# ຂໍ້ມູນທົ່ວໄປ: ພຣະຢາເວຊົງກ່າວກ່ຽວກັບວິທີທີ່ພຣະອົງຊົງດູແລຊາວອິສະຣາເອນ. # ຄົນສອນເອຟາຣາອິມການດຳເນີນຊີວິດ ພຣະຢາເວກ່າວເຖິງອິສະຣາເອນເປັນເຫມືອນເດັກນ້ອຍຜູ້ທີ່ພຣະອົງສອນໃຫ້ຍ່າງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ເຮົາກໍອຸ້ມເຂົາທັງຫລາຍໄວ້ ໃນສຳນວນນີ້ໃຊ້ຄຳປຽບທຽບ. ອາດແປໄດ້ອີກວ່າ: "ໄດ້ດູແລພວກເຂົາ". # ເຮົາໄດ້ນຳພວກເຂົາດ້ວຍແສ້ແຫ່ງມະນຸສະທັມ ,ແລະ ສາຍຮັດແຫ່ງຄວາມຮັກ ພຣະຢາເວຊົງຮັກປະຊາຊົນຂອງພຣະອົງໃນແບບທີ່ພວກເຂົາເປັນເຫມືອນມະນຸດທີ່ສາມາດເຂົ້າໃຈ ແລະ ຮູ້ບຸນຄຸນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-parallelism]]) # ເຮົາເປັນເຫມືອນຄົນທີ່ເຮັດໃຫ້ເເອກຢູ່ຄາງກະໄຕຂອງພວກເຂົາເບົາລົງ ພຣະຢາເວຊົງກ່າວເຖິງຊົນຊາດອິສະຣາເອນວ່າເປັນເຫມືອນສັດທີ່ເຮັດວຽກຫນັກ ເຊິ່ງພຣະອົງໄດ້ເຮັດໃຫ້ວຽກຂອງພວກເຂົາງ່າຍຂຶ້ນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]]) # ເຮົາໄດ້ຖ່ອມຕົວລົງມາຫາພວກເຂົາ ແລະ ລ້ຽງດູພວກເຂົາ ໃນສຳນວນນີ້ແມ່ນການປຽບທຽບວ່າ ຊົນຊາດອິສະຣາເອນໄດ້ຖືກປຽບທຽບໄວ້ໃຫ້ເປັນເຫມືອນເດັກນ້ອຍ. ອາດຈະຫມາຍຄວາມວ່າ ພຣະຢາເວໄດ້ຊົງຈັດຕຽມຄວາມຈຳເປັນທຸກສິ່ງສຳລັບພວກເຂົາໄວ້.