lo_1co_text_ulb_l3/07/20.txt

1 line
1.6 KiB
Plaintext

\v 20 \v 21 \v 22 \v 23 \v 24 20 ແຕ່ລະຄົນຄວນຈະຢູ່ໃນສະຖານະທີ່ລາວເຄີຍຢູ່ ເມື່ອເວລາທີ່ພຣະເຈົ້າຊົງເອີ້ນລາວໃຫ້ມາເຊື່ອ. 21ພະເຈົ້າຊົງເອີ້ນທ່ານເມື່ອເປັນຂ້າໃຊ້ຢູ່ບໍ? ຢ່າກັງວົນເລີຍ ແຕ່ຖ້າທ່ານສາມາດເປັນອິດສະຫຼະໄດ້, ຈົ່ງໃຊ້ສິດນັ້ນ. 22ເພາະຜູ້ໃດທີ່ອົງພຣະຜູ້ເປັນເຈົ້າຊົງເອີ້ນເມື່ອເປັນຂ້າໃຊ້ ຜູ້ນັ້ນກໍ່ເປັນອິດສະລະພາບຂອງອົງພຣະຜູ້ເປັນເຈົ້າ. ໃນລັກສະນະດຽວກັນ ຜູ້ທີ່ໄດ້ຮັບການຊົງເອີ້ນໃຫ້ມາເຊື່ອເມື່ອເປັນອິດສະລະ ລາວເປັນຂ້າໃຊ້ຂອງພຣະຄຣິດ. 23ພຣະເຈົ້າຊົງຈ່າຍຄ່າສູງເພື່ອຊື້ທ່າ, ສະນັ້ນຈົ່ງຢ່າເປັນຂ້າໃຊ້ຂອງມະນຸດ. 24ພີ່ນ້ອງທັງຫລາຍ, ພວກເຮົາແຕ່ລະຄົນເຄີຍຢູ່ໃນຖານະໃດເມື່ອເຮົາຖືກເອີ້ນໃຫ້ມາເຊື່ອ, ກໍ່ໃໃຫ້ເຮົາຢູ່ໃນຖານະນັ້ນຕໍ່ໄປ.