ້ຂ່າວປະເສີດໂດຍບໍ່ຄິດລາຄາ ແລະ ບໍ່ໄດ້ໃຊ້ສິດໃນຂ່າວປະເສີດຂ້ານັ້ນຢ່າງເຕັມທີ່.

1
09/19.txt Normal file
View File

@ -0,0 +1 @@
\v 19 \v 20 ເພາະເຖິງແມ່ນຂ້າພະເຈົ້າໄດ້ເປັນອິດສະຫຼະຈາກທຸກຄົນ, ຂ້າພະເຈົ້າກໍ່ຍອມເປັນທາດຂອງທຸກຄົນ, ເພື່ອຂ້າພະເຈົ້າຈະໄດ້ຄົນຫລາຍຂື້ນ. 20ຕໍ່ພວກຊາວຢິວຂ້າພະເຈົ້າກໍ່ໄດ້ກາຍເປັນຄົນຢິວ, ເພື່ອຈະໄດ້ພວກຊາວຢິວ. ຕໍ່ຄົນເຫລົ່າທີ່ຢູ່ໃຕ້ກົດບັນຍັດ, ຂ້າພະເຈົ້າກໍ່ປະພຶດຕົວຄືກັບຄົນທີ່ຢູ່ໃຕ້ກົດບັນຍັດ. ເພື່ອຈະໄດ້ຄົນເຫລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ ຂ້າພະເຈົ້າເຮັດສິ່ງນີ້ເຖິງແມ່ນວ່າໂຕຂ້າພະເຈົ້າເອງບໍ່ໄດ້ຢູ່ໃຕ້ກົດບັນຍັດ.

1
09/21.txt Normal file
View File

@ -0,0 +1 @@
\v 21 \v 22 \v 23 21 ຕໍ່ຄົນເຫລົ່ານັ້ນທີ່ຢູ່ນອກກົດບັນຍັດ, ຂ້າພະເຈົ້າກໍ່ປະພຶດໂຕຄືກັບຄົນ​ທີ່​ຢູ່ນອກກົດບ​ັນ​ຍັດ, ເຖິງແມ່ນວ່າຂ້າ​ພະ​ເຈົ້າເອງບໍ່ໄດ້ຢູ່ນອກກົດບັນຍັດຂອງພຣະເຈົ້າ, ແຕ່ຢູ່ໃຕ້ພຣະບັນຍັດຂອງພຣະຄຣິດ. ຂ້າ​ພະ​ເຈົ້າເຮັດສິ່ງນີ້ເພື່ອຈ​ະ​ໄດ້ຄົນ​ເຫລົ່າ​ນີ້ທີ່ຢູ່ນອກກົດບັນ​ຍັດ. 22ຕໍ່ຄົນອ່ອນແອ ຂ້າ​ພະ​ເຈົ້າ​ກໍ່ເຮັດຄືກັບຄົນອ່ອນແອ, ເພື່ອຈະໄດ້ຄົນອ່ອນແອນັ້ນ. ຂ້າພະເຈົ້າຍອມເປັນຄົນ​ທຸກຊະນິດຕໍ່ຄົນທັງ​ປວງ, ເພື່ອຂ້າພະ​ເຈົ້າຈະຊ່ວຍເຂົາໃຫ້​ພົ​້ນ​ໄດ້​ໂດຍທຸກວິທີທາງ. 23ຂ້າພະເຈົ້າເຮັດທັງຫມົດກໍ່ເພາະເຫັນແກ່ຂ່າວປະເສີດ, ເພື່ອຂ້າພະ​ເຈົ້າ​ຈະ​ໄດ້ມີສ່ວນໃນພ​ຣະພອນແຫ່ງ​ຂ່າວ​ປະ​ເສີດ​ນັ້ນ.

