lo_tn/gal/06/01.md

3.3 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລສອນບັນດາຜູ້ເຊື່ອເຖິງການທີ່ພວກເຂົາຄວນດູແລຜູ້ເຊື່ອຄົນອື່ນ ແລະ ການທີ່ພຣະເຈົ້າຈະປະທານບຳເຫນັດລາງວັນ.

ພີ່ນ້ອງທັງຫລາຍ

ໃຫ້ໃຊ້ຄຳແປແບບນີ້ໃນບົດທີ 1:1

ຖ້າພວກເຮົາ

"ຖ້າບາງຄົນ" ຫລື "ຖ້າໃຜກໍ່ຕາມໃນພວກເຈົ້າ

ຫລົງເຮັດຜິດປະການໃດປະການຫນຶ່ງ

ຄວາມຫມາຍທີ່ເປັນໄປໄດ້ຄື 1) ບາງຄົນພົບວ່າຄົນນັ້ນກຳລັງທຳການນັ້ນຢູ່, ຖືກພົບວ່າເຮັດບາບ" ຫລື 2) ຄົນນັ້ນໄດ້ເຮັດບາບໂດຍຕັັ້ງໃຈທີ່ຈະເຮັດຊົ່ວ, "ຍອມຕົວແລະຮັດບາບ."

ພວກເຈົ້າທີ່ຢູ່ຝ່າຍເປັນພຣະວິນຍານ

"ພວກທ່ານທີ່ມີພຣະວິຍານຊົງນຳ" ຫລື "ພວກທ່ານທີ່ດຳເນີນຊີວິດຕາມການຊົງນຳຂອງພຣະວິນຍານ"

ຊ່ວຍຜູ້ນັ້ນໃຫ້ກັບຕົວໃຫມ່

"ປັບປຸງແກ້ໄຂຄົນທີ່ທຳບາບ" ຫລື "ຫນູນໃຈຄົນທີ່ເຮັດບາບໃຫ້ຫັນກັບແລະແກ້ໄຂຄວາມສຳພັນກັບພຣະເຈົ້າ"

ດ້ວຍວິນຍານແຫ່ງຄວາມສຸພາບ

ຄວາມຫມາຍທີ່ເປັນໄປໄດ້ຄື 1) ຄືການທີ່ພຣະວິນຍານຊົງນຳຄົນທີ່ໄປຕັກເຕືອນ ຫລື 2) "ດ້ວຍທ່າທີທີ່ສຸພາບ" ຫລື "ດ້ວຍທ່າທີທີ່ອ່ອນໂຍນ."

ຈົ່ງລະວັງຕົວເອງດ້ວຍ

ຂໍ້ຄວາມເຫລົ່ານີ້ເວົ້າກັບຊາວຄາລາເຕຍເຫມືອນກັບວ່າພວກເຂົາທັງຫມົດເປັນພຽງຄົນດຽວເພື່ອເນັ້ນວ່າທ່ານກຳລັງເວົ້າກັບພວກເຂົາແຕ່ລະຄົນ. ແປໄດ້ອີກວ່າ: "ໃຫ້ເປັນຫ່ວງຕົວເອງດ້ວຍ" ຫລື "ຂ້າພະເຈົ້າຂໍບອກທຸກຄົນວ່າ, 'ໃຫ້ລະວັງຕົວເອງດ້ວຍ''' (ເບິ່ງ: rc://*/ta/man/translate/figs-you)

ເພື່ອທ່ານຈະບໍ່ຖືກລອກລວງໃຫ້ຫລົງ

ສາມາດຈັດໃຫ້ເປັນປະໂຫຍກໃຫມ່ໂດຍໃຫ້ປະທານໃນປະໂຫຍກເປັນຜູ້ກະທຳກໍ່ໄດ້. ແປໄດ້ອີກວ່າ: "ເພື່ອບໍ່ໃຫ້ມີສິ່ງໃດທີ່ມາລໍ້ລວງທ່ານໃຫ້ເຮັດບາບໄດ້" (ເບິ່ງ: rc://*/ta/man/translate/figs-activepassive)