# ທຳມະສາລາ ## ນິຍາມ ທຳມະສາລາເປັນຕຶກທີ່ພວກຊາວຢິວປະຊຸມກັນເພື່ອນະມັດສະການພະເຈົ້າ. * ຕັ້ງແຕ່ສະໄໝບູຮານນະການ, ການນະມັດສະການຂອງຊາວຢິວນັ້ນໄດ້ລວມເອົາເຖິງເວລາຂອງການອະທິຖານ, ການອ່ານພຣະຄຳພີແລະການສອນກ່ຽວກັບພຣະຄຳພີ. * ໃນເບື້ອງຕົ້ນຊາວຢິວເລີ່ມກໍ່ສ້າງທຳມະສາລາເປັນສະຖານທີ່ເພື່ອອະທິຖານແລະນະມັດສະການພຣະເຈົ້າໃນເມືອງຂອງພວກເຂົາ, ເພາະວ່າພວກເຂົາສ່ວນຫລາຍອາໄສຢູ່ຫ່າງໄກຈາກພຣະວິຫານໃນເມືອງເຢຣູຊາເລັມ. * ພຣະເຍຊູສັ່ງສອນຢູ່ຕາມທຳມະສາລາເລື້ອຍໆແລະປິ່ນປົວປະຊາຊົນຢູ່ທີ່ນັ້ນ. * ຄຳວ່າ“ ທຳມະສາລາ” ສາມາດໃຊ້ເປັນເພື່ອອ້າງອີງເຖິງກຸ່ມຄົນລວມຕົວກັນທີ່ປະຊຸມຢູ່ທີ່ນັ້ນ.