lo_tn/hos/11/03.md

2.4 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວກ່ຽວກັບວິທີທີ່ພຣະອົງຊົງດູແລຊາວອິສະຣາເອນ.

ຄົນສອນເອຟາຣາອິມການດຳເນີນຊີວິດ

ພຣະຢາເວກ່າວເຖິງອິສະຣາເອນເປັນເຫມືອນເດັກນ້ອຍຜູ້ທີ່ພຣະອົງສອນໃຫ້ຍ່າງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາກໍອຸ້ມເຂົາທັງຫລາຍໄວ້

ໃນສຳນວນນີ້ໃຊ້ຄຳປຽບທຽບ. ອາດແປໄດ້ອີກວ່າ: "ໄດ້ດູແລພວກເຂົາ".

ເຮົາໄດ້ນຳພວກເຂົາດ້ວຍແສ້ແຫ່ງມະນຸສະທັມ ,ແລະ ສາຍຮັດແຫ່ງຄວາມຮັກ

ພຣະຢາເວຊົງຮັກປະຊາຊົນຂອງພຣະອົງໃນແບບທີ່ພວກເຂົາເປັນເຫມືອນມະນຸດທີ່ສາມາດເຂົ້າໃຈ ແລະ ຮູ້ບຸນຄຸນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເຮົາເປັນເຫມືອນຄົນທີ່ເຮັດໃຫ້ເເອກຢູ່ຄາງກະໄຕຂອງພວກເຂົາເບົາລົງ

ພຣະຢາເວຊົງກ່າວເຖິງຊົນຊາດອິສະຣາເອນວ່າເປັນເຫມືອນສັດທີ່ເຮັດວຽກຫນັກ ເຊິ່ງພຣະອົງໄດ້ເຮັດໃຫ້ວຽກຂອງພວກເຂົາງ່າຍຂຶ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຮົາໄດ້ຖ່ອມຕົວລົງມາຫາພວກເຂົາ ແລະ ລ້ຽງດູພວກເຂົາ

ໃນສຳນວນນີ້ແມ່ນການປຽບທຽບວ່າ ຊົນຊາດອິສະຣາເອນໄດ້ຖືກປຽບທຽບໄວ້ໃຫ້ເປັນເຫມືອນເດັກນ້ອຍ. ອາດຈະຫມາຍຄວາມວ່າ ພຣະຢາເວໄດ້ຊົງຈັດຕຽມຄວາມຈຳເປັນທຸກສິ່ງສຳລັບພວກເຂົາໄວ້.