lo_1co_text_ulb_l3/05/11.txt

1 line
1.6 KiB
Plaintext

\v 11 \v 12 \v 13 11 ແຕ່ບັດນີ້ ຂ້າພະເຈົ້າຂຽນຫາທ່ານບໍ່ໃຫ້ຄົບຫາກັບຜູ້ໃດກໍ່ຕາມທີ່ໄດ້ຊື່ວ່າເປັນພີ່ນ້ອງແຕ່ຍັງເປັນຄົນທທີ່ໃຊ້ຊີວິດຢູ່ໃນການປະພຶດຜິດທາງເພດ, ຫລືຍັງເປັນຄົນໂລບ, ຫລືຍັງເປັນຄົນທີ່ກາບໄຫວ້ຮູບເຄົາລົບ, ຫຼືຍັງເປັນຄົນຫຍາບຊ້າ, ຫຼືຍັງເປັນຄົນຂີ້ເຫລົ້າເມົາຢາຢູ່, ຫຼືຍັງເປັນຄົນຂີ້ຕົວະ. ຢ່າກິນອາຫານຮ່ວມກັບບຸກຄົນແບບນີ້. 12ເພາະຂ້າພະເຈົ້າຈະມີສ່ວນຮ່ວມກັບການຕັດສິນລົງໂທດຄົນເຫລົ່ານັ້ນທີ່ຢູ່ພາຍນອກຄຣິດສຈັກໄດ້ແນວໃດ? ແຕ່ກົງກັນຂ້າມ, ທ່ານຕ້ອງຕັດສິນລົງໂທດຄົນເຫລົ່ານັ້ນຢູ່ພາຍໃນຄຣິດສຈັກບໍ່ແມ່ນນບໍ? 13ແຕ່ພຣະເຈົ້າຈະເປັນຜູ້ທີ່ພິພາກສາຄົນເຫລົ່ານັ້ນທີ່ຢູ່ພາຍນອກເອງ. "ຈົ່ງຂັບໄລ່ຄົນຊົ່ວອອກຈາກບັນດາພວກທ່ານ."