lo_tn/oba/01/03.md

28 lines
2.9 KiB
Markdown

# ຂໍ້ມູນທົ່ວໄປ:
ນິມິດຂອງໂອບາດີຢາກ່ຽວກັບເອໂດມຍັງສືບຕໍ່ໄປ.
# ຄວາມອວດ​ອົ່ງໃນຫົວໃຈຂອງເຈົ້າ
ພຣະຢາເວຊົງໃຊ້ພາກສ່ວນຂອງຮ່າງກາຍຂອງຄົນໆຫນຶ່ງ ຊຶ່ງກ່ຽວຂ້ອງກັບຄວາມຮູ້ສຶກ ເພື່ອອ້າງອິງເຖິງປະຊາຊົນເອໂດມທີ່ມີຄວາມຮູ້ສຶກອວດອົ່ງຈອງຫອງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]])
# ຢູ່ຕາມໂງ່ນ​ຫີນ
"ໃນຮອຍແຕກໃນກ້ອນຫີນ"
# ໃນທີ່ຢູ່ອາສັຍທີ່ຢູ່ສູງຂອງເຈົ້າ
"ໃນເຮືອນຂອງເຈົ້າທີ່ຖຶກສ້າງຂຶ້ນໃນສະຖານທີ່ສູງ"
# ໃຜສາມາດເອົາຂ້າ​ພຣະ​ເຈົ້າລົງມາສູ່ພື້ນດິນໄດ້?
ຄຳຖາມນີ້ທີ່ສະແດງໃຫ້ເຫັນວ່າຊາວເອໂດມມີຄວາມພູມໃຈ ແລະ ຮູ້ສຶກປອດພັຍແລ້ວ. ອາດແປໄດ້ອີກວ່າ: "ຂ້ອຍປອດພັຍຈາກຜູ້ໂຈມຕີທັງປວງ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]])
# ເຖິງແມ່ນວ່າເຈົ້າບິນສູງເທົ່າກັບນົກອິນຊີ ແລະ ແມ່ນແຕ່ຮັງຂອງເຈົ້າຢູ່ທ່າມ​ກາງຫມູ່ດາວ
ວະລີທັງສອງນີ້ເວົ້າເຖິງ ເອໂດມໄດ້ຖືກສ້າງຂຶ້ນໃຫ້ສູງກວ່າທີ່ສາມາດເປັນໄປໄດ້, ບອກອີກວ່າມັນຖືກສ້າງຢູ່ບ່ອນທີ່ສູງທີ່ສຸດ. (ເບິ່ງ: [[rc://*/ta/man/translate/figs-hyperbole]] ແລະ [[rc://*/ta/man/translate/figs-parallelism]])
# ເຮົາຈະເອົາເຈົ້າລົງຈາກບ່ອນນັ້ນ
ຄວາມອວດຕົວກ່ຽວຂ້ອງກັບຄວາມສູງ ແລະ ຄວາມຖ່ອມຕົວກ່ຽວຂ້ອງກັບຄວາມຕໍ່າຕ້ອຍ. ພຣະຢາເວໄດ້ຊົງກ່າວວ່າພຣະອົງຈະເອົາເອໂດມລົງມາ ເພື່ອກ່າວວ່າເຂົາຈະຖ່ອມຕົວລົງ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ເຈົ້າຖ່ອມຕົວລົງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]])