lo_tn/rom/11/11.md

3.5 KiB

ຂໍ້ມູນເຊື່ອມຕໍ່:

ໂດຍການທີ່ອິດສະລາເອນປະຕິເສດພຣະເຈົ້າ ໂປໂລຕັກເຕືອນຄົນຕ່າງຊາດ ໃຫ້ລະວັງບໍ່ໃຫ້ທຳຄວາມຜິດຢ່າງດຽວກັນ.

ພວກເຂົາສະດຸດຈົນລົ້ມລົງຫລື?

ໂປໂລໃຊ້ຄຳຖາມນີ້ເພື່ອເພີ້ມການເນັ້ນຢ້ຳ,ແປໄດ້ອີກຢ່າງວ່າ"ພຣະເຈົ້າໄດ້ປະຕິເສດພວກເຂົາຕະຫຼອດການເພາະພວກເຂົາທຳບາບຫລື?"(ເບິ່ງ: rc://*/ta/man/translate/figs-rquestion)

ຂໍຢ່າໃຫ້ເປັນເຊັ່ນນີ້ເລີຍ.

"ນັ້ນເປັນໄປບໍ່ໄດ້"ຫລື"ບໍ່ມີທາງເປັນໄປໄດ້"ສຳນວນນີ້ປະຕິເສດຢ່າງຫນັກແຫນ້ນວ່າສິ່ງນີ້ຈະບໍ່ມີທາງເກີດຂຶ້ນ.ທ່ານອາດຈະມີສຳນວນທີ່ຄ້າຍຄືກັນໃນພາສາຂອງທ່ານທີ່ທ່ານສາມາດໃຊ້ໄດ້ທີ່ນີ້ ໃຫ້ເບິ່ງວ່າທ່ານແປຄຳນີ້ຢ່າງໃດໃນ ROM 9:14

ທຳໃຫ້ພວກເຂົາອິດສາ.

ແປຄຳເວົ້ານີ້ຢ່າງດຽວກັນທີ່ທ່ານແປໄວ້ໃນ ROM 10:19

ທັງໂລກ

ຈຸດນີ້"ໂລກ"ເປັນຄຳອຸປະມາທີ່ຫມາຍເຖິງຄົນທີ່ໃຊ້ຊີວິດຢູ່ໃນໂລກ ໂດຍສະເພາະຢ່າງຍິ່ງຄົນຕ່າງຊາດ.

ທຳໃຫ້ພວກເຂົາອິດສາ.

ແປຄຳເວົ້ານີ້ຢ່າງດຽວກັນກັບທີ່ທ່ານແປໄວ້ໃນ: ROM 10:19 ຖ້າຄວາມຫລົ້ມເຫລວຂອງພວກເຂົານັ້ນ ເປັນເຫດໃຫ້ທັງໂລກໄດ້ຮັບຄວາມອຸດົມສົມບູນ ແຕ່ສະພາບຜ່າຍແພ້ຂອງພວກເຂົາເປັນເຫດໃຫ້ຄົນຕ່າງຊາດໄດ້ຮັບຄວາມອຸດົມສົມບູນແລ້ວ.

ຄຳເວົ້າທັງສອງນີ້ໂດຍພື້ນຖານແລ້ວຫມາຍຄວາມຢ່າງດຽວກັນຖ້າທ່ານຈຳເປັນ.ທ່ານສາມາດລວມທັງສອງຄຳເວົ້ານີ້ໃນການແປຂອງທ່ານໄດ້ ແປໄດ້ອີກຢ່າງວ່າ:"ເມື່ອຄົນຢິວລົ້ມລົງໃນຝ່າຍວິນຍານຜົນກໍຄືພຣະເຈົ້າຊົງອວຍພອນຄົນຕ່າງຊາດຢ່າງບໍຣິບູນ"

(ເບິ່ງ: rc://*/ta/man/translate/figs-doublet)

ທັງໂລກໄດ້ຮັບຄວາມອຸດົມສົມບູນ.

ເພາະວ່າຄົນຢິວປະຕິເສດພຣະຄຣິດ ພຣະເຈົ້າຈິ່ງຊົງອວຍພະພອນຄົນຕ່າງຊາດໂດຍໃຫ້ໂອກາດພວກເຂົາໃນການຕ້ອນຮັບພຣະຄຣິດ.