1
09/24.txt Normal file
View File

@ -0,0 +1 @@
\v 24 \v 25 \v 26 \v 27 24 ທ່ານບໍ່ຮູ້ບໍວ່າພວກທີ່ແລ່ນແຂ່ງນັ້ນ ຕ້ອງແລ່ນນຳກັນທຸກ​ຄົນ, ແຕ່ມີພຽງຄົນດຽວທີ່ໄດ້​ຮັ​ບ​ລາງວັນ? ສະນັ້ນ ຈົ່ງແລ່ນເພື່ອຊີງລາງວັນມາ​ໃຫ້​ໄດ້. 25ນັກກິລາຍັງຕ້ອງຄວບຄຸມ-ໂຕເອງໃນການ​ຝຶກ​ຊ້ອມ. ພວກເຂົາເຮັດເພື່ອຈະ​ໄດ້ມົງກຸດໃບ​ໄມ້ທີ່​ຫ່ຽວ​ແຫ້ງໄດ້, ແຕ່ເຮົາແລ່ນເພື່ອຈະ​ໄດ້ມົງກຸດຊື່ງບໍ່ມີ​ມື​້ຫາຍໄປ. 26ເຖິງຢ່າງໃດກໍ່ຕາມ ຂ້າ​ພະ​ເຈົ້າກໍ່ບໍ່ໄດ້ແລ່ນໂດຍບໍ່ມີເປົ້າຫມາຍ ຫລື ນັກມວຍທີ່​ຊົກ​ລົມ. 27ແຕ່ຂ້າພະເຈົ້າກຳຈັດເນື້ອຫນັງຂອງຂ້າພະເຈົ້າ ແລະ ໃຫ້ຢູ່ໃຕ້ການຄວບຄຸມ, ເພື່ອວ່າຫລັງຈາກທີ່ຂ້າ​ພະ​ເຈົ້າໄດ້ປະກາດໃຫ້ຄົນອື່ນແລ້ວ, ຂ້າ​ພະ​ເຈົ້າຈະບໍ່ເປັນຄົນທີ່ໃຊ້ການ​ບໍ່​ໄດ້ເອງ.

1
10/01.txt Normal file
View File

@ -0,0 +1 @@
\v 1 \v 2 \v 3 \v 4 1 ພີ່​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າຢາກໃຫ້ພວກ​ທ່ານຮູ້ວ່າ, ບັນພະບຸລຸດຂອງພວກເຮົາທຸກ​ຄົນໄດ້ຢູ່ໃຕ້ເມກ ແລະ ໄດ້ຍ່າງຜ່ານທະເລ. 2ທຸກຄົນໄດ້ຮັບບັບຕິສະມາໃຕ້ເມກ ແລະ ໃນທະເລເຂົ້າຮ່ວມກັບໂມເຊ, 3ແລະ ທຸກຄົນໄດ້ຮັບ​ປ​ະ​ທານອາຫານຝ່າຍວິນຍານແບບ​ດຽວກັນ. 4ທຸກຄົນໄດ້ດື່ມນ້ຳຝ່າຍວິນຍານແບບດຽວກັນ. ເພາະທຸກຄົນໄດ້ດື່ມຈາກສີ​ລາຝ່າຍວິນຍານທີ່ຕິດຕາມພວກ​ເຂົາ, ສີ​ລາ​ນັ້ນ​ຄືພຣະຄຣິດ.

1
10/05.txt Normal file
View File

@ -0,0 +1 @@
\v 5 \v 6 5 ແຕ່ພຣະເຈົ້າບໍ່ໄດ້​ຊົງພໍ​ພ​ຣະ​ໄທຄົນສ່ວນຫຼາຍໃນ​ພວກ​ເຂົາ, ແລະ ສົບຂອງພວກເຂົາກໍ່ຖືກກະແຈກກະຈາຍຢູ່ໃນຖິ່ນແຫ້ງແລ້ງກັນດານ. 6ດຽວນີ້ສິ່ງຕ່າງໆ ເຫລົ່ານີ້ກໍ່​ເປັນບົດຮຽນໃຫ້​ກັບ​ເຮົາ, ຢ່າໃຫ້ເຮົາປາຖະຫນາທີ່ຈະເຮັດສິ່ງທີ່ຊົ່ວຮ້າຍ​ຕ່າງໆ ຄືກັບທີ່ພວກເຂົາເຄີຍເຮັດ

