lo_1co_text_ulb_l3/09/21.txt

1 line
1.5 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 21 \v 22 \v 23 21 ຕໍ່ຄົນເຫລົ່ານັ້ນທີ່ຢູ່ນອກກົດບັນຍັດ, ຂ້າພະເຈົ້າກໍ່ປະພຶດໂຕຄືກັບຄົນ​ທີ່​ຢູ່ນອກກົດບ​ັນ​ຍັດ, ເຖິງແມ່ນວ່າຂ້າ​ພະ​ເຈົ້າເອງບໍ່ໄດ້ຢູ່ນອກກົດບັນຍັດຂອງພຣະເຈົ້າ, ແຕ່ຢູ່ໃຕ້ພຣະບັນຍັດຂອງພຣະຄຣິດ. ຂ້າ​ພະ​ເຈົ້າເຮັດສິ່ງນີ້ເພື່ອຈ​ະ​ໄດ້ຄົນ​ເຫລົ່າ​ນີ້ທີ່ຢູ່ນອກກົດບັນ​ຍັດ. 22ຕໍ່ຄົນອ່ອນແອ ຂ້າ​ພະ​ເຈົ້າ​ກໍ່ເຮັດຄືກັບຄົນອ່ອນແອ, ເພື່ອຈະໄດ້ຄົນອ່ອນແອນັ້ນ. ຂ້າພະເຈົ້າຍອມເປັນຄົນ​ທຸກຊະນິດຕໍ່ຄົນທັງ​ປວງ, ເພື່ອຂ້າພະ​ເຈົ້າຈະຊ່ວຍເຂົາໃຫ້​ພົ​້ນ​ໄດ້​ໂດຍທຸກວິທີທາງ. 23ຂ້າພະເຈົ້າເຮັດທັງຫມົດກໍ່ເພາະເຫັນແກ່ຂ່າວປະເສີດ, ເພື່ອຂ້າພະ​ເຈົ້າ​ຈະ​ໄດ້ມີສ່ວນໃນພ​ຣະພອນແຫ່ງ​ຂ່າວ​ປະ​ເສີດ​ນັ້ນ.