3.5 KiB
ຂໍ້ມູນທົ່ວໄປ:
ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])
ບົດເພງຂອງອາເຊັດ
ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເພງທີ່ຄົນຮ້ອງໃນຂະນະທີ່ຂຶ້ນໄປເມືອງເຢລູຊາເລັມເພື່ອການສະເຫລີມສະຫລອງ" ຫລື 2) "ເພງທີ່ຄົນຮ້ອງໃນຂະນະທີ່ຂຶ້ນຂັ້ນໄດເຂົ້າໄປໃນພຣະວິຫານ" ຫລື 3) "ເພງເຊິ່ງຄຳເວົ້ານັ້ນຄ້າຍຄືຂັ້ນໄດ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 120:1
ບັນດາຜູ້ທີ່ໄວ້ວາງໃຈໃນພຣະຢາເວ, ກໍຄືພູເຂົາຊີໂອນ, ຊຶ່ງບໍ່ຫວັ່ນໄຫວ, ແຕ່ດຳລົງຢູ່ເປັນນິດ
ຄົນທີ່ວາງໃຈໃນພຣະຢາເວຈະຖືກກ່າວເຖິງຄືກັບວ່າເຂົາເຈົ້າແມ່ນພູຊີໂອນ. ພູເຂົາບໍ່ສາມາດເຄື່ອນຍ້າຍໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)
ພູເຂົາຢູ່ອ້ອມນະຄອນເຢລູຊາເລັມ, ພຣະຢາເວ, ຊົງຢູ່ຮອບປະຊາຊົນຂອງພຣະອົງ ຕັ້ງແຕ່ບັດນີ້ສືບໄປເປັນນິດ
ການປົກປ້ອງຂອງພຣະຢາເວ ແມ່ນເວົ້າເຖິງວ່າພຣະອົງເປັນພູເຂົາທີ່ຢູ່ອ້ອມຮອບເມືອງເຢລູຊາເລັມ. ເຢລູຊາເລັມຖືກລ້ອມຮອບດ້ວຍພູຫລາຍຫນ່ວຍ, ເຊິ່ງປົກປ້ອງມັນຈາກການໂຈມຕີ. ອາດຈະແປໄດ້ວ່າ: "ຄືວ່າເນີນພູທີ່ອ້ອມຮອບເມືອງເຢລູຸຊາເລັມປົກປ້ອງມັນ, ດັ່ງນັ້ນ, ພຣະຢາເວປົກປ້ອງປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile).
ບັດນີ້ສືບໄປເປັນນິດ
ໃນນີ້, ປະໂຫຍກນີ້ຫມາຍຄວາມວ່າ "ຢູ່ຕະຫລອດເວລາ." (ເບິ່ງ: rc://*/ta/man/translate/figs-merism)
ກະບອງຂອງຄວາມອະທຳ
ໃນນີ້ກະບອງຂອງຄວາມອະທຳສະແດງເຖິງການປົກຄອງຂອງຄົນຊົ່ວ. ອາດແປໄດ້ອີກວ່າ: "ຄົນຊົ່ວ" ຫລື "ຜູ້ປົກຄອງທີ່ຊົ່ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)