lo_tn/php/02/14.md

4.5 KiB

ເພື່ອວ່າທ່ານຈະເປັນຜູ້ທີ່ບໍ່ຖືກຕິຕຽນ

ໂປໂລສະແດງອອກຄວາມຄິດດຽວກັນໂດຍໃຊ້ຄຳບວກແລະຄຳລົບ. ແປອີກຢ່າງວ່າ: '' ໄຮ້ດຽງສາຢ່າງສົມບູນແບບ" (ເບິ່ງ: rc://*/ta/man/translate/figs-doublet)

ລູກຂອງພຣະເຈົ້າຜູ້ບໍ່ມີຄວາມຜິດ

''ລູກຂອງພຣະເຈົ້າທີ່ປາດສະຈາກຂໍ້ຕຳນິຕິຕຽນ'' ຫລື ''ລູກທີ່ສົມບູນແບບຂອງພຣະເຈົ້າ''

ສ່ອງແສງດັ່ງຄວາມສະຫວ່າງຢູ່ໃນໂລກ

ໃນທີ່ນີ້ໂປໂລກ່າວເຖິງຜູ້ເຊື່ອທັງຫລາຍເຫມືອນກັບພວກເຂົາເປັນແສງສະຫວ່າງສ່ອງໄປຍັງຄວາມມືດ ຊ່ວຍໃຫ້ຜູ້ອື່ນໄດ້ພົບຫົນທາງທີ່ຈະຖວາຍພຣະກຽຕແດ່ພຣະເຈົ້າ. ແປອີກຢ່າງວ່າ : ''ຢູ່ໃນທາງທີ່ຖວາຍກຽຕແດ່ພຣະເຈົ້າ" (ເບິ່ງ: rc://*/ta/man/translate/figs-metaphor)

ໃນໂລກ

ໃນທີ່ນີ້ຄຳວ່າ ''ໂລກ'' ອ້າງເຖິງຄ່ານິຍົມແລະພຶດຕິກຳຕ່າງໆທີ່ບໍ່ໄດ້ຖວາຍພຣະກຽຕແດ່ພຣະເຈົ້າ (ເບິ່ງ: rc://*/ta/man/translate/figs-metaphor)

ດວ້ຍການສໍ້ໂກງແລະຊົ່ວຮ້າຍ

ທັງສອງຄຳນີ້ມີຄວາມຫມາຍເຫມືອນກັນ ໂປໂລໃຊ້ທັງສອງຄຳນີ້ເພື່ອເນັ້ນຢໍ້າວ່າຊົນໃນຍຸກນີ້ຊົ່ວຮ້າຍພຽງໃດ. ແປອີກຢ່າງວ່າ: ''ຊົ່ວຮ້າຍສົມບູນແບບ" (ເບິ່ງ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-metaphor]])

ຈົ່ງຢືດຫມັ້ນໃນຖອ້ຍຄຳແຫ່ງຊີວິດ

ທີ່ນີ້ໂປໂລເວົ້າເຖິງພຣະຄັມຂອງພຣະເຈົ້າເປັນເຫມືອນສິ່ງຂອງບາງຢ່າງທີ່ສາມາດຈັບຕ້ອງໄດ້ທາງກາຍະພາບ. (ເບິ່ງ: rc://*/ta/man/translate/figs-metaphor)

ສັນຣະເສີນ

''ຊົມຊື່ນຍິນດີ'' ຫລື ''ໄດ້ດີໃຈ''

ໃນວັນຂອງພຣະຄຣິດ

ນີ້ອ້າງເຖິງເມື່ອພຣະຄຣິດສະເດັດກັບມາເພື່ອສະຖາປະນາອານາຈັກຂອງພຣະອົງແລະຊົງປົກຄອງເຫນືອແຜ່ນດິນໂລກ. ແປອີກຢ່າງວ່າ: ''ເມື່ອພຣະຄຣິດສະເດັດກັບມາ''

ເມື່ອນັ້ນຂ້າພະເຈົ້າຈະຮູ້ວ່າ ຂ້າພະເຈົ້າບໍ່ໄດ້ບາກບັ່ນ ແລະ ເຮັດງານຫນັກຢ່າງໄຮ້ປະໂຫຍດ.

ວະລີ ''ແລ່ນຢ່າງໄຮ້ປະໂຫຍດ'' ແລະ ''ເຮັດວຽກຫນັກໄຮ້ປະໂຫຍດ'' ໃນທີ່ນີ້ມີຄວາມຫມາຍຢ່າງດຽວກັນ. ໂປໂລໃຊ້ເພື່ອເນັ້ນຢໍ້າວ່າທ່ານເຮັດວຽກຫນັກພຽງໃດເພື່ອຊ່ວຍປະຊາຊົນໃຫ້ເຊື່ອໃນພຣະຄຣິດ. ແປອີກຢ່າງວ່າ: ''ຂ້າພຣະເຈົ້າໄດ້ເຮັດວຽກຢ່າງຫນັກ ໂດຍໄຮ້ປະໂຫຍດ" (ເບິ່ງ: rc://*/ta/man/translate/figs-parallelism)

ແລ່ນແຂ່ງ

ພຣະຄັມພີກ່າວເຖິງຫລາຍໆເທື່ອ ວ່າການຍ່າງມີຄວາມຫມາຍຄືການດຳເນີນຊີວິດຂອງບຸກຄົນ. ການແລ່ນເປັນການມີຊີວິດແບບເຂັ້ມຂົ້ນ. (ເບິ່ງ: rc://*/ta/man/translate/figs-metaphor)