# ມະນຸດ ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະເຈົ້າໄດ້ກ່າວເຖິງມະນຸດຄົນຫນຶ່ງ, ຫລື ຜູ້ຊາຍ ຫລື 2) ພຣະເຈົ້າໄດ້ກ່າວເຖິງມະນຸດໂດຍທົ່ວໄປ, ສະນັ້ນສິ່ງນີ້ຈະຫມາຍເຖິງຜູ້ຊາຍ ແລະ ເມຍຂອງລາວ. ເຖິງແມ່ນວ່າພຣະເຈົ້າເວົ້າກ່ຽວກັບຄົນຫນຶ່ງ, ສິ່ງທີ່ພຣະອົງໄດ້ເວົ້າແມ່ນຫມາຍເຖິງທັງສອງຄົນ. # ກາຍເປັນຄົນຫນຶ່ງເຫມືອນພວກເຮົາ "ຄື​ພວກ​ເຮົາ." ພາສາທີ່ວ່າ "ພວກເຮົາ" ແມ່ນຄຳນາມຈຳນວນຫລາຍ. ເບິ່ງວິທີທີ່ທ່ານແປວ່າ "ໃຫ້ພວກເຮົາສ້າງ" ໃນຂໍ້ 1:26. # ຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ ໃນນີ້ “ດີແລະຊົ່ວ” ນີ້ແມ່ນຮູບແບບຂອງການເວົ້າເຊິ່ງຫມາຍເຖິງ ຄວາມດີເລີດປະເສີດ ແລະ ທຸກຢ່າງທີ່ຢູ່ໃນລະຫວ່າງນັ້ນ. ເບິ່ງວິທີທີ່ທ່ານແປ "ຄວາມຮູ້ກ່ຽວກັບຄວາມດີແລະຄວາມຊົ່ວ" ໃນຂໍ້ 2:9. ອາດຈະແປໄດ້ອີກວ່າ: "ການຮູ້ທຸກສິ່ງທຸກຢ່າງ, ລວມທັງທັງສິ່ງທີ່ດີ ແລະ ຄວາມຊົ່ວ" (ເບິ່ງພີ່ມເຕີມ: [[rc://*/ta/man/translate/figs-merism]]) # ເຂົາຈະບໍ່ໄດ້ຮັບອະນຸຍາດ ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ອະນຸຍາດລາວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]]) # ຕົ້ນໄມ້ແຫ່ງຊີວິດ "ຕົ້ນໄມ້ທີ່ໃຫ້ຊີວິດແກ່ມະນຸດ." ຂໍ້ນີ້ໄດ້ແປໃນ 2:7. # ພື້ນດິນໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ "ດິນຍ້ອນວ່າລາວຖືກເອົາມາຈາກດິນ." ນີ້ບໍ່ໄດ້ຫມາຍເຖິງສະຖານທີ່ສະເພາະໃດຫນຶ່ງເທີງແຜ່ນດິນໂລກທີ່ພຣະເຈົ້າເອົາມະນຸດມາຈາກ. # ດັ່ງນັ້ນພຣະຢາເວພຣະເຈົ້າຈຶ່ງຊົງສົ່ງເຂົາອອກໄປຈາກສວນ "ພຣະເຈົ້າໄດ້ບັງຄັບໃຫ້ມະນຸດອອກຈາກສວນ." ນີ້ຫມາຍເຖິງເຫດການໃນຂໍ້ 3: 22, ທີ່ເວົ້າວ່າ "ພຣະເຈົ້າພຣະຢາເວໄດ້ຂັບໄລ່ລາວອອກຈາກສວນເອເດນ." ພຣະເຈົ້າບໍ່ໄດ້ຂັບໄລ່ມະນຸດອອກໄປເທື່ອທີສອງ. # ເພື່ອຂຸດດິນປູກຝັງ ນີ້ຫມາຍເຖີງສິ່ງທີ່ຕ້ອງໄດ້ເຮັດ ເພື່ອໃຫ້ພືດເຕີບໃຫຍ່ດີ. ແປຂໍ້ນີ້ຄືກັນໃນຂໍ້ 2:4 # ເພື່ອເຝົ້າທາງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ "ເພື່ອຫ້າມບໍ່ໃຫ້ມະນຸດເຂົ້າໄປເຖິງ ຕົ້ນໄມ້ແຫ່ງຊີວິດໄດ້" # ດາບທີ່ລຸກເປັນແສງໄຟ ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ດາບທີ່ມີແປວໄຟມາຈາກມັນ ຫລື 2) ໄຟທີ່ມີຮູບຮ່າງຄ້າຍຄືດາບ. ພາສາທີ່ບໍ່ມີດາບສາມາດໃຊ້ອາວຸດອື່ນເຊັ່ນ: ຫອກ ຫລື ລູກສອນ.