# ຂໍ້ມູນທົ່ວໄປ: ນິມິດທີ່ພຣະເຈົ້າໃຫ້ກັບຜູ້ປະກາດພຣະຄຳ ເຢເຣມີຢາ ຍັງຖືກສືບຕໍ່ເປີດເຜີຍ. # ຈົ່ງດື່ມ ແລະ ໃຫ້ເມົາແລ້ວຮາກອອກ, ຈົ່ງລົ້ມລົງ, ແລະ ຢ່າລຸກຂຶ້ນອີກເລີຍເນື່ອງດ້ວຍດາບຊຶ່ງເຮົາຈະສົ່ງມາທ່າມກາງພວກເຈົ້າທັງຫລາຍ ນີ້ສະແດງໃຫ້ເຫັນເຖິງຄວາມບໍ່ສາມາດຫລີກລ່ຽງຈາກການລົງໂທດທີ່ຈະມາເຖິງໄດ້ ແລະ ຄວາມບໍ່ມີປະໂຫຍດຂອງການພະຍາຍາມຫລີກລ່ຽງມັນ. # ຈອກຈາກມືຂອງເຈົ້າດື່ມ ອາດແປໄດ້ອີກວ່າ: "ການລົງໂທດຂອງພວກເຂົາ" # ພວກເຈົ້າຈະຕ້ອງດື່ມ ນີ້ບໍ່ແມ່ນຈອກທີ່ປະເທດຕ່າງໆສາມາດປະຕິເສດບໍ່ດື່ມໄດ້. ປະຊາຊາດບໍ່ສາມາດປະຕິເສດຄຳຕັດສິນ ຂອງສົງຄາມ ແລະໄພທຳມະຊາດຂອງພຣະເຈົ້າໄດ້. # ຕ້ອງດື່ມ ອາດແປໄດ້ອີກວ່າ: ຖືກລົງໂທດ "(ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ເມືອງຊຶ່ງເອີ້ນຕາມນາມຂອງເຮົາ ອາດແປໄດ້ອີກວ່າ: "ປະຊາຊົນເຢຣູຊາເລັມ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ພວກເຈົ້າຈະຫລົບຫນີໄປໄດ້ໂດຍບໍ່ຖືກໂທດບໍ? ອາດແປໄດ້ອີກວ່າ: "ເຈົ້າຕ້ອງຖືກລົງໂທດ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]]) # ເຮົາຈະເອີ້ນດາບເຫລັ້ມຫນຶ່ງມາເຫນືອບັນດາຜູ້ອາໄສຢູ່ໃນແຜ່ນດິນໂລກທັງຫມົດ ອາດແປໄດ້ອີກວ່າ: "ເຮົາກຳລັງລົງໂທດຜູ້ທີ່ອາໄສຢູ່ໃນດິນແດນເຫລົ່ານັ້ນ"