lo_tw/bible/kt/synagogue.md

1.5 KiB

ທຳມະສາລາ

ນິຍາມ

ທຳມະສາລາເປັນຕຶກທີ່ພວກຊາວຢິວປະຊຸມກັນເພື່ອນະມັດສະການພະເຈົ້າ.

  • ຕັ້ງແຕ່ສະໄໝບູຮານນະການ, ການນະມັດສະການຂອງຊາວຢິວນັ້ນໄດ້ລວມເອົາເຖິງເວລາຂອງການອະທິຖານ, ການອ່ານພຣະຄຳພີແລະການສອນກ່ຽວກັບພຣະຄຳພີ.
  • ໃນເບື້ອງຕົ້ນຊາວຢິວເລີ່ມກໍ່ສ້າງທຳມະສາລາເປັນສະຖານທີ່ເພື່ອອະທິຖານແລະນະມັດສະການພຣະເຈົ້າໃນເມືອງຂອງພວກເຂົາ, ເພາະວ່າພວກເຂົາສ່ວນຫລາຍອາໄສຢູ່ຫ່າງໄກຈາກພຣະວິຫານໃນເມືອງເຢຣູຊາເລັມ.
  • ພຣະເຍຊູສັ່ງສອນຢູ່ຕາມທຳມະສາລາເລື້ອຍໆແລະປິ່ນປົວປະຊາຊົນຢູ່ທີ່ນັ້ນ.
  • ຄຳວ່າ“ ທຳມະສາລາ” ສາມາດໃຊ້ເປັນເພື່ອອ້າງອີງເຖິງກຸ່ມຄົນລວມຕົວກັນທີ່ປະຊຸມຢູ່ທີ່ນັ້ນ.