1
10/07.txt Normal file
View File

@ -0,0 +1 @@
\v 7 \v 8 7 ຢ່າເປັນຄົນ​ກາບຮູບເຄົາ​ລົບ, ດັ່ງທີ່ບາງຄົນໃນພວກເຂົາເຄີຍເປັນ. ຕາມ​ທີ່​ມີຂຽນໄວ້ວ່າ, "ປະ​ຊາ​ຊົນ​ກໍ່ນັ່ງລົງ ກິນ ແລະ ດື່ມ, ແລະ ລຸກຂຶ້ນແລ່ນຫລິ້ນກັນ." 8ຢ່າໃຫ້ເຮົາປະພຶດຜິດທາງເພດຄືກັບທີ່ຫລາຍຄົນໃນພວກເຂົາໄດ້ເຄີຍເຮັດ. ເພາະໃນມື້ດຽວ ຄົນ​ຈຳ​ນວນສອງສາມພັນຄົນຕ້ອງຕາຍຍ້ອນເຫດຜົນນີ້.

1
10/09.txt Normal file
View File

@ -0,0 +1 @@
\v 9 \v 10 9 ເຊັ່ນດຽວກັນ ຢ່າທົດ​ລອງກັບພຣະຄຣິດ, ແບບ​ຫລາຍ​ຄົນ​ໃນພວກເຂົາເຮັດ ແລ້ວກ​ໍ່​ຕ້ອງພິ​ນາດດ້ວຍງູ. 10ເຊັ່ນດຽວກັນ ຢ່າຈົ່ມແບບຫລາຍຄົນໃນພວກເຂົາເຮັດ, ແລ້ວກໍ່​ຕ້ອງ​ພິ​ນາດດ້ວຍເພັດ​ຊະ​ຄາດ.

1
10/11.txt Normal file
View File

@ -0,0 +1 @@
\v 11 \v 12 \v 13 11 ສິ່ງເຫລົ່ານີ້ໄດ້ເກີດຂື້ນກັບພວກເຂົາເພື່ອເປັນບົດຮຽນ ສຳ ລັບພວກເຮົາ. ຖືກບັນທຶກໄວ້ເປັນຄູ່ມື ສຳ ລັບພວກເຮົາ - ຜູ້ທີ່ໄດ້ບັນລຸເຖິງຈຸດສຸດທ້າຍຂອງຍຸກນີ້. 13 ບໍ່ມີການທົດລອງ ເກີດຂື້ນກັບທ່ານ ນອກຈາກການທົດລອງທີ່ໄດ້ເຮັດກັບມະນຸດທຸກຄົນ ພຣະເຈົ້າຊົງສັດຊື່ ລາວຈະບໍ່ຍອມໃຫ້ທ່ານຖືກທົດລອງຫຼາຍກວ່າທີ່ທ່ານຈະທົນທານຕໍ່ໄດ້. ຄຽງຄູ່ກັບການທົດລອງນັ້ນ ພຣະອົງຍັງຈະໃຫ້ພວກເຈົ້າ ໜີ. ເພື່ອໃຫ້ທ່ານສາມາດອົດທົນໄດ້

