# ຂໍ້ມູນທົ່ວໄປ: ນິມິດຂອງໂອບາດີຢາກ່ຽວກັບເອໂດມຍັງສືບຕໍ່ໄປ. # ຄວາມອວດ​ອົ່ງໃນຫົວໃຈຂອງເຈົ້າ ພຣະຢາເວຊົງໃຊ້ພາກສ່ວນຂອງຮ່າງກາຍຂອງຄົນໆຫນຶ່ງ ຊຶ່ງກ່ຽວຂ້ອງກັບຄວາມຮູ້ສຶກ ເພື່ອອ້າງອິງເຖິງປະຊາຊົນເອໂດມທີ່ມີຄວາມຮູ້ສຶກອວດອົ່ງຈອງຫອງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]]) # ຢູ່ຕາມໂງ່ນ​ຫີນ "ໃນຮອຍແຕກໃນກ້ອນຫີນ" # ໃນທີ່ຢູ່ອາສັຍທີ່ຢູ່ສູງຂອງເຈົ້າ "ໃນເຮືອນຂອງເຈົ້າທີ່ຖຶກສ້າງຂຶ້ນໃນສະຖານທີ່ສູງ" # ໃຜສາມາດເອົາຂ້າ​ພຣະ​ເຈົ້າລົງມາສູ່ພື້ນດິນໄດ້? ຄຳຖາມນີ້ທີ່ສະແດງໃຫ້ເຫັນວ່າຊາວເອໂດມມີຄວາມພູມໃຈ ແລະ ຮູ້ສຶກປອດພັຍແລ້ວ. ອາດແປໄດ້ອີກວ່າ: "ຂ້ອຍປອດພັຍຈາກຜູ້ໂຈມຕີທັງປວງ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]]) # ເຖິງແມ່ນວ່າເຈົ້າບິນສູງເທົ່າກັບນົກອິນຊີ ແລະ ແມ່ນແຕ່ຮັງຂອງເຈົ້າຢູ່ທ່າມ​ກາງຫມູ່ດາວ ວະລີທັງສອງນີ້ເວົ້າເຖິງ ເອໂດມໄດ້ຖືກສ້າງຂຶ້ນໃຫ້ສູງກວ່າທີ່ສາມາດເປັນໄປໄດ້, ບອກອີກວ່າມັນຖືກສ້າງຢູ່ບ່ອນທີ່ສູງທີ່ສຸດ. (ເບິ່ງ: [[rc://*/ta/man/translate/figs-hyperbole]] ແລະ [[rc://*/ta/man/translate/figs-parallelism]]) # ເຮົາຈະເອົາເຈົ້າລົງຈາກບ່ອນນັ້ນ ຄວາມອວດຕົວກ່ຽວຂ້ອງກັບຄວາມສູງ ແລະ ຄວາມຖ່ອມຕົວກ່ຽວຂ້ອງກັບຄວາມຕໍ່າຕ້ອຍ. ພຣະຢາເວໄດ້ຊົງກ່າວວ່າພຣະອົງຈະເອົາເອໂດມລົງມາ ເພື່ອກ່າວວ່າເຂົາຈະຖ່ອມຕົວລົງ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ເຈົ້າຖ່ອມຕົວລົງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]])