lo_tn/gal/06/11.md

3.3 KiB

ຂໍ້ມູນເຊື່ອມຕໍ່:

ເມື່ອໂປໂລຈົບຈົດຫມາຍຂອງທ່ານ, ທ່ານໄດ້ເຕືອນອີກຢ່າງຫນຶ່ງວ່າກົດບັນຍັດບໍ່ໄດ້ຊ່ວຍໃຫ້ລອດດັ່ງນັ້ນພວກເຂົາຄວນຄິດເຖິງໄມ້ກາງແຂນຂອງພຣະຄຣິດ.

ຕົວຫນັງສືໂຕໃຫຍ່

ຄຳນີ້ອາດຫມາຍຄວາມວ່າໂປໂລຕ້ອງການທີ່ຈະເນັ້ນ 1) ຂໍ້ຄວາມທີ່ເວົ້າຕໍ່ຈາກນັ້ນ ຫລື 2) ວ່າຈົດຫມາຍນີ້ມາຈາກທ່ານເອງ.

ດ້ວຍມືຂອງຕົນເອງ

ຄວາມຫມາຍທີ່ເປັນໄປໄດ້ຄື 1) ໂປໂລອາດມີຜູ້ຊ່ວຍທີ່ຂຽນຈົດຫມາຍສ່ວນໃຫຍ່ໃຫ້ຕາມຄຳບອກຂອງທ່ານ, ແຕ່ໂປໂລເອງໄດ້ຂຽນໃນຕອນທ້າຍໆຂອງຈົດຫມາຍ ຫລື 2) ໂປໂລໄດ້ຂຽນຈົດຫມາຍນັ້ນເອງທັງສະບັບ.

ປາດຖະຫນາໄດ້ຫນ້າ

"ເຮັດໃຫ້ຄົນອື່ນຄິດດີໆກ່ຽວກັບພວກເຂົາ" ຫລື "ເຮັດໃຫ້ຄົນອື່ນຄິດວ່າເຂົາເປັນຄົນດີ"

ຕາມເນື້ອຫນັງ

"ດ້ວຍຫລັກຖານທີ່ເບິ່ງເຫັນໄດ້" ຫລື "ດ້ວຍຄວາມພະຍາຍາມຂອງຕົນເອງ"

ບັງຄັບ

"ບັງຄັບ" ຫລື "ມີອິດທິພົນຕໍ່"

ຈະໄດ້ບໍ່ຖືກຂົ່ມເຫັງເພາະເລື້ອງໄມ້ກາງແຂນຂອງພຣະຄຣິດ

"ເພາະພວກຢິວຈະບໍ່ມາຂົ່ມເຫັງພວກເຂົາໃນການອ້າງວ່າໄມ້ກາງແຂນຂອງພຣະຄຣິດເທົ່ານັ້ນທີ່ຊ່ວຍຜູ້ຄົນໃຫ້ລອດໄດ້"

ກາງແຂນ

ໄມ້ກາງແຂນໃນຂໍ້ນີ້ປຽບເຖິງສິ່ງທີ່ພຣະຄຣິດໄດ້ກະທຳເພື່ອຊ່ວຍເຮົາໂດການຕາຍເທິງໄມ້ກາງແຂນ. ແປໄດ້ອີກວ່າ: "ວຽກງານທີ່ພຣະເຢຊູໄດ້ເຮັດໄວ້ເທິງໄມ້ກາງແຂນ" ຫລື "ຄວາມຕາຍແລະການຟື້ນຄືນຈາກຕາຍຂອງພຣະເຢຊູ" (ເບິ່ງ: rc://*/ta/man/translate/figs-metonymy)

ເຂົາຢາກໃຫ້

"ຄົນທີ່ມາຊວນໃຫ້ເຈົ້າເຂົ້າພິທີຕັດ"

ເພື່ອພວກເຂົາຈະໄດ້ເອົາເນື້ອຫນັງຂອງທ່ານໄປອວດ

"ເພື່ອພວກເຂົາຈະໄດ້ພູມໃຈວ່າພວກເຂົາໄດ້ເພີ້ມພວກທ່ານເຂົ້າໄປໃນຝ່າຍຂອງຄົນທີ່ຮັກສາກົດບັນຍັດ