1
10/14.txt Normal file
View File

@ -0,0 +1 @@
\v 14 \v 15 \v 16 \v 17 ພວກທີ່ຮັກຂອງຂ້າ​ພະ​ເຈົ້າ, ຈົ່ງ​ຫລີກ​ຫ​ນີການເຄົາລົບຮູບເຄົາລົບ. 15ຂ້າພະເຈົ້າເວົ້າກັບທ່ານຄືກັບເວົ້າກັບຄົນທີ່ມີປັນຍາ, ເພື່ອທ່ານຈະພິຈາລະນາວ່າຂ້າ​ພະ​ເຈົ້າຫ​ມາຍເຖິງ​ອັນ​ໃດ. 16ຖ້ວຍແຫ່ງຣະພອນທີ່ພວກເຮົາໄດ້ຂໍຣະພອນນັ້ນ, ເຮັດ​ໃຫ້ເຮົາ​ໄດ້ເຂົ້າສ່ວນໃນພ​ຣະ​ໂລ​ຫິດພຣະຄຣິດບໍ່​ແມ່ນບໍ? ເຂົ້າຈີ່ທີ່ພວກເຮົາຫັກອອກ, ເຮັດ​ໃຫ້ເຮົາໄດ້ເຂົ້າສ່ວນໃນພ​ຣະກາຍພຣະຄຣິດບໍ່​ແມ່ນ​ບໍ? 17ເນື່ອງຈາກມີເຂົ້າຈີ່ກ້ອນດຽວ, ພວກເຮົາເຊີ່ງເປັນຫລາຍ​ບຸກຄົນຄືກາຍດຽວ. ເຮົາທຸກຄົນຕ່າງ​ໄດ້ຮັບ​ຈາກເຂົ້າຈີ່ກ້ອ​ນດຽວກັນນັ້ນ.

1
10/18.txt Normal file
View File

@ -0,0 +1 @@
\v 18 \v 19 18 ຈົ່ງເບິ່ງຊາວອິດສະລາແອນ: ພວກ​ເຂົາ​ເຫລົ່າ​ນັ້ນທີ່ກິນເຄື່ອງຖວາຍບູຊາ ກໍ່​ມີ​ສ່ວນຮ່ວມທີ່ແທ່ນບູຊາບໍ່​ແມ່ນບໍ? 19ດັ່ງນັ້ນ ຂ້າ​ພະ​ເຈົ້າຈະເວົ້າແນວ​ໃດ? ຮູບ​ເຄົາ​ລົບ​ນັ້ນ​ສຳ​ຄັນ​ຫ​ຍັງ? ຫລື ອາຫານທີ່ຖວາຍບູ​ຊາ​ແກ່​ຮູບ​ເຄົາ​ລົບ​ນັ້ນສຳ​ຄັນ​ຫ​ຍັງ?

1
10/20.txt Normal file
View File

@ -0,0 +1 @@
\v 20 \v 21 \v 22 20 ແຕ່ຂ້າ​ພະ​ເຈົ້າ ໄດ້ເວົ້າ​ເຖິງ​ການທີ່​ຄົນ​ຕ່າງ​ຊາດຖວາຍ​ບູ​ຊາ​ນັ້ນ, ພວກ​ເຂົາ​ຖວາຍ​ສີ່ງ​ຕ່າງໆເຫຼົ່ານີ້ໃຫ້ກັບຜີມານ ບໍ່ໄດ້ຖວາຍຕໍ່ພຣະເຈົ້າ. ຂ້າ​ພະ​ເຈົ້າບໍ່ຕ້ອງ​ການໃຫ້ທ່ານເປັນຜູ້ມີ​ສ່ວນຮ່ວມຂອງຜ​ີມານ! 21ທ່ານບໍ່ສາມາດທີ່ຈະດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າ ແລະ ດື່ມຈາກຈອກຂອງ​ຜີມ​ມານຊາຕານໄດ້. ທ່ານບໍ່ສາມາດຮ່ວມໂຕະສ​ເຫວີຍຂອງອົງພຣະຜູ້ເປັນເຈົ້າໄດ້ ແລະ ຮ່ວມໂຕະຂອງຜີມານໄດ້. 22ຫລື ພວກເຮົາຈະ​ຍຸ​ຍົງພຣະຜູ້ເປັນເຈົ້າໃຫ້​ຫືງ​ຫວງ​ບໍ? ພວກເຮົາມີກຳ​ລັງຫລາຍກວ່າພະອົງບໍ?

