lo_tn/psa/125/001.md

24 lines
3.5 KiB
Markdown
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

# ຂໍ້​ມູນ​ທົ່ວ​ໄປ:
ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/writing-poetry]] ແລະ [[rc://*/ta/man/translate/figs-parallelism]])
# ບົດ​ເພງ​ຂອງ​ອາ​ເຊັດ
ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເພງທີ່ຄົນຮ້ອງໃນຂະນະທີ່ຂຶ້ນໄປເມືອງເຢລູຊາເລັມເພື່ອການສະເຫລີມສະຫລອງ" ຫລື 2) "ເພງທີ່ຄົນຮ້ອງໃນຂະນະທີ່ຂຶ້ນຂັ້ນໄດເຂົ້າໄປໃນພຣະວິຫານ" ຫລື 3) "ເພງເຊິ່ງຄຳເວົ້ານັ້ນຄ້າຍຄືຂັ້ນໄດ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 120:1
# ບັນ​ດາ​ຜູ້​ທີ່​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ, ​ກໍ​ຄື​ພູ​ເຂົາ​ຊີ​ໂອນ, ຊຶ່ງບໍ່​ຫວັ່ນ​ໄຫວ, ແຕ່​ດຳ​ລົງ​ຢູ່​ເປັນ​ນິດ
ຄົນທີ່ວາງໃຈໃນພຣະຢາເວຈະຖືກກ່າວເຖິງຄືກັບວ່າເຂົາເຈົ້າແມ່ນພູຊີ​ໂອນ. ພູເຂົາບໍ່ສາມາດເຄື່ອນຍ້າຍໄດ້. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]])
# ພູ​ເຂົາ​ຢູ່ອ້ອມ​ນະ​ຄອນ​ເຢ​ລູ​ຊາ​ເລັມ, ພ​ຣະ​ຢາ​ເວ​, ຊົງ​ຢູ່​ຮອບ​ປະ​ຊາ​ຊົນ​ຂ​ອງ​ພ​ຣະ​ອົງ ຕັ້ງ​ແຕ່​ບັດ​ນີ້​ສືບ​ໄປ​ເປັນ​ນິດ
ການປົກປ້ອງຂອງພຣະຢາເວ ແມ່ນເວົ້າເຖິງວ່າພ​ຣະ​ອົງເປັນພູເຂົາທີ່ຢູ່ອ້ອມຮອບເມືອງເຢລູຊາເລັມ. ເຢລູຊາເລັມຖືກລ້ອມຮອບດ້ວຍພູຫລາຍຫນ່ວຍ, ເຊິ່ງປົກປ້ອງມັນຈາກການໂຈມຕີ. ອາດຈະແປໄດ້ວ່າ: "ຄືວ່າເນີນພູທີ່ອ້ອມຮອບເມືອງເຢລູຸຊາເລັມປົກປ້ອງມັນ, ດັ່ງນັ້ນ, ພຣະຢາເວປົກປ້ອງປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]]).
# ບັດ​ນີ້​ສືບ​ໄປ​ເປັນ​ນິດ
ໃນນີ້, ປະໂຫຍກນີ້ຫມາຍຄວາມວ່າ "ຢູ່ຕະຫລອດເວລາ." (ເບິ່ງ: [[rc://*/ta/man/translate/figs-merism]])
# ກະ​ບອງ​ຂອງ​ຄວາມ​ອະ​ທຳ
ໃນນີ້ກະ​ບອງ​ຂອງ​ຄວາມ​ອະ​ທຳສະແດງເຖິງການປົກຄອງຂອງຄົນຊົ່ວ. ອາດແປໄດ້ອີກວ່າ: "ຄົນຊົ່ວ" ຫລື "ຜູ້ປົກຄອງທີ່ຊົ່ວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])