lo_1co_text_ulb_l3/09/09.txt

1 line
1.2 KiB
Plaintext

\v 9 \v 10 \v 11 9 ເພາະມີຂຽນໄວ້ໃນກົດບັນຍັດຂອງໂມເຊວ່າ, "ຢ່າປິດປາກຂອງງົວໃນເວລາທີ່ມັນກຳລັງນວດເຂົ້າ." ພຣະເຈົ້າຊົງມີຄວາມກັງວົນກ່ຽວກັບງົວແທ້ໆບໍ? 10ເພາະພຣະອົງກຳລັງກ່າວເຖິງກັບພວກເຮົາບໍ່ແມ່ນບໍ? ສີ່ງນີ້ໄດ້ຂຽນໄວ້ເພື່ອພວກເຮົາ, ເພາະຄົນທີ່ໄຖນາກໍ່ຄວນໄຖດ້ວຍຄວາມຫວັງ, ຜູ້ທີ່ນວດເຂົ້າກໍ່ຄວນນວດດ້ວຍຄວາມຄາດຫວັງວ່າຈະໄດ້ສ່ວນແບ່ງເມື່ອເກັບກ່ຽວ. 11ຖ້າພວກເຮົາຫວ່ານສິ່ງຕ່າງໆຝ່າຍວິນຍານໃນບັນດາທ່ານ, ແລ້ວຫລາຍເກີນໄປບໍທີ່ພວກເຮົາຈະເກັບກ່ຽວສິ່ງຕ່າງໆຝ່າຍມີວັດຖຸຈາກທ່ານ?