1
10/23.txt Normal file
View File

@ -0,0 +1 @@
\v 23 \v 24 23 "ຂ້າ​ພະ​ເຈົ້າເຮັດທຸກຢ່າງໄດ້," ແຕ່ບໍ່ແມ່ນທຸກຢ່າງມີປະໂຫຍດ. "ຂ້າ​ພະ​ເຈົ້າເຮັດທຸກຢ່າງໄດ້" ແຕ່ບໍ່ແມ່ນທຸກຢ່າງເຮັດໃຫ້ຈະເລີນຮຸ່ງເຮືອງຂື້ນ. 24ບໍ່ຄວນໃຫ້ໃຜສະແຫວງຫາຄວາມດີຂອງຕົນເອງ. ແຕ່ໃນ​ທາງ​ກົງ​ກັນ​ຂ້າມ, ແຕ່ລະຄົນຄວນສະແຫວງຫາຄວາມດີຂອງເພື່ອນບ້ານຂອງຕົນ.

1
10/25.txt Normal file
View File

@ -0,0 +1 @@
\v 25 \v 26 \v 27 25 ທ່ານອາດຈະກິນ​ໄດ້ທຸກຢ່າງທີ່ຂາຍໃນຕະຫລາດ, ໂດຍບໍ່ຕ້ອງມີຄຳຖາມເລື່ອງໃຈຮູ້ສຶກຜິດ ແລະ ຊອບ. 26 "ເພາະວ່າໂລກນີ້ເປັນຂອງອົງພຣະຜູ້ເປັນເຈົ້າ, ແລະ ທຸກຢ່າງທັງ​ຫມົດໃນນັ້ນນຳ.” 27ຖ້າຜູ້ບໍ່ເຊື່ອເຊື້ອເຊີນໄປຮັບປະທານອາຫານ, ແລະ ທ່ານຢາກໄປ, ແລ້ວ​ຮັບ​ປະ​ທານສິ່ງໃດກໍ່ຕາມທີ່ເຂົາ​ກຽມໄວ້ໃຫ້ທ່ານ ໂດຍບໍ່ຕ້ອງຖາມຄຳເລື່ອງ​ໃຈຮູ້ສຶກຜິດ ແລະ ຊອບ.

1
10/28.txt Normal file
View File

@ -0,0 +1 @@
\v 28 \v 29 \v 30 28 ແຕ່ຖ້າມີໃຜ​ມາບອກທ່ານວ່າ, "ອາຫານນີ້ເຂົາໄດ້ຖວາຍ​ແກ່ຮູບປັ້ນເຄົາ​ລົບ​ແລ້ວ," ຢ່າຮັບ​ປະ​ທ​ານ. ເພື່ອເຫັ​ນ​ແກ່ຄົນທີ່ບອກກັບທ່ານ, ແລະ ເຫັນ​ແກ່ໃຈ​ຮູ້ສຶກ​ຜິດ ແລະ ຊອບ. 29ຂ້າພະເຈົ້າບໍ່ໄດ້ຫມາຍໃຈຮູ້ສຶກຜິດ ແລະ ຊອບຂອງທ່ານເອງ, ແຕ່ເປັນໃຈ​ຮູ້ສຶກຜິດ ແລະ ຊອບຂອງຄົນອື່ນໆ. ເພາະເປັນຫຍັງອິດສະລະພາບຂອງຂ້າ​ພະ​ເຈົ້າຄວນຖືກຕັດສິນໂດຍໃຈ​ຮູ້ສຶກຜິດ ແລະ ຊອບຂອງຄົນອື່ນ? 30ຖ້າຂ້າພະເຈົ້າຮ່ວມຮັບປະທານອາຫານດ້ວຍໃຈຂອບຣະຄຸນ, ເປັນຫຍັງຂ້າ​ພະ​ເຈົ້າ​ຕ້ອງຖືກຕິ​ຕຽນ​ໂດຍສິ່ງທີ່ຂ້າ​ພະ​ເຈົ້າຂອບ​ພ​ຣະ​ຄຸນ​ນັ້ນ​ແລ້ວ?

