# ຂໍ້ມູນທົ່ວໄປ: ພຣະຢາເວຍັງສືບຕໍ່ປຣະທານແກ່ໂອບາດີຢາ ຖ້ອຍຄຳຂອງພຣະອົງຕໍ່ເອໂດມ. # ຢ່າເບິ່ງດ້ວຍຄວາມ​ພໍ​ໃຈ "ຢ່າມີຄວາມສຸກເພາະວ່າ" ຫລື "ຢ່າໄດ້ດີໃຈໃນ" # ນ້ອງຊາຍຂອງເຈົ້າ ນີ້ເປັນອີກວິທີຫນຶ່ງເພື່ອອ້າງອີງເຖີງປະຊາຊົນອິສະຣາເອນ ເພາະວ່າຢາໂຄບ ແລະ ເອຊາວເປັນອ້າຍນ້ອງກັນ. # ວັນ ອາດແປໄດ້ອີກວ່າ: "ວັນແຫ່ງການລົງໂທດ" ຫລື "ເວລາແຫ່ງການລົງໂທດ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]]) # ເຄາະ​ຮ້າຍ "ໂຣກຣະບາດ" ຫລື "ຄວາມທຸກຍາກ" # ໃນມື້ທີ່ພວກເຂົາໄດ້ຮັບຄວາມເດືອດຮ້ອນ "ໃນມື້ທີ່ພວກສັດຕຣູທັງຫລາຍຂອງພວກເຂົາໄດ້ທຳລາຍພວກເຂົາ" # ໃນມື້ແຫ່ງຄວາມທຸກຍາກລຳ​ບາກຂອງພວກເຂົາ "ເພາະວ່າເວລານັ້ນພວກເຂົາກຳລັງທົນທຸກທໍຣະມານ" # ພັຍພິບັດ... ໂຣກຣະບາດ... ປະຣາໄຊ ເຫລົ່ານີ້ເປັນຄຳແປທີ່ຄວາມແຕກຕ່າງກັນຂອງຄຳດຽວກັນ. ນັກແປຄວນໃຊ້ຫນຶ່ງຄຳເພື່ອແປທັງສາມຄຳນີ້. # ເຫນືອຄວາມເດືອນຮ້ອນຂອງພວກເຂົາ. "ເພາະວ່າສິ່ງທີ່ບໍ່ດີຕ່າງໆທີ່ເກີດຂຶ້ນກັບພວກເຂົາ" # ຢ່າປຸ້ນຊັບສິນຂອງ​ພວກເຂົາ "ຢ່າເອົາຊັບສິນຂອງພວກເຂົາ" ຫລື "ຢ່າລັກຊັບສິນຂອງພວກເຂົາ" # ທາງແຍກທັງຫລາຍ ແມ່ນບ່ອນທີ່ມີທາງສອງເສັ້ນມາພົບກັນ. # ເພື່ອສະກັດກັ້ນຜູ້ທີ່ຫລົບຫນີຂອງ​ເຂົາ "ເພື່ອຂ້າປະຊາຊົນອິສະຣາເອນ ຜູ້ທີ່ພະຍາຍາມຫນີ" ຫລື "ເພື່ອຈັບຄົນເຫລົ່ານັ້ນທີ່ພະຍາຍາມຫນີ" # ຢ່າສົ່ງຜູ້ທີ່ລອດຊີວິດຂອງພວກເຂົາກັບ "ຢ່າໄດ້ຈັບຄົນເຫລົ່ານັ້ນທີ່ຍັງມີຊີວິດຢູ່ ແລະ ມອບພວກເຂົາໃຫ້ແກ່ເຫລົ່າສັດຕຣູຂອງພວກເຂົາ"