lo_tw/bible/kt/synagogue.md

11 lines
1.5 KiB
Markdown

# ທຳມະສາລາ
## ນິຍາມ
ທຳມະສາລາເປັນຕຶກທີ່ພວກຊາວຢິວປະຊຸມກັນເພື່ອນະມັດສະການພະເຈົ້າ.
* ຕັ້ງແຕ່ສະໄໝບູຮານນະການ, ການນະມັດສະການຂອງຊາວຢິວນັ້ນໄດ້ລວມເອົາເຖິງເວລາຂອງການອະທິຖານ, ການອ່ານພຣະຄຳພີແລະການສອນກ່ຽວກັບພຣະຄຳພີ.
* ໃນເບື້ອງຕົ້ນຊາວຢິວເລີ່ມກໍ່ສ້າງທຳມະສາລາເປັນສະຖານທີ່ເພື່ອອະທິຖານແລະນະມັດສະການພຣະເຈົ້າໃນເມືອງຂອງພວກເຂົາ, ເພາະວ່າພວກເຂົາສ່ວນຫລາຍອາໄສຢູ່ຫ່າງໄກຈາກພຣະວິຫານໃນເມືອງເຢຣູຊາເລັມ.
* ພຣະເຍຊູສັ່ງສອນຢູ່ຕາມທຳມະສາລາເລື້ອຍໆແລະປິ່ນປົວປະຊາຊົນຢູ່ທີ່ນັ້ນ.
* ຄຳວ່າ“ ທຳມະສາລາ” ສາມາດໃຊ້ເປັນເພື່ອອ້າງອີງເຖິງກຸ່ມຄົນລວມຕົວກັນທີ່ປະຊຸມຢູ່ທີ່ນັ້ນ.