lo_tn/gen/03/22.md

40 lines
4.4 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ມະນຸດ
ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະເຈົ້າໄດ້ກ່າວເຖິງມະນຸດຄົນຫນຶ່ງ, ຫລື ຜູ້ຊາຍ ຫລື 2) ພຣະເຈົ້າໄດ້ກ່າວເຖິງມະນຸດໂດຍທົ່ວໄປ, ສະນັ້ນສິ່ງນີ້ຈະຫມາຍເຖິງຜູ້ຊາຍ ແລະ ເມຍຂອງລາວ. ເຖິງແມ່ນວ່າພຣະເຈົ້າເວົ້າກ່ຽວກັບຄົນຫນຶ່ງ, ສິ່ງທີ່ພຣະອົງໄດ້ເວົ້າແມ່ນຫມາຍເຖິງທັງສອງຄົນ.
# ກາຍເປັນຄົນຫນຶ່ງເຫມືອນພວກເຮົາ
"ຄື​ພວກ​ເຮົາ." ພາສາທີ່ວ່າ "ພວກເຮົາ" ແມ່ນຄຳນາມຈຳນວນຫລາຍ. ເບິ່ງວິທີທີ່ທ່ານແປວ່າ "ໃຫ້ພວກເຮົາສ້າງ" ໃນຂໍ້ 1:26.
# ຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ
ໃນນີ້ “ດີແລະຊົ່ວ” ນີ້ແມ່ນຮູບແບບຂອງການເວົ້າເຊິ່ງຫມາຍເຖິງ ຄວາມດີເລີດປະເສີດ ແລະ ທຸກຢ່າງທີ່ຢູ່ໃນລະຫວ່າງນັ້ນ. ເບິ່ງວິທີທີ່ທ່ານແປ "ຄວາມຮູ້ກ່ຽວກັບຄວາມດີແລະຄວາມຊົ່ວ" ໃນຂໍ້ 2:9. ອາດຈະແປໄດ້ອີກວ່າ: "ການຮູ້ທຸກສິ່ງທຸກຢ່າງ, ລວມທັງທັງສິ່ງທີ່ດີ ແລະ ຄວາມຊົ່ວ" (ເບິ່ງພີ່ມເຕີມ: [[rc://*/ta/man/translate/figs-merism]])
# ເຂົາຈະບໍ່ໄດ້ຮັບອະນຸຍາດ
ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ອະນຸຍາດລາວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])
# ຕົ້ນໄມ້ແຫ່ງຊີວິດ
"ຕົ້ນໄມ້ທີ່ໃຫ້ຊີວິດແກ່ມະນຸດ." ຂໍ້ນີ້ໄດ້ແປໃນ 2:7.
# ພື້ນດິນໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ
"ດິນຍ້ອນວ່າລາວຖືກເອົາມາຈາກດິນ." ນີ້ບໍ່ໄດ້ຫມາຍເຖິງສະຖານທີ່ສະເພາະໃດຫນຶ່ງເທີງແຜ່ນດິນໂລກທີ່ພຣະເຈົ້າເອົາມະນຸດມາຈາກ.
# ດັ່ງນັ້ນພຣະຢາເວພຣະເຈົ້າຈຶ່ງຊົງສົ່ງເຂົາອອກໄປຈາກສວນ
"ພຣະເຈົ້າໄດ້ບັງຄັບໃຫ້ມະນຸດອອກຈາກສວນ." ນີ້ຫມາຍເຖິງເຫດການໃນຂໍ້ 3: 22, ທີ່ເວົ້າວ່າ "ພຣະເຈົ້າພຣະຢາເວໄດ້ຂັບໄລ່ລາວອອກຈາກສວນເອເດນ." ພຣະເຈົ້າບໍ່ໄດ້ຂັບໄລ່ມະນຸດອອກໄປເທື່ອທີສອງ.
# ເພື່ອຂຸດດິນປູກຝັງ
ນີ້ຫມາຍເຖີງສິ່ງທີ່ຕ້ອງໄດ້ເຮັດ ເພື່ອໃຫ້ພືດເຕີບໃຫຍ່ດີ. ແປຂໍ້ນີ້ຄືກັນໃນຂໍ້ 2:4
# ເພື່ອເຝົ້າທາງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ
"ເພື່ອຫ້າມບໍ່ໃຫ້ມະນຸດເຂົ້າໄປເຖິງ ຕົ້ນໄມ້ແຫ່ງຊີວິດໄດ້"
# ດາບທີ່ລຸກເປັນແສງໄຟ
ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ດາບທີ່ມີແປວໄຟມາຈາກມັນ ຫລື 2) ໄຟທີ່ມີຮູບຮ່າງຄ້າຍຄືດາບ. ພາສາທີ່ບໍ່ມີດາບສາມາດໃຊ້ອາວຸດອື່ນເຊັ່ນ: ຫອກ ຫລື ລູກສອນ.