lo_tn/jer/25/27.md

2.6 KiB

ຂໍ້ມູນທົ່ວໄປ:

ນິມິດທີ່ພຣະເຈົ້າໃຫ້ກັບຜູ້ປະກາດພຣະຄຳ ເຢເຣມີຢາ ຍັງຖືກສືບຕໍ່ເປີດເຜີຍ.

ຈົ່ງດື່ມ ແລະ ໃຫ້ເມົາແລ້ວຮາກອອກ, ຈົ່ງລົ້ມລົງ, ແລະ ຢ່າລຸກຂຶ້ນອີກເລີຍເນື່ອງດ້ວຍດາບຊຶ່ງເຮົາຈະສົ່ງມາທ່າມກາງພວກເຈົ້າທັງຫລາຍ

ນີ້ສະແດງໃຫ້ເຫັນເຖິງຄວາມບໍ່ສາມາດຫລີກລ່ຽງຈາກການລົງໂທດທີ່ຈະມາເຖິງໄດ້ ແລະ ຄວາມບໍ່ມີປະໂຫຍດຂອງການພະຍາຍາມຫລີກລ່ຽງມັນ.

ຈອກຈາກມືຂອງເຈົ້າດື່ມ

ອາດແປໄດ້ອີກວ່າ: "ການລົງໂທດຂອງພວກເຂົາ"

ພວກເຈົ້າຈະຕ້ອງດື່ມ

ນີ້ບໍ່ແມ່ນຈອກທີ່ປະເທດຕ່າງໆສາມາດປະຕິເສດບໍ່ດື່ມໄດ້. ປະຊາຊາດບໍ່ສາມາດປະຕິເສດຄຳຕັດສິນ ຂອງສົງຄາມ ແລະໄພທຳມະຊາດຂອງພຣະເຈົ້າໄດ້.

ຕ້ອງດື່ມ

ອາດແປໄດ້ອີກວ່າ: ຖືກລົງໂທດ "(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເມືອງຊຶ່ງເອີ້ນຕາມນາມຂອງເຮົາ

ອາດແປໄດ້ອີກວ່າ: "ປະຊາຊົນເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຈົ້າຈະຫລົບຫນີໄປໄດ້ໂດຍບໍ່ຖືກໂທດບໍ?

ອາດແປໄດ້ອີກວ່າ: "ເຈົ້າຕ້ອງຖືກລົງໂທດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຮົາຈະເອີ້ນດາບເຫລັ້ມຫນຶ່ງມາເຫນືອບັນດາຜູ້ອາໄສຢູ່ໃນແຜ່ນດິນໂລກທັງຫມົດ

ອາດແປໄດ້ອີກວ່າ: "ເຮົາກຳລັງລົງໂທດຜູ້ທີ່ອາໄສຢູ່ໃນດິນແດນເຫລົ່ານັ້ນ"