lo_tn/oba/01/03.md

2.9 KiB

ຂໍ້ມູນທົ່ວໄປ:

ນິມິດຂອງໂອບາດີຢາກ່ຽວກັບເອໂດມຍັງສືບຕໍ່ໄປ.

ຄວາມອວດ​ອົ່ງໃນຫົວໃຈຂອງເຈົ້າ

ພຣະຢາເວຊົງໃຊ້ພາກສ່ວນຂອງຮ່າງກາຍຂອງຄົນໆຫນຶ່ງ ຊຶ່ງກ່ຽວຂ້ອງກັບຄວາມຮູ້ສຶກ ເພື່ອອ້າງອິງເຖິງປະຊາຊົນເອໂດມທີ່ມີຄວາມຮູ້ສຶກອວດອົ່ງຈອງຫອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຢູ່ຕາມໂງ່ນ​ຫີນ

"ໃນຮອຍແຕກໃນກ້ອນຫີນ"

ໃນທີ່ຢູ່ອາສັຍທີ່ຢູ່ສູງຂອງເຈົ້າ

"ໃນເຮືອນຂອງເຈົ້າທີ່ຖຶກສ້າງຂຶ້ນໃນສະຖານທີ່ສູງ"

ໃຜສາມາດເອົາຂ້າ​ພຣະ​ເຈົ້າລົງມາສູ່ພື້ນດິນໄດ້?

ຄຳຖາມນີ້ທີ່ສະແດງໃຫ້ເຫັນວ່າຊາວເອໂດມມີຄວາມພູມໃຈ ແລະ ຮູ້ສຶກປອດພັຍແລ້ວ. ອາດແປໄດ້ອີກວ່າ: "ຂ້ອຍປອດພັຍຈາກຜູ້ໂຈມຕີທັງປວງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຖິງແມ່ນວ່າເຈົ້າບິນສູງເທົ່າກັບນົກອິນຊີ ແລະ ແມ່ນແຕ່ຮັງຂອງເຈົ້າຢູ່ທ່າມ​ກາງຫມູ່ດາວ

ວະລີທັງສອງນີ້ເວົ້າເຖິງ ເອໂດມໄດ້ຖືກສ້າງຂຶ້ນໃຫ້ສູງກວ່າທີ່ສາມາດເປັນໄປໄດ້, ບອກອີກວ່າມັນຖືກສ້າງຢູ່ບ່ອນທີ່ສູງທີ່ສຸດ. (ເບິ່ງ: [[rc:///ta/man/translate/figs-hyperbole]] ແລະ [[rc:///ta/man/translate/figs-parallelism]])

ເຮົາຈະເອົາເຈົ້າລົງຈາກບ່ອນນັ້ນ

ຄວາມອວດຕົວກ່ຽວຂ້ອງກັບຄວາມສູງ ແລະ ຄວາມຖ່ອມຕົວກ່ຽວຂ້ອງກັບຄວາມຕໍ່າຕ້ອຍ. ພຣະຢາເວໄດ້ຊົງກ່າວວ່າພຣະອົງຈະເອົາເອໂດມລົງມາ ເພື່ອກ່າວວ່າເຂົາຈະຖ່ອມຕົວລົງ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ເຈົ້າຖ່ອມຕົວລົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)