lo_1co_text_ulb_l3/09/12.txt

1 line
1.4 KiB
Plaintext

\v 12 \v 13 \v 14 12 ຖ້າຄົນອື່ນໄດ້ຮັບສິດທິພິເສດນີ້ຈາກທ່ານ, ພວກເຮົາບໍ່ຄວນທີ່ຈະໄດ້ຮັບຫຼາຍກ່ວານັ້ນບໍ? ເຖິງຢ່າງໃດກໍ່ຕາມ, ພວກເຮົາບໍ່ໄດ້ອ້າງສິດທິນີ້, ໃນທາງກົງກັນຂ້າມ, ພວກເຮົາອົດທົນທຸກຢ່າງເພື່ອຈະບໍ່ມີສີ່ງກີດຂວາງຂ່າວປະເສີດຂອງພຣະຄຣິດ. 13 ທ່ານບໍ່ຮູ້ບໍວ່າຄົນເຫລົ່ານັ້ນທີ່ຮັບໃຊ້ຢູ່ໃນພຣະວິຫານ, ກໍ່ໄດ້ຮັບອາຫານຈາກພຣະວິຫານນັ້ນ? ທ່ານບໍ່ຮູ້ບໍວ່າຄົນເຫລົ່ານັ້ນທີ່ຮັບໃຊ້ຢູ່ແທ່ນບູຊາ ກໍ່ໄດ້ຮັບສ່ວນແບ່ງຈາກເຄື່ອງຖວາຍທີ່ແທ່ນບູຊານັ້ນ? 14 ຄ້າຍຄືກັນ, ອົງພຣະຜູ້ເປັນເຈົ້າຊົງບັນຊາວ່າຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດ ຄວນຈະໄດ້ຮັບກາານລ້ຽງຊີບຈາກຂ່າວປະເສີດນັ້ນ.