lo_tn/psa/125/001.md

3.5 KiB
Raw Permalink Blame History

ຂໍ້​ມູນ​ທົ່ວ​ໄປ:

ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ບົດ​ເພງ​ຂອງ​ອາ​ເຊັດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເພງທີ່ຄົນຮ້ອງໃນຂະນະທີ່ຂຶ້ນໄປເມືອງເຢລູຊາເລັມເພື່ອການສະເຫລີມສະຫລອງ" ຫລື 2) "ເພງທີ່ຄົນຮ້ອງໃນຂະນະທີ່ຂຶ້ນຂັ້ນໄດເຂົ້າໄປໃນພຣະວິຫານ" ຫລື 3) "ເພງເຊິ່ງຄຳເວົ້ານັ້ນຄ້າຍຄືຂັ້ນໄດ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 120:1

ບັນ​ດາ​ຜູ້​ທີ່​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ, ​ກໍ​ຄື​ພູ​ເຂົາ​ຊີ​ໂອນ, ຊຶ່ງບໍ່​ຫວັ່ນ​ໄຫວ, ແຕ່​ດຳ​ລົງ​ຢູ່​ເປັນ​ນິດ

ຄົນທີ່ວາງໃຈໃນພຣະຢາເວຈະຖືກກ່າວເຖິງຄືກັບວ່າເຂົາເຈົ້າແມ່ນພູຊີ​ໂອນ. ພູເຂົາບໍ່ສາມາດເຄື່ອນຍ້າຍໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພູ​ເຂົາ​ຢູ່ອ້ອມ​ນະ​ຄອນ​ເຢ​ລູ​ຊາ​ເລັມ, ພ​ຣະ​ຢາ​ເວ​, ຊົງ​ຢູ່​ຮອບ​ປະ​ຊາ​ຊົນ​ຂ​ອງ​ພ​ຣະ​ອົງ ຕັ້ງ​ແຕ່​ບັດ​ນີ້​ສືບ​ໄປ​ເປັນ​ນິດ

ການປົກປ້ອງຂອງພຣະຢາເວ ແມ່ນເວົ້າເຖິງວ່າພ​ຣະ​ອົງເປັນພູເຂົາທີ່ຢູ່ອ້ອມຮອບເມືອງເຢລູຊາເລັມ. ເຢລູຊາເລັມຖືກລ້ອມຮອບດ້ວຍພູຫລາຍຫນ່ວຍ, ເຊິ່ງປົກປ້ອງມັນຈາກການໂຈມຕີ. ອາດຈະແປໄດ້ວ່າ: "ຄືວ່າເນີນພູທີ່ອ້ອມຮອບເມືອງເຢລູຸຊາເລັມປົກປ້ອງມັນ, ດັ່ງນັ້ນ, ພຣະຢາເວປົກປ້ອງປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile).

ບັດ​ນີ້​ສືບ​ໄປ​ເປັນ​ນິດ

ໃນນີ້, ປະໂຫຍກນີ້ຫມາຍຄວາມວ່າ "ຢູ່ຕະຫລອດເວລາ." (ເບິ່ງ: rc://*/ta/man/translate/figs-merism)

ກະ​ບອງ​ຂອງ​ຄວາມ​ອະ​ທຳ

ໃນນີ້ກະ​ບອງ​ຂອງ​ຄວາມ​ອະ​ທຳສະແດງເຖິງການປົກຄອງຂອງຄົນຊົ່ວ. ອາດແປໄດ້ອີກວ່າ: "ຄົນຊົ່ວ" ຫລື "ຜູ້ປົກຄອງທີ່ຊົ່ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)