1
10/31.txt Normal file
View File

@ -0,0 +1 @@
\v 31 \v 32 \v 33 31 ດັ່ງນັ້ນແລະ, ບໍ່ວ່າທ່ານຈະກິນ ຫລື ດື່ມ, ຫລື ເຮັດສີ່ງ​ໃດກໍ່ຕາມ, ຈົ່ງເຮັດທຸກຢ່າງເພື່ອພ​ຣະກຽດຂອງພຣະເຈົ້າ. 32ຢ່າເຮັດໃຫ້ຊາວຢິວ ຫລື ຊາວກະເຣັກ, ຫລື ຄຣິສຕະຈັກຂອງພຣະເຈົ້າສະ​ດຸດ​ໄປ. 33ຂ້າພະເຈົ້າພະຍາຍາມເຮັດໃຫ້ທຸກຄົນພໍໃຈໃນທຸກຢ່າງ. ຂ້າ​ພະ​ເຈົ້າບໍ່ໄດ້ສະແຫວງຫາຜົນປະໂຫຍດຂອງໂຕເອງ, ແຕ່ເພື່ອປະໂຫຍດຂອງຫຼາຍໆຄົນ. ຂ້າ​ພະ​ເຈົ້າເຮັດສິ່ງນີ້ເພື່ອພວກເຂົາຈະໄດ້ພົ​້ນ.

1
11/01.txt Normal file
View File

@ -0,0 +1 @@
\v 1 \v 2 \v 3 \v 4 1 ຈົ່ງ​ຕາມແບບຢ່າງຂ້​າ​ພະ​ເຈົ້າ, ດັ່ງທີ່ຂ້າ​ພະ​ເຈົ້າ​ຕາມແບບພຣະຄຣິດ. 2 ບັດນີ້ ຂ້າ​ພະ​ເຈົ້າຂໍ​ຊົມ​ເຊີຍເຈົ້າທັງຫລາຍ ເພາະທ່ານລະ​ນຶກ​ເຖິງ​ຂ້າ​ພະ​ເຈົ້າໃນທຸກສິ່ງ. ຂ້າ​ພະ​ເຈົ້າໄດ້ຊົມ​ເຊີຍ​ທ່ານເພາະທ່ານໄດ້ປະຕິບັດຕາມຮີດຄອງປະເພນີຕ່າງໆ ທີ່​ຂ້າ​ພະ​ເຈົ້າໄດ້ໃຫ້ພວກ​ທ່ານໄວ້. 3ແຕ່ຂ້າພະເຈົ້າຕ້ອງການໃຫ້ພວກທ່ານເຂົ້າໃຈວ່າພຣະຄຣິດຊົງເປັນປະມຸກຂອງຊາຍທຸກຄົນ, ແບບ​ທີ່ຜູ້ຊາຍເປັນປະ​ມຸຂອງແມ່ຍິງ, ແລະ ທີ່ພຣະເຈົ້າເປັນປະ​ມຸກຂອງພຣະຄຣິດ. 4ຜູ້ຊາຍທີ່ອະທິຖານ ຫລື ປະ​ກາດ​ພ​ຣະ​ທຳໂດຍການປົກຄຸມຫົວນັ້ນ ເຮັດ​ຄວາມອັບອາຍຕໍ່ຫົວຂອງເຂົາ.

1
11/05.txt Normal file
View File

@ -0,0 +1 @@
\v 5 \v 6 5 ແຕ່ຜູ້ຍິງທີ່ອະທິຖານ ຫລື ປະ​ກາດ​ພ​ຣະ​ທຳໂດຍບໍ່ໄດ້ປົກຄຸມຫົວຂອງນາງ. ກໍ່​ເຮັດຄວາມອັບອາຍຕໍ່ຫົວຂອງນາງ. ແບບດຽວກັນກັບທີ່ນາງໂກນຜົມ. 6ເພາະຖ້າຜູ້ຍິງບໍ່ປົກຄຸມຫົວ, ນາງກໍ່ຄວນຕັດຜົມສັ້ນ. ແຕ່ຖ້າການຕັດຜົມສັ້ນ ຫລື ໂກນຜົມເປັນ​ເລື່ອງ​ຫ​ນ້າອັບອາຍ, ກໍ່ໃຫ້ນາງປົກຄຸມຫົວຂອງນາງດີກວ່າ.

Some files were not shown because too many files have changed in this diff Show More