lo_1co_text_ulb_l3/03/21.txt

1 line
766 B
Plaintext

\v 21 \v 22 \v 23 21 ສະນັ້ນ ຢ່າເວົ້າໂອ້ອວດເລື່ອງມະນຸດເລີຍ! ເພາະວ່າທຸກຢ່າງເປັນຂອງທ່ານທັງຫລາຍ, 22ບໍ່ວ່າໂປໂລ, ຫລື ອາໂປໂລ, ຫລື ເປໂຕ, ຫລື ໂລກ, ຫລື ຊີວິດ, ຫລື ຄວາມຕາຍ, ຫລືສິ່ງຂອງຕ່າງໆໃນປະຈຸບັນ, ຫລືສິ່ງຕ່າງໆໃນອະນາຄົດ, ທຸກຢ່າງແມ່ນຂອງທ່ານ, 23ແລະ ທ່ານທັງຫລາຍເປັນຂອງພຣະຄຣິດ, ແລະ ພຣະຄຣິດຊົງເປັນຂອງພຣະເຈົ້າ.