# ຂໍ້ມູນເຊື່ອມຕໍ່: ເມື່ອໂປໂລຈົບຈົດຫມາຍຂອງທ່ານ, ທ່ານໄດ້ເຕືອນອີກຢ່າງຫນຶ່ງວ່າກົດບັນຍັດບໍ່ໄດ້ຊ່ວຍໃຫ້ລອດດັ່ງນັ້ນພວກເຂົາຄວນຄິດເຖິງໄມ້ກາງແຂນຂອງພຣະຄຣິດ. # ຕົວຫນັງສືໂຕໃຫຍ່ ຄຳນີ້ອາດຫມາຍຄວາມວ່າໂປໂລຕ້ອງການທີ່ຈະເນັ້ນ 1) ຂໍ້ຄວາມທີ່ເວົ້າຕໍ່ຈາກນັ້ນ ຫລື 2) ວ່າຈົດຫມາຍນີ້ມາຈາກທ່ານເອງ. # ດ້ວຍມືຂອງຕົນເອງ ຄວາມຫມາຍທີ່ເປັນໄປໄດ້ຄື 1) ໂປໂລອາດມີຜູ້ຊ່ວຍທີ່ຂຽນຈົດຫມາຍສ່ວນໃຫຍ່ໃຫ້ຕາມຄຳບອກຂອງທ່ານ, ແຕ່ໂປໂລເອງໄດ້ຂຽນໃນຕອນທ້າຍໆຂອງຈົດຫມາຍ ຫລື 2) ໂປໂລໄດ້ຂຽນຈົດຫມາຍນັ້ນເອງທັງສະບັບ. # ປາດຖະຫນາໄດ້ຫນ້າ "ເຮັດໃຫ້ຄົນອື່ນຄິດດີໆກ່ຽວກັບພວກເຂົາ" ຫລື "ເຮັດໃຫ້ຄົນອື່ນຄິດວ່າເຂົາເປັນຄົນດີ" # ຕາມເນື້ອຫນັງ "ດ້ວຍຫລັກຖານທີ່ເບິ່ງເຫັນໄດ້" ຫລື "ດ້ວຍຄວາມພະຍາຍາມຂອງຕົນເອງ" # ບັງຄັບ "ບັງຄັບ" ຫລື "ມີອິດທິພົນຕໍ່" # ຈະໄດ້ບໍ່ຖືກຂົ່ມເຫັງເພາະເລື້ອງໄມ້ກາງແຂນຂອງພຣະຄຣິດ "ເພາະພວກຢິວຈະບໍ່ມາຂົ່ມເຫັງພວກເຂົາໃນການອ້າງວ່າໄມ້ກາງແຂນຂອງພຣະຄຣິດເທົ່ານັ້ນທີ່ຊ່ວຍຜູ້ຄົນໃຫ້ລອດໄດ້" # ກາງແຂນ ໄມ້ກາງແຂນໃນຂໍ້ນີ້ປຽບເຖິງສິ່ງທີ່ພຣະຄຣິດໄດ້ກະທຳເພື່ອຊ່ວຍເຮົາໂດການຕາຍເທິງໄມ້ກາງແຂນ. ແປໄດ້ອີກວ່າ: "ວຽກງານທີ່ພຣະເຢຊູໄດ້ເຮັດໄວ້ເທິງໄມ້ກາງແຂນ" ຫລື "ຄວາມຕາຍແລະການຟື້ນຄືນຈາກຕາຍຂອງພຣະເຢຊູ" (ເບິ່ງ: [[rc://*/ta/man/translate/figs-metonymy]]) # ເຂົາຢາກໃຫ້ "ຄົນທີ່ມາຊວນໃຫ້ເຈົ້າເຂົ້າພິທີຕັດ" # ເພື່ອພວກເຂົາຈະໄດ້ເອົາເນື້ອຫນັງຂອງທ່ານໄປອວດ "ເພື່ອພວກເຂົາຈະໄດ້ພູມໃຈວ່າພວກເຂົາໄດ້ເພີ້ມພວກທ່ານເຂົ້າໄປໃນຝ່າຍຂອງຄົນທີ່ຮັກສາກົດບັນຍັດ