40 lines
4.5 KiB
Markdown
40 lines
4.5 KiB
Markdown
|
# ເພື່ອວ່າທ່ານຈະເປັນຜູ້ທີ່ບໍ່ຖືກຕິຕຽນ
|
||
|
|
||
|
ໂປໂລສະແດງອອກຄວາມຄິດດຽວກັນໂດຍໃຊ້ຄຳບວກແລະຄຳລົບ. ແປອີກຢ່າງວ່າ: '' ໄຮ້ດຽງສາຢ່າງສົມບູນແບບ" (ເບິ່ງ: [[rc://*/ta/man/translate/figs-doublet]])
|
||
|
|
||
|
# ລູກຂອງພຣະເຈົ້າຜູ້ບໍ່ມີຄວາມຜິດ
|
||
|
|
||
|
''ລູກຂອງພຣະເຈົ້າທີ່ປາດສະຈາກຂໍ້ຕຳນິຕິຕຽນ'' ຫລື ''ລູກທີ່ສົມບູນແບບຂອງພຣະເຈົ້າ''
|
||
|
|
||
|
# ສ່ອງແສງດັ່ງຄວາມສະຫວ່າງຢູ່ໃນໂລກ
|
||
|
|
||
|
ໃນທີ່ນີ້ໂປໂລກ່າວເຖິງຜູ້ເຊື່ອທັງຫລາຍເຫມືອນກັບພວກເຂົາເປັນແສງສະຫວ່າງສ່ອງໄປຍັງຄວາມມືດ ຊ່ວຍໃຫ້ຜູ້ອື່ນໄດ້ພົບຫົນທາງທີ່ຈະຖວາຍພຣະກຽຕແດ່ພຣະເຈົ້າ. ແປອີກຢ່າງວ່າ : ''ຢູ່ໃນທາງທີ່ຖວາຍກຽຕແດ່ພຣະເຈົ້າ" (ເບິ່ງ: [[rc://*/ta/man/translate/figs-metaphor]])
|
||
|
|
||
|
# ໃນໂລກ
|
||
|
|
||
|
ໃນທີ່ນີ້ຄຳວ່າ ''ໂລກ'' ອ້າງເຖິງຄ່ານິຍົມແລະພຶດຕິກຳຕ່າງໆທີ່ບໍ່ໄດ້ຖວາຍພຣະກຽຕແດ່ພຣະເຈົ້າ (ເບິ່ງ: [[rc://*/ta/man/translate/figs-metaphor]])
|
||
|
|
||
|
# ດວ້ຍການສໍ້ໂກງແລະຊົ່ວຮ້າຍ
|
||
|
|
||
|
ທັງສອງຄຳນີ້ມີຄວາມຫມາຍເຫມືອນກັນ ໂປໂລໃຊ້ທັງສອງຄຳນີ້ເພື່ອເນັ້ນຢໍ້າວ່າຊົນໃນຍຸກນີ້ຊົ່ວຮ້າຍພຽງໃດ. ແປອີກຢ່າງວ່າ: ''ຊົ່ວຮ້າຍສົມບູນແບບ" (ເບິ່ງ: [[rc://*/ta/man/translate/figs-doublet]] ແລະ [[rc://*/ta/man/translate/figs-metaphor]])
|
||
|
|
||
|
# ຈົ່ງຢືດຫມັ້ນໃນຖອ້ຍຄຳແຫ່ງຊີວິດ
|
||
|
|
||
|
ທີ່ນີ້ໂປໂລເວົ້າເຖິງພຣະຄັມຂອງພຣະເຈົ້າເປັນເຫມືອນສິ່ງຂອງບາງຢ່າງທີ່ສາມາດຈັບຕ້ອງໄດ້ທາງກາຍະພາບ. (ເບິ່ງ: [[rc://*/ta/man/translate/figs-metaphor]])
|
||
|
|
||
|
# ສັນຣະເສີນ
|
||
|
|
||
|
''ຊົມຊື່ນຍິນດີ'' ຫລື ''ໄດ້ດີໃຈ''
|
||
|
|
||
|
# ໃນວັນຂອງພຣະຄຣິດ
|
||
|
|
||
|
ນີ້ອ້າງເຖິງເມື່ອພຣະຄຣິດສະເດັດກັບມາເພື່ອສະຖາປະນາອານາຈັກຂອງພຣະອົງແລະຊົງປົກຄອງເຫນືອແຜ່ນດິນໂລກ. ແປອີກຢ່າງວ່າ: ''ເມື່ອພຣະຄຣິດສະເດັດກັບມາ''
|
||
|
|
||
|
# ເມື່ອນັ້ນຂ້າພະເຈົ້າຈະຮູ້ວ່າ ຂ້າພະເຈົ້າບໍ່ໄດ້ບາກບັ່ນ ແລະ ເຮັດງານຫນັກຢ່າງໄຮ້ປະໂຫຍດ.
|
||
|
|
||
|
ວະລີ ''ແລ່ນຢ່າງໄຮ້ປະໂຫຍດ'' ແລະ ''ເຮັດວຽກຫນັກໄຮ້ປະໂຫຍດ'' ໃນທີ່ນີ້ມີຄວາມຫມາຍຢ່າງດຽວກັນ. ໂປໂລໃຊ້ເພື່ອເນັ້ນຢໍ້າວ່າທ່ານເຮັດວຽກຫນັກພຽງໃດເພື່ອຊ່ວຍປະຊາຊົນໃຫ້ເຊື່ອໃນພຣະຄຣິດ. ແປອີກຢ່າງວ່າ: ''ຂ້າພຣະເຈົ້າໄດ້ເຮັດວຽກຢ່າງຫນັກ ໂດຍໄຮ້ປະໂຫຍດ" (ເບິ່ງ: [[rc://*/ta/man/translate/figs-parallelism]])
|
||
|
|
||
|
# ແລ່ນແຂ່ງ
|
||
|
|
||
|
ພຣະຄັມພີກ່າວເຖິງຫລາຍໆເທື່ອ ວ່າການຍ່າງມີຄວາມຫມາຍຄືການດຳເນີນຊີວິດຂອງບຸກຄົນ. ການແລ່ນເປັນການມີຊີວິດແບບເຂັ້ມຂົ້ນ. (ເບິ່ງ: [[rc://*/ta/man/translate/figs-metaphor]])
|