lo_tn/gen/03/22.md

4.4 KiB

ມະນຸດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະເຈົ້າໄດ້ກ່າວເຖິງມະນຸດຄົນຫນຶ່ງ, ຫລື ຜູ້ຊາຍ ຫລື 2) ພຣະເຈົ້າໄດ້ກ່າວເຖິງມະນຸດໂດຍທົ່ວໄປ, ສະນັ້ນສິ່ງນີ້ຈະຫມາຍເຖິງຜູ້ຊາຍ ແລະ ເມຍຂອງລາວ. ເຖິງແມ່ນວ່າພຣະເຈົ້າເວົ້າກ່ຽວກັບຄົນຫນຶ່ງ, ສິ່ງທີ່ພຣະອົງໄດ້ເວົ້າແມ່ນຫມາຍເຖິງທັງສອງຄົນ.

ກາຍເປັນຄົນຫນຶ່ງເຫມືອນພວກເຮົາ

"ຄື​ພວກ​ເຮົາ." ພາສາທີ່ວ່າ "ພວກເຮົາ" ແມ່ນຄຳນາມຈຳນວນຫລາຍ. ເບິ່ງວິທີທີ່ທ່ານແປວ່າ "ໃຫ້ພວກເຮົາສ້າງ" ໃນຂໍ້ 1:26.

ຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ

ໃນນີ້ “ດີແລະຊົ່ວ” ນີ້ແມ່ນຮູບແບບຂອງການເວົ້າເຊິ່ງຫມາຍເຖິງ ຄວາມດີເລີດປະເສີດ ແລະ ທຸກຢ່າງທີ່ຢູ່ໃນລະຫວ່າງນັ້ນ. ເບິ່ງວິທີທີ່ທ່ານແປ "ຄວາມຮູ້ກ່ຽວກັບຄວາມດີແລະຄວາມຊົ່ວ" ໃນຂໍ້ 2:9. ອາດຈະແປໄດ້ອີກວ່າ: "ການຮູ້ທຸກສິ່ງທຸກຢ່າງ, ລວມທັງທັງສິ່ງທີ່ດີ ແລະ ຄວາມຊົ່ວ" (ເບິ່ງພີ່ມເຕີມ: rc://*/ta/man/translate/figs-merism)

ເຂົາຈະບໍ່ໄດ້ຮັບອະນຸຍາດ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ອະນຸຍາດລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຕົ້ນໄມ້ແຫ່ງຊີວິດ

"ຕົ້ນໄມ້ທີ່ໃຫ້ຊີວິດແກ່ມະນຸດ." ຂໍ້ນີ້ໄດ້ແປໃນ 2:7.

ພື້ນດິນໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ

"ດິນຍ້ອນວ່າລາວຖືກເອົາມາຈາກດິນ." ນີ້ບໍ່ໄດ້ຫມາຍເຖິງສະຖານທີ່ສະເພາະໃດຫນຶ່ງເທີງແຜ່ນດິນໂລກທີ່ພຣະເຈົ້າເອົາມະນຸດມາຈາກ.

ດັ່ງນັ້ນພຣະຢາເວພຣະເຈົ້າຈຶ່ງຊົງສົ່ງເຂົາອອກໄປຈາກສວນ

"ພຣະເຈົ້າໄດ້ບັງຄັບໃຫ້ມະນຸດອອກຈາກສວນ." ນີ້ຫມາຍເຖິງເຫດການໃນຂໍ້ 3: 22, ທີ່ເວົ້າວ່າ "ພຣະເຈົ້າພຣະຢາເວໄດ້ຂັບໄລ່ລາວອອກຈາກສວນເອເດນ." ພຣະເຈົ້າບໍ່ໄດ້ຂັບໄລ່ມະນຸດອອກໄປເທື່ອທີສອງ.

ເພື່ອຂຸດດິນປູກຝັງ

ນີ້ຫມາຍເຖີງສິ່ງທີ່ຕ້ອງໄດ້ເຮັດ ເພື່ອໃຫ້ພືດເຕີບໃຫຍ່ດີ. ແປຂໍ້ນີ້ຄືກັນໃນຂໍ້ 2:4

ເພື່ອເຝົ້າທາງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ

"ເພື່ອຫ້າມບໍ່ໃຫ້ມະນຸດເຂົ້າໄປເຖິງ ຕົ້ນໄມ້ແຫ່ງຊີວິດໄດ້"

ດາບທີ່ລຸກເປັນແສງໄຟ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ດາບທີ່ມີແປວໄຟມາຈາກມັນ ຫລື 2) ໄຟທີ່ມີຮູບຮ່າງຄ້າຍຄືດາບ. ພາສາທີ່ບໍ່ມີດາບສາມາດໃຊ້ອາວຸດອື່ນເຊັ່ນ: ຫອກ ຫລື ລູກສອນ.