lo_tn/2jn/01/01.md

48 lines
4.4 KiB
Markdown

# ຂໍ້ມູນເຊື່ອມຕໍ່:
ຫລັງຈາກການທັກທາຍແລ້ວ, ໂຢຮັນໄດ້ສະແດງໃຫ້ຜູ້ທີ່ເຊື່ອວ່າຄວາມຮັກ ແລະຄວາມຈິງໄປນຳກັນ.
# ຂໍ້ມູນທົ່ວໄປ:
ຕາມຫລັກປະເພນີໄດ້ລະບຸວ່າອັກຄະສາວົກໂຢຮັນເປັນຜູ້ຂຽນຈົດ ຫມາຍສະບັບນີ້. ອາດຈະເວົ້າເຈາະຈົງເຖິງທ່ານສຸພາບສະຕຣີ, ເພາະວ່າລາວຂຽນວ່າພວກເຂົາຄວນ "ຮັກຊຶ່ງກັນແລະກັນ," ນີ້ອາດຈະເປັນຄຣິສຕະຈັກ.
# ຂໍ້ມູນທົ່ວໄປ:
ທັງໝົດຄຳວ່າ "ທ່ານ" ແລະ "ຂອງທ່ານ" ໃນຈົດໝາຍສະບັບນີ້ເປັນຈຳນວນຫລາຍເວັ້ນເສຍແຕ່ໄດ້ລະບຸເປັນຢ່າງອື່ນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-you]])
# ຂໍ້ມູນທົ່ວໄປ:
ໃນຈົດໝາຍສະບັບນີ້, ຫາຍເຖິງຕົວໂຢຮັນເອງ ແລະ ຜູ້ອ່ານໂດຍໃຊ້ ຄຳວ່າ "ພວກເຮົາ" ແລະ "ຂອງພວກເຮົາ"
(ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-inclusive]])
# ຈາກຜູ້ປົກຄອງເຖິງທ່ານສຸພາບສະຕຣີທີ່ຊົງເລືອກໄວ້
ວິທີທີ່ເລີ່ມຕົ້ນຈົດຫມາຍສະບັບນີ້. ຊື່ຂອງຜູ້ຂຽນສາມາດເຮັດໄດ້ຢ່າງຊັດເຈນ. ອາດແປອີກໄດ້ວ່າ: "ຂ້າພະເຈົ້າ, ໂຢຮັນເປັນ ຜູ້ປົກຄອງທີ່ກຳລັງຂຽນຈົດຫມາຍສະບັບນີ້ໃຫ້ແກ່ທ່ານສຸພາບສະຕຣີທີ່ຊົງເລືອກໄວ້ ແລະ ບັນດາລູກຂອງນາງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]])
# ຜູ້ປົກຄອງ
ນີ້ໄດ້ອ້າງອີງວ່າ ໂຢຮັນເປັນອັກຄະສາວົກ ແລະ ທັງເປັນສາວົກຂອງພຣະເຢຊູ. ລາວໄດ້ຢຶນຢັນຕົວເອງວ່າ ເປັນ "ຜູ້ປົກຄອງ" ຫລືບໍ່ກໍເປັນຍ້ອນອາຍຸລາວແກ່ຫລາຍແລ້ວ ຫລື ຍ້ອນວ່າລາວເປັນຜູ້ ນຳໃນຄຣິສຕະຈັກ.
# ທ່ານສຸພາບສະຕຣີທີ່ຊົງເລືອກໄວ້ ແລະ ບັນດາລູກຂອງນາງ
ນີ້ອາດຈະໝາຍເຖິງຊຸມນຸມຊົນ ແລະ ບັນດາຜູ້ທີ່ເຊື່ອຖືໃນກຸ່ມດັ່ງກ່າວ.
(ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ຜູ້ທີ່ຂ້າພະເຈົ້າຮັກໃນຄວາມຈິງ
"ທ່ານທັງຫລາຍຜູ້ທີ່ຂ້າພະເຈົ້າຮັກຢ່າງແທ້ຈິງ"
# ຜູ້ທີ່ໄດ້ຮູ້ຄວາມຈິງ
ຜູ້ທີ່ໄດ້ຮູ້ຄວາມຈິງກ່ຽວກັບພຣະເຈົ້າ ແລະພຣະເຢຊູ
# ພຣະບິດາ....ພຣະບຸດ
ນີ້ແມ່ນຫົວຂໍ້ສຳຄັນທີ່ອະທິບາຍເຖິງຄວາມສຳພັນລະຫວ່າງພຣະເຈົ້າ ແລະ ພຣະເຢຊູ.
(ເບິ່ງເພີ່ມເຕີມ: [[rc://*/ta/man/translate/guidelines-sonofgodprinciples]])
# ຢູ່ໃນຄວາມຈິງ ແລະ ໃນຄວາມຮັກ
ຄຳວ່າ "ຄວາມຈິງ" ເປັນໄປໄດ້ຫມາຍເຖິງ "ຄວາມຮັກ." ອາດແປອີກໄດ້ວ່າ: "ໃນຄວາມຮັກທີ່ແທ້ຈິງ."
(ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-hendiadys]])