lo_tn/oba/01/12.md

3.1 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ປຣະທານແກ່ໂອບາດີຢາ ຖ້ອຍຄຳຂອງພຣະອົງຕໍ່ເອໂດມ.

ຢ່າເບິ່ງດ້ວຍຄວາມ​ພໍ​ໃຈ

"ຢ່າມີຄວາມສຸກເພາະວ່າ" ຫລື "ຢ່າໄດ້ດີໃຈໃນ"

ນ້ອງຊາຍຂອງເຈົ້າ

ນີ້ເປັນອີກວິທີຫນຶ່ງເພື່ອອ້າງອີງເຖີງປະຊາຊົນອິສະຣາເອນ ເພາະວ່າຢາໂຄບ ແລະ ເອຊາວເປັນອ້າຍນ້ອງກັນ.

ວັນ

ອາດແປໄດ້ອີກວ່າ: "ວັນແຫ່ງການລົງໂທດ" ຫລື "ເວລາແຫ່ງການລົງໂທດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເຄາະ​ຮ້າຍ

"ໂຣກຣະບາດ" ຫລື "ຄວາມທຸກຍາກ"

ໃນມື້ທີ່ພວກເຂົາໄດ້ຮັບຄວາມເດືອດຮ້ອນ

"ໃນມື້ທີ່ພວກສັດຕຣູທັງຫລາຍຂອງພວກເຂົາໄດ້ທຳລາຍພວກເຂົາ"

ໃນມື້ແຫ່ງຄວາມທຸກຍາກລຳ​ບາກຂອງພວກເຂົາ

"ເພາະວ່າເວລານັ້ນພວກເຂົາກຳລັງທົນທຸກທໍຣະມານ"

ພັຍພິບັດ... ໂຣກຣະບາດ... ປະຣາໄຊ

ເຫລົ່ານີ້ເປັນຄຳແປທີ່ຄວາມແຕກຕ່າງກັນຂອງຄຳດຽວກັນ. ນັກແປຄວນໃຊ້ຫນຶ່ງຄຳເພື່ອແປທັງສາມຄຳນີ້.

ເຫນືອຄວາມເດືອນຮ້ອນຂອງພວກເຂົາ.

"ເພາະວ່າສິ່ງທີ່ບໍ່ດີຕ່າງໆທີ່ເກີດຂຶ້ນກັບພວກເຂົາ"

ຢ່າປຸ້ນຊັບສິນຂອງ​ພວກເຂົາ

"ຢ່າເອົາຊັບສິນຂອງພວກເຂົາ" ຫລື "ຢ່າລັກຊັບສິນຂອງພວກເຂົາ"

ທາງແຍກທັງຫລາຍ

ແມ່ນບ່ອນທີ່ມີທາງສອງເສັ້ນມາພົບກັນ.

ເພື່ອສະກັດກັ້ນຜູ້ທີ່ຫລົບຫນີຂອງ​ເຂົາ

"ເພື່ອຂ້າປະຊາຊົນອິສະຣາເອນ ຜູ້ທີ່ພະຍາຍາມຫນີ" ຫລື "ເພື່ອຈັບຄົນເຫລົ່ານັ້ນທີ່ພະຍາຍາມຫນີ"

ຢ່າສົ່ງຜູ້ທີ່ລອດຊີວິດຂອງພວກເຂົາກັບ

"ຢ່າໄດ້ຈັບຄົນເຫລົ່ານັ້ນທີ່ຍັງມີຊີວິດຢູ່ ແລະ ມອບພວກເຂົາໃຫ້ແກ່ເຫລົ່າສັດຕຣູຂອງພວກເຂົາ"