# ເພື່ອວ່າທ່ານຈະເປັນຜູ້ທີ່ບໍ່ຖືກຕິຕຽນ ໂປໂລສະແດງອອກຄວາມຄິດດຽວກັນໂດຍໃຊ້ຄຳບວກແລະຄຳລົບ. ແປອີກຢ່າງວ່າ: '' ໄຮ້ດຽງສາຢ່າງສົມບູນແບບ" (ເບິ່ງ: [[rc://*/ta/man/translate/figs-doublet]]) # ລູກຂອງພຣະເຈົ້າຜູ້ບໍ່ມີຄວາມຜິດ ''ລູກຂອງພຣະເຈົ້າທີ່ປາດສະຈາກຂໍ້ຕຳນິຕິຕຽນ'' ຫລື ''ລູກທີ່ສົມບູນແບບຂອງພຣະເຈົ້າ'' # ສ່ອງແສງດັ່ງຄວາມສະຫວ່າງຢູ່ໃນໂລກ ໃນທີ່ນີ້ໂປໂລກ່າວເຖິງຜູ້ເຊື່ອທັງຫລາຍເຫມືອນກັບພວກເຂົາເປັນແສງສະຫວ່າງສ່ອງໄປຍັງຄວາມມືດ ຊ່ວຍໃຫ້ຜູ້ອື່ນໄດ້ພົບຫົນທາງທີ່ຈະຖວາຍພຣະກຽຕແດ່ພຣະເຈົ້າ. ແປອີກຢ່າງວ່າ : ''ຢູ່ໃນທາງທີ່ຖວາຍກຽຕແດ່ພຣະເຈົ້າ" (ເບິ່ງ: [[rc://*/ta/man/translate/figs-metaphor]]) # ໃນໂລກ ໃນທີ່ນີ້ຄຳວ່າ ''ໂລກ'' ອ້າງເຖິງຄ່ານິຍົມແລະພຶດຕິກຳຕ່າງໆທີ່ບໍ່ໄດ້ຖວາຍພຣະກຽຕແດ່ພຣະເຈົ້າ (ເບິ່ງ: [[rc://*/ta/man/translate/figs-metaphor]]) # ດວ້ຍການສໍ້ໂກງແລະຊົ່ວຮ້າຍ ທັງສອງຄຳນີ້ມີຄວາມຫມາຍເຫມືອນກັນ ໂປໂລໃຊ້ທັງສອງຄຳນີ້ເພື່ອເນັ້ນຢໍ້າວ່າຊົນໃນຍຸກນີ້ຊົ່ວຮ້າຍພຽງໃດ. ແປອີກຢ່າງວ່າ: ''ຊົ່ວຮ້າຍສົມບູນແບບ" (ເບິ່ງ: [[rc://*/ta/man/translate/figs-doublet]] ແລະ [[rc://*/ta/man/translate/figs-metaphor]]) # ຈົ່ງຢືດຫມັ້ນໃນຖອ້ຍຄຳແຫ່ງຊີວິດ ທີ່ນີ້ໂປໂລເວົ້າເຖິງພຣະຄັມຂອງພຣະເຈົ້າເປັນເຫມືອນສິ່ງຂອງບາງຢ່າງທີ່ສາມາດຈັບຕ້ອງໄດ້ທາງກາຍະພາບ. (ເບິ່ງ: [[rc://*/ta/man/translate/figs-metaphor]]) # ສັນຣະເສີນ ''ຊົມຊື່ນຍິນດີ'' ຫລື ''ໄດ້ດີໃຈ'' # ໃນວັນຂອງພຣະຄຣິດ ນີ້ອ້າງເຖິງເມື່ອພຣະຄຣິດສະເດັດກັບມາເພື່ອສະຖາປະນາອານາຈັກຂອງພຣະອົງແລະຊົງປົກຄອງເຫນືອແຜ່ນດິນໂລກ. ແປອີກຢ່າງວ່າ: ''ເມື່ອພຣະຄຣິດສະເດັດກັບມາ'' # ເມື່ອນັ້ນຂ້າພະເຈົ້າຈະຮູ້ວ່າ ຂ້າພະເຈົ້າບໍ່ໄດ້ບາກບັ່ນ ແລະ ເຮັດງານຫນັກຢ່າງໄຮ້ປະໂຫຍດ. ວະລີ ''ແລ່ນຢ່າງໄຮ້ປະໂຫຍດ'' ແລະ ''ເຮັດວຽກຫນັກໄຮ້ປະໂຫຍດ'' ໃນທີ່ນີ້ມີຄວາມຫມາຍຢ່າງດຽວກັນ. ໂປໂລໃຊ້ເພື່ອເນັ້ນຢໍ້າວ່າທ່ານເຮັດວຽກຫນັກພຽງໃດເພື່ອຊ່ວຍປະຊາຊົນໃຫ້ເຊື່ອໃນພຣະຄຣິດ. ແປອີກຢ່າງວ່າ: ''ຂ້າພຣະເຈົ້າໄດ້ເຮັດວຽກຢ່າງຫນັກ ໂດຍໄຮ້ປະໂຫຍດ" (ເບິ່ງ: [[rc://*/ta/man/translate/figs-parallelism]]) # ແລ່ນແຂ່ງ ພຣະຄັມພີກ່າວເຖິງຫລາຍໆເທື່ອ ວ່າການຍ່າງມີຄວາມຫມາຍຄືການດຳເນີນຊີວິດຂອງບຸກຄົນ. ການແລ່ນເປັນການມີຊີວິດແບບເຂັ້ມຂົ້ນ. (ເບິ່ງ: [[rc://*/ta/man/translate/figs-metaphor]])