# ຂໍ້ມູນເຊື່ອມຕໍ່: ໂປໂລສອນບັນດາຜູ້ເຊື່ອເຖິງການທີ່ພວກເຂົາຄວນດູແລຜູ້ເຊື່ອຄົນອື່ນ ແລະ ການທີ່ພຣະເຈົ້າຈະປະທານບຳເຫນັດລາງວັນ. # ພີ່ນ້ອງທັງຫລາຍ ໃຫ້ໃຊ້ຄຳແປແບບນີ້ໃນບົດທີ 1:1 # ຖ້າພວກເຮົາ "ຖ້າບາງຄົນ" ຫລື "ຖ້າໃຜກໍ່ຕາມໃນພວກເຈົ້າ # ຫລົງເຮັດຜິດປະການໃດປະການຫນຶ່ງ ຄວາມຫມາຍທີ່ເປັນໄປໄດ້ຄື 1) ບາງຄົນພົບວ່າຄົນນັ້ນກຳລັງທຳການນັ້ນຢູ່, ຖືກພົບວ່າເຮັດບາບ" ຫລື 2) ຄົນນັ້ນໄດ້ເຮັດບາບໂດຍຕັັ້ງໃຈທີ່ຈະເຮັດຊົ່ວ, "ຍອມຕົວແລະຮັດບາບ." # ພວກເຈົ້າທີ່ຢູ່ຝ່າຍເປັນພຣະວິນຍານ "ພວກທ່ານທີ່ມີພຣະວິຍານຊົງນຳ" ຫລື "ພວກທ່ານທີ່ດຳເນີນຊີວິດຕາມການຊົງນຳຂອງພຣະວິນຍານ" # ຊ່ວຍຜູ້ນັ້ນໃຫ້ກັບຕົວໃຫມ່ "ປັບປຸງແກ້ໄຂຄົນທີ່ທຳບາບ" ຫລື "ຫນູນໃຈຄົນທີ່ເຮັດບາບໃຫ້ຫັນກັບແລະແກ້ໄຂຄວາມສຳພັນກັບພຣະເຈົ້າ" # ດ້ວຍວິນຍານແຫ່ງຄວາມສຸພາບ ຄວາມຫມາຍທີ່ເປັນໄປໄດ້ຄື 1) ຄືການທີ່ພຣະວິນຍານຊົງນຳຄົນທີ່ໄປຕັກເຕືອນ ຫລື 2) "ດ້ວຍທ່າທີທີ່ສຸພາບ" ຫລື "ດ້ວຍທ່າທີທີ່ອ່ອນໂຍນ." # ຈົ່ງລະວັງຕົວເອງດ້ວຍ ຂໍ້ຄວາມເຫລົ່ານີ້ເວົ້າກັບຊາວຄາລາເຕຍເຫມືອນກັບວ່າພວກເຂົາທັງຫມົດເປັນພຽງຄົນດຽວເພື່ອເນັ້ນວ່າທ່ານກຳລັງເວົ້າກັບພວກເຂົາແຕ່ລະຄົນ. ແປໄດ້ອີກວ່າ: "ໃຫ້ເປັນຫ່ວງຕົວເອງດ້ວຍ" ຫລື "ຂ້າພະເຈົ້າຂໍບອກທຸກຄົນວ່າ, 'ໃຫ້ລະວັງຕົວເອງດ້ວຍ''' (ເບິ່ງ: [[rc://*/ta/man/translate/figs-you]]) # ເພື່ອທ່ານຈະບໍ່ຖືກລອກລວງໃຫ້ຫລົງ ສາມາດຈັດໃຫ້ເປັນປະໂຫຍກໃຫມ່ໂດຍໃຫ້ປະທານໃນປະໂຫຍກເປັນຜູ້ກະທຳກໍ່ໄດ້. ແປໄດ້ອີກວ່າ: "ເພື່ອບໍ່ໃຫ້ມີສິ່ງໃດທີ່ມາລໍ້ລວງທ່ານໃຫ້ເຮັດບາບໄດ້" (ເບິ່ງ: [[rc://*/ta/man/translate/figs-activepassive]])